ບໍລິສັດ MMG LXML ບໍ່ຄຳ- ທອງເຊໂປນ (MMG
LXML Sepon) ໄດ້ບັນລຸຂີດຫມາຍການຜະລິດທອງໃຫມ່ໃນປີ 2013 ຈຳນວນ 90.030 ໂຕນ ຊຶ່ງເພີ່ມຂຶ້ນ
4% ທຽບໃສ່ລະດັບການຜະລິດທອງຂອງປີ 2012.
ທ່ານ ຣິກ ວັດສ໌ຟອດ ຜູ້ຈັດ ການໃຫຍ່ຂອງບໍ່ຄຳ-ທອງເຊໂປນ
ກ່າວວ່າ: ສະຖິຕິການຜະ ລິດໃຫມ່ນີ້ສະແດງໃຫ້ເຫັນເຖິງການເຮັດວຽກທີ່ເຂັ້ມແຂງຂອງ
ທີມງານ ແລະ ການປັບປຸງຕໍ່ຂັ້ນຕອນການຜະລິດໂດຍພະນັກງານທຸກໆຄົນໄດ້ພ້ອມກັນເຮັດວຽກຢ່າງຫ້າວຫັນ
ແລະ ມີຄວາມພາກພູມໃຈຕໍ່ຜົນສຳເລັດທີ່ຍາດມາໄດ້ເຊິ່ງໃນປີຜ່ານມາມີພະນັກງານຄົນລາວຈຳ
ນວນຫລາຍຂຶ້ນມາຮັບຕຳແຫນ່ງການນຳທີ່ສູງຂຶ້ນຍ້ອນເຂົາເຈົ້າໄດ້ເຂົ້າຮ່ວມການພັດທະນາທັກສະເພື່ອຫຼໍ່ຫຼອມຕົນເອງໃຫ້ກ້າວຂຶ້ນມາຮັບບົດບາດເຫລົ່ານີ້.
ທ່ານ ຣິກ ວັດສ໌ຟອດ ກ່າວວ່າ: ປີ 2014 ການປະຕິບັດ
ຄວາມປອດໄພຈະສືບຕໍ່ເປັນ ຄວາມສຳຄັນອັນທຳອິດຂອງພວກເຮົາ ແລະ ຜ່ານການເລັ່ງໃສ່ຄວາມປອດໄພ
ພວກເຮົາຄາດວ່າຈະສາມາດປັບປຸງຜົນຜະລິດໄດ້ດີຕື່ມອີກ ຊຶ່ງຈະເຮັດໃຫ້
MMG LXML Sepon ສືບຕໍ່ໄດ້ຮັບສິດທິພິເສດເພື່ອການເຕີບໃຫຍ່ຂະຫຍາຍຕົວໃນຕໍ່ຫນ້າ
ທັງເປັນຄູ່ຮ່ວມພັດທະນາ ແລະ ປະ ກອບສ່ວນເຂົ້າໃນຄວາມກ້າວ ຫນ້າ ແລະ ການປັບປຸງການດຳ
ລົງຊີວິດທີ່ດີຂຶ້ນໃນລາວ.
ນັບແຕ່ໄດ້ເລີ່ມຂຸດຄົ້ນ ແລະ ຜະລິດແຮ່ທາດໃນປີ
2012 MMG LXML Sepon ໄດ້ຈ່າຍເງິນຫລາຍກວ່າຫນຶ່ງລ້ານໂດລາສະຫະລັດໃຫ້ລັດຖະບານລາວໂດຍຜ່ານການຈ່າຍເງິນພາສີຊັບ
ພະຍາກອນແຮ່ທາດ ແລະ ອາ ກອນຕ່າງໆອັນເຮັດໃຫ້ບໍລິສັດເປັນຜູ້ຈ່າຍຄ່າພາສີລາຍໃຫຍ່ທີ່ສຸດໃນລາວ
ນອກຈາກນັ້ນ ບໍລິ ສັດຍັງໄດ້ລົງທຶນຫລາຍກວ່າຫ້າລ້ານໂດລາສະຫະລັດຜ່ານກອງທຶນພັດທະນາທ້ອງຖິ່ນຂອງບໍ່
ຄຳ-ທອງເຊໂປນເຂົ້າໃນແຜນງານການພັດທະນາຊຸມຊົນໃນເມືອງວິລະບູລີ ອັນເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.

No comments:
Post a Comment