ຕໍ່ບັນຫານີ້ ມີຫລາຍຫາງສຽງຂອງສັງຄົມເບິ່ງວ່າ:
ໃນເບື້ອງໜຶ່ງແມ່ນເກີດຈາກຄວາມໂລບມາກໂລພາຂອງຜູ້ເປັນເຈົ້າຂອງລົດບັນທຸກທີ່ຕ້ອງການຂົນສິນຄ້າເປັນຈຳນວນຫລາຍ
ເພື່ອໃຫ້ໄດ້ຄ່າຈ້າງຫລາຍ ແລະ ທັງປະຢັດເວລາ ແລະ ຕົ້ນທຶນ, ແຕ່ອີກມຸມໜຶ່ງເບິ່ງວ່າ:
ຖ້າເຈົ້າໜ້າທີ່ກ່ຽວຂ້ອງຫາກເອົາໃຈໃສ່ໃນການຕິດຕາມກວດກາຢ່າງເຂັ້ມ ງວດ ບັນຫາແບບນີ້ອາດບໍ່ເກີດຂຶ້ນ,
ແຕ່ທີ່ຍັງເຫັນລົດບັນທຸກດັ່ງກ່າວແລ່ນໄປມາໄດ້ຢ່າງງ່າຍດາຍຄືໃນທຸກວັນນີ້
ແມ່ນອາດມາຈາກການຖືເບົາຕໍ່ການກວດກາ, ບາງເທື່ອອາດມີການໃຫ້ສິນບົນຕໍ່ເຈົ້າໜ້າທີ່ກວດກາ
ເພື່ອແລກກັບຄວາມສະດວກຕ່າງໆ.
ໃນໄລຍະຜ່ານມາ, ລັດຖະບານໄດ້ສຸມທຶນຮອນຢ່າງມະຫາສານ
ເພື່ອປັບປຸງກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງ ເພື່ອໃຫ້ການໄປມາ,
ການຂົນສົ່ງສິນຄ້າໄດ້ຮັບຄວາມສະດວກສະບາຍຂຶ້ນ, ບາງເສັ້ນທາງມີມູນຄ່າການກໍ່ສ້າງສູງ,
ແຕ່ການນຳໃຊ້ແມ່ນບໍ່ຍາວນານກຸ້ມຄ່າ ຍ້ອນເກີດມີສະພາບເປ່ເພໄວ, ສ່ວນໜຶ່ງແມ່ນເກີດຈາກລົດບັນທຸກທີ່ມີນ້ຳໜັກເກີນຜ່ານໄປມາເປັນຈຳນວນຫລາຍ
ເຊິ່ງບັນຫານີ້ເບິ່ງຄືວ່າເປັນບັນຫາທີ່ພົບເຫັນກັນມາດົນແລ້ວ, ແຕ່ກໍຍັງສືບຕໍ່ປາກົດໃຫ້ເຫັນຈົນມາຮອດປັດຈຸບັນ
ແລະ ສ້າງຄວາມເສຍຫາຍຄືດັ່ງກ່າວ. ດັ່ງນັ້ນ, ຖ້າພາກສ່ວນກ່ຽວຂ້ອງຖືເບົາຕໍ່ການກວດກາຕິດຕາມ
ກໍຍິ່ງເຮັດໃຫ້ບັນຫາດັ່ງກ່າວສ້າງຄວາມເສຍຫາຍຕໍ່ຊັບສິນສ່ວນລວມຫລາຍຂຶ້ນເລື້ອຍໆ.

No comments:
Post a Comment