Ad

Ad

31 January 2014

ໜຶ່ງອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນມີລົດເສຍເພີ່ມຂຶ້ນ



       ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໜຶ່ງອາ ທິດຜ່ານມາລະຫວ່າງວັນທີ 22 ຫາ 28 ມັງກອນ ຢູ່ນະຄອນ ຫຼວງ ວຽງຈັນ ມີລົດຈັກເສຍ 17 ຄັນ ແລະ ລົດໃຫຍ່ 1 ຄັນ, ທຽບໃສ່ ອາທິດຜ່ານມາ ເພີ່ມຂຶ້ນ 7 ຄັນ, ສ່ວນໃຫຍ່ລົດທີ່ເສຍ ແມ່ນປະເພດລົດເວບໄທ ຄື: ໃນວັນທີ 22 ມັງ ກອນຜ່ານມາເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນໄດ້ລົງກວດ ກາສະຖານ ທີ່ເກີດເຫດຢູ່ບ້ານ ຊ້າງຄູ ໜ່ວຍ 12, ເມືອງ ໄຊທານີ ນະ ຄອນຫຼວງວຽງຈັນ ພາຍຫຼັງຖືກຄົນຮ້າຍງັດປະຕູຫ້ອງພັກເຂົ້າໄປ ລັກເອົາຊັບສິນຄື: ໂທລະພາບ 1 ໜ່ວຍ, ເຄື່ອງສຽງ 1 ຊຸດ ແລະ ລົດ ຈັກ 1 ຄັນ ຊຶ່ງທາງເຈົ້າໜ້າທີ່ກໍໄດ້ເກັບກຳຂໍ້ມູນເພື່ອເລັ່ງ ສືບຫາ ແລະ ຕິດຕາມຕົວຜູ້ກະທຳ ຜິດມາດຳເນີນຄະດີໃຫ້ໄດ້.
         ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ທັດສະນະວ່າ:  ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ນະ ຄອນຫຼວງວຽງຈັນ ມີຫຼາຍກຸ່ມ ເປົ້າໝາຍໂດຍສະເພາະແມ່ນບັນຫາໄພສັງຄົມ, ຫຼິ້ນກິນຟຸມເຟືອຍ, ຢາເສບຕິດ ໂດຍເປົ້າໝາຍທີ່ ຕົກເປັນເຫຍື່ອ ຂອງການປຸ້ນຈີ້- ຊີງຊັບສ່ວນຫຼາຍແມ່ນຜູ້ຍິງ ແລະ ກຸ່ມຄົນບໍ່ດີມັກສວຍໂອກາດກໍ່ຄະດີລັກຊັບຕາມຫ້ອງແຖວ ຄື: ໃນປີ ຜ່ານ ມາ ຢູ່ນະຄອນຫຼວງວຽງ ຈັນ ສະພາບຄະດີທີ່ເກີດຂຶ້ນ ທັງ ໝົດມີ 3217 ເລື່ອງ, ທຽບໃສ່ປີ 2012 ຫຼຸດລົງ 398 ເລື່ອງ, ໂດຍ ທີ່ສະພາບປາກົດການຫຍໍ້ທໍ້ທີ່ພົ້ນ ເດັ່ນເຊັ່ນ: ປຸ້ນຊັບພົນລະເມືອງ, ຊີງຊັບ, ງັດແງະລັກຊັບ, ຄາດ ຕະກຳ, ຄ້າໂສເພນີ ແລະ
ອື່ນໆ ມີ 1179 ຄັ້ງ, ມີສະພາບຊື້ຂາຍຢາ ເສບຕິດເກີດຂຶ້ນ 305 ຄັ້ງ ອັກ ຄີໄພ 67 ຄັ້ງ, ເຊິ່ງສະພາບຄະດີທີ່ ເກີດຂຶ້ນທາງເຈົ້າ ໜ້າທີ່ສາມາດ ແກ້ໄຂໄດ້ທັງໝົດ 2148 ເລື່ອງ, ຜົນເສຍຫາຍທີ່ເກີດຂຶ້ນ ມີເງິນ 21 ຕື້ກວ່າກີບ, 7 ລ້ານກວ່າບາດ, 4 ລ້ານກວ່າ ໂດລາ, ລົດເສຍທັງໝົດ 428 ຄັນ, ລົດຈັກ 389 ຄັນ, ລົດໃຫຍ່ 37 ຄັນ, ລົດຈຳໂບ້ 1 ຄັນ, ລົດຖີບ 1 ຄັນ, ຊຶ່ງຜ່ານການແກ້ ໄຂຄະດີທາງເຈົ້າໜ້າທີ່ສາມາດເກັບກູ້ເຄື່ອງຂອງກາງໄດ້ຈຳນວນໜຶ່ງໃນນັ້ນມີລົດຈັກ 59 ຄັນ, ລົດຫໃຍ່ 2 ຄັນ, ສ່ວນຕົວເລກ ລົດເສຍທີ່ຍັງເຫຼືອເຈົ້າໜ້າທີ່ຍັງສືບຕໍ່ເກັບກູ້ຄືນ.

No comments:

Post a Comment