Ad

Ad

23 January 2014

ຈະໃຫ້ບໍລິການຜ່າຕັດບາດແຜໄຟໃໝ້-ນ້ຳຮ້ອນລວກໂດຍບໍ່ເສຍຄ່າ



       ທີມແພດຊ່ຽວຊານ ຈຳນວນ 7 ທ່ານ ທີ່ມາຈາກປະເທດອົດສະຕຣາລີ ແລະ ນິວຊີແລນ Interplast ຈະ ເດີນມາໃຫ້ ບໍລິການຜ່າຕັດຄົນທີ່ມີບາດແຜເກີດຈາກໄຟໝ້ ຫລື ນ້ຳຮ້ອນລວກ ແຜ່ດຶງຈ່ອງ ທີ່ໂຮງໝໍມະໂຫສົດ ໃນລະຫວ່າງ ວັນທີ 24 ກຸມພາເຖິງວັນທີ 7 ມີນາ 2014.ໂດຍທີມງານແພດດັ່ງກ່າວຈະຮັບກວດຄົນເຈັບໂດຍບໍ່ເສຍ ຄ່າໃນວັນທີ 24 ກຸມພານີ້ ແລະ ຈະເລີ່ມການຜ່າຕັດໃນວັນທີ 25 ກຸມພາ ຈົນໄປເຖິງວັນທີ 7 ມີນາ 2014. ເຊິ່ງການມາປະຕິບັດໜ້າທີ່ຢູ່ລາວຂອງຄະນະແພດ ດັ່ງກ່າວນີ້ ແມ່ນເພື່ອປັບປຸງຄຸນນະພາບຊີວິດຂອງຄົນທີ່ມີຄວາມພິ ການ ແລະ ເພີ່ມຄວາມອາດສາມາດໃຫ້ເຂົາເຈົ້າໃນການເຂົ້າ ເຖິງລະບົບສາທາລະນະສຸກ ແລະ ຊ່ວຍໃນການພັດທະ ນາລະບົບສາທາລະນະສຸກແບບຍືນຍົງ ແລະ ສ້າງຄວາມອາດສາມາດ ໃຫ້ບັນດາທ່ານໝໍຂອງລາວນຳດ້ວຍ.
        ທີມແພດ Interplast ຖືກສ້າງຕັ້ງຂຶ້ນ ເພື່ອປັບປຸງຄຸນນະພາບຊີວິດຂອງຄົນລາວທີ່ມີຄວາມພິການມາແຕ່ກຳ ເນີດ ຫລື ຍ້ອນສາຍເຫດອື່ນຢູ່ບັນດາປະເທດໃນພາກພື້ນອາຊີປາຊີຟິກ. ໂຄງການດັ່ງກ່າວ, ເລີ່ມຕົ້ນຢູ່ປະເທດລາວ ໃນປີ 1995
ໂດຍຮ່ວມມືກັບກະຊວງສາທາລະນະສຸກເພື່ອສຸມໃສ່ການເຝິກອົບຮົມດ້ານການຜ່າຕັດປົວແປງປາກ ແວ່ງເພດານໂວ່. ຕັ້ງແຕ່ປີ 1996 ເປັນຕົ້ນມາ ແລະ ໄດ້ຊ່ວຍເຝິກອົບຮົມເຕັກນິກດ້ານຜ່າຕັດໃຫ້ແພດຊ່ຽວຊານຢູ່ ລາວແລ້ວເຖິງ 20 ຄັ້ງ ແລະ ໄດ້ຜ່າຕັດໃຫ້ຄົນເຈັບປາກແວ່ງເພດານໂວ່ຫລາຍກວ່າ 1 ພັນຄົນ ແລະ ຈາກການ ເຝິກອົບຮົມໄດ້ເຮັດໃຫ້ໂຮງໝໍມະໂຫສົດມີແພດຊ່ຽວຊານສະເພາະການຜ່າຕັດດ້ານນີ້.
        ສຳລັບບັນດາທ່ານທີ່ມີຄວາມສົນໃຈສາມາດສອບຖາມຂໍ້ມູນເພີ່ມເຕີມ,ກະລຸນາຕິດຕໍ່ ດຣ ວັນເພັງ ນໍລະສິງ, ໂຮງໝໍມະໂຫສົດເບີໂທລະສັບ 030 9604 839 ຫລື Mrs Julia Keating, ຜູ້ປະສານງານໂຄງການ Interplast Email: julia.keating@interplast.org.au .

No comments:

Post a Comment