ທ່ານເຈົ້າຄອງນະຄອນຫລວງວຽງຈັນ ສຸກັນ ມະຫາ ລາດ,
ໄດ້ອອກແຈ້ງການສະບັບ ເລກທີ 001/ຈນວ, ລົງວັນທີ 27 ມັງກອນ 2014 ໃຫ້ທຸກພາກສ່ວນກ່ຽວຂ້ອງ,
ພ້ອມກັນເຂັ້ມງວດໃນການຮັກສາຄວາມສະຫງົບປອດໄພໃນໄລຍະສະເຫລີມ ສະຫລອງບຸນປີໃຫມ່ຂອງພີ່ນ້ອງ
ຊາວຈີນ ແລະ ຫວຽດນາມ ຢູ່ນະ ຄອນຫລວງວຽງຈັນ ໃຫ້ຖືກ ຕ້ອງຕາມຮີດຄອງປະເພ ນີມີຄວາມເບີກບານມ່ວນຊື່ນທັງຮັບປະກັນຄວາມປອດໄພ
ແລະ ຄວາມເປັນລະບຽບຮຽບຮ້ອຍ ຄື: ການສະຫລອງບຸນດັ່ງ ກ່າວຕ້ອງສອດຄ່ອງກັບປະເພນີວັດທະນະທຳ,
ມີບັນຍາກາດມ່ວນຊື່ນ, ມີຄວາມສາມັກຄີຮັກແພງຢ່າງເລິກເຊິ່ງຮັບປະກັນ ຄວາມສະຫງົບປອດໄພ ແລະ
ເປັນລະບຽບຮຽບຮ້ອຍທັງຢູ່ໃນສະຖານທີ່ຈັດງານສະຫລອງ ແລະ ສະຖານທີ່ອື່ນໆ, ໃຫ້ບັນດາ ເມືອງ,
ພະແນກການ, ຫ້ອງການ, ກົມກອງຕ່າງໆອ້ອມຂ້າງນະຄອນຫລວງວຽງຈັນມີແຜນປ້ອງກັນຄວາມສະຫງົບໃນຂອບ
ເຂດທີ່ຕົນຮັບຜິດຊອບຢ່າງຕັ້ງຫນ້າ. ພ້ອມນັ້ນມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ
ກວດ ກາແກ້ໄຂການຈຳຫນ່າຍຫມາກກະໂພກ, ທາດແຕກ ແລະ ບັ້ງໄຟດອກບໍ່ໃຫ້ມີວາງຂາຍໃນທົ່ວນະຄອນຫລວງເດັດຂາດ
ແລະ ມອບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານນະຄອນຫລວງວຽງຈັນຄຸ້ມຄອງບໍ່ໃຫ້ມີການ
ຈູດຫມາກກະໂພກ, ການກໍ່ສຽງແຕກມອບໃຫ້ ປກສ ກຸ່ມບ້ານເປັນເຈົ້າການຕິດຕາມ, ຕັກເຕືອນ ແລະ ຫ້າມປະຊາຊົນບໍ່ໃຫ້
ກະທຳຜິດຕາມສິ່ງທີ່ມີການຫ້າມຄືດັ່ງກ່າວ.
No comments:
Post a Comment