Ad

Ad

30 January 2014

ໄຂວາງສະແດງຮູບພາບຫມາກຜົນແຫ່ງການຮ່ວມມືດ້ານເສດຖະກິດການຄ້າລາວ-ຈີນ



          ວັນທີ 29 ມັງກອນນີ້, ຄະນະກຳມະການຮ່ວມມືລາວ-ຈີນ ແລະ ສະຖານ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ຮ່ວມກັນຈັດງານວາງສະແດງຮູບ ພາບຜົນສຳເລັດການຮ່ວມມືດ້ານເສດຖະ ກິດ-ການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ເພື່ອ ສະແດງ ແລະ ເຜີຍແຜ່ຜົນສຳເລັດຂອງກາ ນຮ່ວມມືດັ່ງກ່າວ, ໂດຍການນຳເອົາອັກ ສອນ ແລະ ຮູບພາບທີ່ສະແດງເຖິງການ ຮ່ວມມືດ້ານເສດຖະກິດ-ການຄ້າທີ່ນຳ ເອົາຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ, ທັງເປັນການສະແດງໃຫ້ເຫັນໝາກຜົນທີ່ເປັນຮູບປະທຳ ແລະ ສະແດງເຖິງການຮ່ວມມືດ້ານເສດຖະກິດການ ຄ້າລາວ-ຈີນທີ່ ຍາດມາໄດ້ໃນຊຸມປີຜ່ານມາ,ພ້ອມນີ້ຍັງສະແດງເຖິງຄວາມອຸດົມສົມບູນຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດລາວ-ຈີນ. ເປັນ
ກຽດເຂົ້າຮ່ວມໃນງານດັ່ງກ່າວມີ  ທ່ານ ອາ ຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະນະທຳ- ສັງຄົມ, ທ່ານ ກວນ ຮວາປິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳລາວ, ພ້ອມບັນດາການນຳຈາກ ກະຊວງ, ຂະແໜງການຂອງສອງປະຊາດເຂົ້າຮ່ວມເປັນຈຳນວນຫຼາຍ.
       ທ່ານ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວກ່າວວ່າ: ປີ 2013 ທີ່ຜ່ານມາ, ເປັນປີໜຶ່ງທີ່ໄດ້ຮັບຄວາມຄືບໜ້າອັນ ໃຫຍ່ຫຼວງໃນຂົງເຂດການຮ່ວມມືດ້ານເສດຖະກິດ-ການຄ້າ, ພາຍໃຕ້ການເອົາໃຈໃສ່ຂອງການນຳພັກ-ລັດ ຂອງສອງປະເທດ ແລະ ຍ້ອນຄວາມພະຍາຍາມຂອງທັງສອງຝ່າຍນັ້ນຈຶ່ງເຮັດໃຫ້ການພົວພັນການຄ້າຂອງສອງປະເທດຂັບເຄື່ອນໝູນ ວຽນ ໄປຢ່າງສະດວກສະບາຍ, ລະດັບການຮ່ວມມື້ນັບມື້ຍົກສູງ ແລະ ເປີດກວ້າງຂະຫຍາຍອອກ ແລະ ອຸດົມສົມບູນຂຶ້ນ, ຕາມ ສະຖິຕິຂອງຝ່າຍຈີນ ເດືອນມັງກອນຫາເດືອນພະຈິກປີ 2013 ທີ່ຜ່ານມາຍອດການຄ້າລາວ-ຈີນ ບັນລຸໄດ້ເຖິງ 2.030 ລ້ານໂດ ລາສະຫາລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນເຖິງ 29.62% ແລະ ໄດ້ ເປັນອັນດັບໜຶ່ງໃນບັນດາປະ ເທດທີ່ມາລົງທຶນຢູ່ລາວ, ຊຶ່ງຜົນສຳເລັດດັ່ງກ່າວໄດ້ນຳມາວາງສະແດງໃນມື້ນີ້ໂດຍຜ່ານການນຳໃຊ້ຕົວອັກສອນ ແລະ  ພາບ ຖ່າຍ ທີ່ເຕັມໄປດ້ວຍຊີວິດຊີວາຂອງຜົນສຳເລັດ ແລະ ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງສອງປະເທດຢ່າງແທ້ຈິງ ແລະ ໃນປີ 2014 ນີ້ຈະເປັນປີໜຶ່ງທີສຳຄັນໃນການປະຕິບັດຄຳເຫັນເອກະພາບຂອງການນຳສອງຊາດ ແລະ ສົ່ງເສີມວຽກ ງານພັດທະນາສາຍພົວພັນຢ່າງຮອບດ້ານໃນໄລຍະໃໝ່ລະຫວາງລາວ-ຈີນ, ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງ, ເພື່ອນມິດ ແລະ ຄູ່ຮ່ວມມືທີ່ດີ, ຝ່າຍຈີນຍິນດີຮ່ວມມືກັບຝ່າຍລາວພ້ອມກັນອອກເຫືອເທແຮງ, ລົງເລິກວຽກງານສ້າງສາຍພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫ່ວາງລາວ-ຈີນ ແລະ ເຊື່ອວ່າການຮ່ວມມືຂອງລາວ- ຈີນຈະນຳຜົນປະໂຫຍດ ມາໃຫ້ປະ ຊາຊົນຂອງສອງປະເທດນັບມື້ຫຼາຍຂຶ້ນ.

No comments:

Post a Comment