Ad

Ad

30 January 2014

ໂຮງງານຜະລິດຢາເລກ 2 ກຽມຄວາມພ້ອມເຂົ້າສູ່ AEC



   ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດ ແລະ ການຄ້າເສລີ, ຄຸນນະພາບຂອງການຜະລິດ ແລະ ມາດຖານຂອງສິນຄ້າເປັນ ເຄື່ອງໝາຍຊີ້ວັດເຖິງຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະ ໂຮງ ງານຜະລິດຢາເລກ 2 ກໍພວມພັດທະນາທາງດ້ານມາດຖານ ແລະ ຄຸນນະພາບດີຂຶ້ນ ເທື່ອລະກ້າວ. ໂຮງງານຜະລິດຢາເລກ 2 ເປັນ ໂຮງງານທີ່ຜະລິດຢາພື້ນຖານໃນການປິ່ນປົວ ພະ ຍາດສະໜອງພາຍໃນປະເທດໂດຍໄດ້ຮັບການ ຢັ້ງຢືນມາດຕະຖານ ISO 9001- 2008 ຈາກສາກົນ, ແນວໃດກໍດີ, ສຳ ລັບການກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ 2015 ທີ່ ຈະມາເຖິງນີ້, ຊຶ່ງເປັນການເປີດກວ້າງທາງດ້ານການຄ້າເສລີ ແລະ ເປັນການກະ ກຽມໃຫ້ຜະລິດຕະພັນສິນຄ້າຂອງລາວສາ ມາດແຂ່ງຂັນໄດ້ໃນຕະຫຼາດສາກົນ.
         ທ່ານ ດຣ ສະໜັ່ນ ຈຸນລະມະນີ ຮອງປະທານສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ, ອຳນວຍການໂຮງງານ ຜະລິດຢາເລກ 2 ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາວ່າ: ປັດຈຸບັນຂະແໜງການຢາພາຍໃນປະເທດໄດ້ມີການຕື່ນຕົວ ປັບປຸງ ຕົນເອງເພື່ອຮອງຮັບກັບການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC), ເວົ້າສະເພາະໂຮງ ງານຜະລິດຢາເລກ 2
ກໍເລັ່ງປັບ ປຸງທາງດ້ານຄຸນນະພາບໃຫ້ມີມາດຕະຖານທຽບເທົ່າກັບສາກົນຂຶ້ນເທື່ອລະກ້າວເຊັ່ນ: ການປຸງ ແຕ່ງຢາ, ການຫຸ້ມຫໍ່ ແລະ ອື່ນໆ, ພ້ອມດຽວກັນກໍໄດ້ມີການເຝິກອົບຮົມພະນັກງານໃຫ້ມີຄວາມສາມາດປຸງແຕ່ງຢາໃຫ້ມີຫຼາກຫຼາຍຊະນິດ ແລະ ກຽມ ຄວາມພ້ອມພັດທະນາໂຮງງານໃຫ້ມີກຳລັງການຜະລິດສູງຂຶ້ນ, ຊຶ່ງມາຮອດປັດຈຸບັນທາງໂຮງງານກໍໄດ້ມີການ ນຳເຂົ້າ ເຄື່ອງຈັກທີ່ ທັນສະໄໝເພື່ອເຮັດໃຫ້ການຜະລິດຢາໄດ້ມີຄຸນນະພາບ.
          ທ່ານ ດຣ ສະໜັ່ນ ຈຸນລະມະນີ ໃຫ້ຮູ້ວ່າ: ໂຮງງານຜະລິດຢາເລກ 2 ສ້າງຕັ້ງມາແຕ່ປີ 1970. ດຳເນີນການເຄື່ອນ ໄຫວ ຜະລິດຢາພື້ນຖານສຳລັບການປິ່ນປົວພະຍາດສະໜອງໃຫ້ໂຮງໜໍຢູ່ພາຍໃນປະເທດ ແລະ ສົ່ງ ອອກໄປຕ່າງປະເທດຈຳ ນວນໜຶ່ງ, ມາຮອດປັດຈຸບັນສາມາດຜະລິດຢາໄດ້ 300 ກວ່າຊະນິດທັງຢາຫຼວງ ແລະ ຢາພື້ນເມືອງ, ເຊິ່ງສາມາດຕອບສະ ໜອງຄວາມຕ້ອງການຂອງສັງຄົມໄດ້ຢ່າງພຽງພໍດ້ວຍຄຸນນະພາບສູງ.

No comments:

Post a Comment