ໂດຍ : ວິເສດ ສະແຫວງສຶກສາ
ບົດປະຈຳວັນນີ້ ຊິເອີ້ນວ່າແຍ່ກໍແມ່ນບໍ່ແຍ່ກໍຖືກມັນເປັນເລື່ອງທີ່ເຫັນຕຳຕາ-ເລື່ອງທີ່ທຸກໆຄົນມີ
ສ່ວນຮ່ວມ ເພື່ອ ແກ້ໄຂ ນັ້ນຄືບັນ ຫາຈາລະຈອນຕິດຂັດ, ບັນຫາລົດລົ້ນຖະໜົນຈົນບາງຄັ້ງການ ເດີນທາງດ້ວຍລົດກັບຍ່າງເອົາ,
ສຸດທ້າຍແມ່ນ ພວກ ໃຊ້ເກຍ “ໂອໂຕມາຕີນ” ໄປຮອດກ່ອນ. ໂຊກດີທີ່ນະຄອນຫລວງວຽງຈັນຂອງ ພວກເຮົາຍັງບໍ່ທັນຢູ່ຂັ້ນນັ້ນ.
ເລື່ອງລົດອັ່ງທາງ ແລະ ຕິດກົ້ນກັນເປັນແຖວປານແມງເມົ່າປີກຫລົ່ນນີ້
ໄດ້ກາຍເປັນບັນຫາ ປວດຫົວມົວເກົ້າສຳລັບຄົນ ໃນຕົວເມືອງໃຫຍ່ໆໂດຍສະເພາະກະໂຕນະຄອນຫລວງທີ່ຍັງບໍ່ທັນມີການຈັດສັນການຄຸ້ມຄອງລະ
ບົບຈາລະຈອນທີ່ມີປະສິດ ທິຜົນພຽງພໍ. ຕໍ່ໄປຈານແຍ່ຂໍຊັກຕົວຢ່າງພໍຫອມປາກຫອມຄໍວ່າ: ຢູ່ບ້ານເພິ່ນເມືອງທ່ານນັ້ນເພິ່ນແກ້ໄຂບັນຫາລົດຕິດ
ແລະ ອາກາດເປັນພິດ (ຍ້ອນຄວັນລົດ) ຄືແນວໃດ ເພາະບາງທີ່ພວກເຮົາອາດມີແນວແກະອອກມາໃຊ້ໄດ້ໂດຍສະຕາມທີ່ຈານແຍ່ໄດ້
ອ່ານພົບ ຫລື ເຫັນມາກັບຕາຕົນເອງ, ມາດຕະການແກ້ໄຂບັນຫາຈາລະຈອນ ຕິດຂັດຍ້ອນລົດອັ່ງທາງບ້ານເພິ່ນເມືອງທ່ານນັ້ນ
ມີແນວນີ້:
1. ມາດຕະການຈຳກັດໂກຕາ ລົດເຊັ່ນ: ທາງການນະຄອນຫລວງປັກກິ່ງໄດ້ກຳນົດວ່າແຕ່ປີ
2013 ຫາປີ 2017 (5 ປີ) ຈຳນວນລົດທະບຽນໃໝ່ທີ່ຈະເພີ່ມເຂົ້າເສັ້ນທາງຂອງນະຄອນຫລວງນັ້ນບໍ່ໃຫ້ກາຍ
600.000 ຄັນ. ຢາກເຮັດໄດ້ຄືແນວນັ້ນ ທາງການ ຕ້ອງໄດ້ຕັດໂກຕາລົດທະບຽນໃໝ່ ໃນນະຄອນຫລວງ ເຊິ່ງມີເຖິງ
240.000 ຄັນຕໍ່ປີ ໃຫ້ເຫລືອພຽງ 150.000 ຄັນຕໍ່ປີ.
2. ມາດຕະການສົ່ງເສີມການ ນຳໃຊ້ລົດທີ່ເປັນມິດຕໍ່ສິ່ງແວດ
ລ້ອມ. ມາດຕະການນີ້ປະເທດຣັດເຊຍນຳໃຊ້ອອກໜ້າປະ ເທດອື່ນໂດຍໄດ້ຍົກເລີກພາສີນຳເຂົ້າລົດ ທີ່ແລ່ນດ້ວຍພະລັງງານໄຟຟ້າ.
ຕາມທຳມະດາ ລົດປະເພດນີ້ຕ້ອງເສຍພາສີ 19%. ແຜນການຍົກເລີກພາສີຈາກ 19% ເປັນ 0% ນີ້ ຈະປະຕິບັດເປັນເວລາ
2 ປີ ນັບແຕ່ວັນທີ 1 ກຸມພາ 2014 ຮອດ ວັນທີ 31 ທັນວາ 2015 (ປະມານ 2 ປີ). ທາງການຣັດເຊຍເຊື່ອວ່າ:
ດ້ວຍວິທີນີ້, ບັນຫາມົນພາວະຈາກສະພາບລົດຕິດຈະຫລຸດລົງຢ່າງ ທັນຕາເຫັນ.
3. ມາດຕະການເກັບພາສີລົດຕິດ. ມາດຕະການນີ້ມີບາງປະ
ເທດໄດ້ທົດລອງເຮັດແລ້ວ. ສຳລັບຢູ່ ສປ ຈີນ ບັນຫານີ້ ພວມໄດ້ຮັບການພິຈາລະນາຢ່າງຈິງຈັງ ຄືໄດ້ວາງເປົ້າໝາຍເກັບພາສີລົດ
ຕິດຢູ່ບາງເສັ້ນທາງສຳຄັນຢູ່ໃຈ ກາງນະຄອນຫລວງ. ຕາມເຂົ້າ ໃຈກໍແມ່ນຈຳນວນມູນຄ່າການ ເກັບນັ້ນຂຶ້ນຢູ່ກັບໄລຍະເວລາທີ່
ລົດຕິດ. ເຈົ້າຂອງລົດຄັນທີ່ຕິດນັ້ນ ຈະຕົກຢູ່ໃນສະ ພາບທັງເຈັບທັງເໝັນຍ້ອນວ່ານອກຈາກຈະຊັກ
ຊ້າເສຍເວລາແລ້ວ ພັດຍັງເສຍເງິນອີກ. ສຳລັບຢູ່ອົດສະຕຣາລີ ນັ້ນບັນຫາ ເກັບພາສີລົດຕິດໄດ້ນຳສະເໜີໂດຍໜ່ວຍງານຄົມມະນາຄົມ
ເຖິງລັດຖະບານໃນຕົ້ນປີຜ່ານມາໂດຍໃຫ້ເຫດຜົນວ່າ: ການເກັບພາ ສີລົດຕິດຈະຊຸກຍູ້ໃຫ້ ຄົນຫັນໄປໃຊ້ລະບົບຄົມມະນາ
ຄົມທີ່ສ້າງມົນລະພິດໜ້ອຍລົງ. ເງິນທີ່ເກັບໄດ້ຈາກພາສີນັ້ນຈະເອົາໄປ ພັດທະນາລະບົບໂດຍສານມວນຊົນ
ແລະ ຂະຫຍາຍເສັ້ນທາງລົດຖີບ.
4. ມາດຕະການຈຳກັດລົດ ເກົ່າ. ບັນຫາລົດເກົ່າໝົດອາຍຸ
ການນຳໃຊ້ນີ້ ນອກຈາກຈະເກະ ກະເປ່ເພຕາມເສັ້ນທາງແລ້ວ ຍັງ ປ່ອຍອາຍພິດເຮັດໃຫ້ອາກາດປົນ ເປື້ອນ.
ດັ່ງນັ້ນ ຫລາຍປະເທດຈຶ່ງ ໄດ້ກຳນົດວ່າ: ລົດອາຍຸເທົ່ານັ້ນປີ ເທົ່ານີ້ປີໃຫ້ຢຸດ ແລ່ນ. ໜັງສືພິມ
The Nation ຂອງໄທໃນເດືອນຕຸ ລາປີຜ່ານມາ ກໍໄດ້ສະເໜີຂ່າວທີ່ ຟົດເດືອດກ່ຽວກັບຂໍ້ສະເໜີຂອງທາງ
ການບໍ່ໃຫ້ລົດທີ່ມີອາຍຸນຳ ໃຊ້ມາແລ້ວກວ່າ 10 ປີແລ່ນຕາມ ເສັ້ນທາງບາງກອກ, ພ້ອມທັງສະເໜີໃຫ້ເກັບພາສີລົດເກົ່າເພີ່ມຂຶ້ນ
ຫລາຍທົບເທົ່າ ຍ້ອນວ່າລົດເກົ່າໆ ນັ້ນສ້າງບັນຫາຕາມເສັ້ນທາງນະ ຄອນຫລວງເປັນປະຈຳ. ຕາມສະ
ຖິຕິລົດໃຫຍ່ ແລະ ລົດ ຈັກທີ່ແລ່ນຕາມເສັ້ນທາງບາງກອກນັ້ນມີປະມານ 7 ລ້ານຄັນ, ໃນນັ້ນປະມານ
30 ຫາ 40% ແມ່ນລົດເກົ່າ ອາຍຸ ເກີນ 10 ປີ.
ຢູ່ບ້ານເຮົາບັນຫາຈາລະຈອນສ່ວນໃຫຍ່ຍັງເປັນເລື່ອງ
ການບໍ່ເຄົາລົບ ແລະ ປະຕິບັດກົດ ຈາລະຈອນ, ຖັດໄປກໍແມ່ນສະ ພາບເສັ້ນທາງ, ການກຳນົດແລ້ວສັນຈອນບໍ່ສອດຄ່ອງ.
ດັ່ງນັ້ນ ຈຶ່ງ ມີການກຳນົດຄືນໃໝ່ ແລະ ອີກບັນຫາໜຶ່ງທີ່ບໍ່ຄວນແນມ ກາຍກໍ ແມ່ນການແຈກຢາຍທີ່ຕັ້ງຂອງສຳນັກງານກັບສະຖານທີ່ບໍ່ສົມ
ດູນກັນ ໝາຍຄວາມວ່າ: ມາຈຸ້ມກັນຢູ່ບ່ອນດຽວ.
ຈານແຍ່ວ່າ: ບົດຮຽນທີ່ຄວນ ຖອດຈາກມາດຕະການຂອງຕ່າງ
ປະເທດນັ້ນຄວນແມ່ນເລື່ອງຈຳ ກັດລົດເກົ່າ, ລົດທີ່ມີ ຄວາມບົກຜ່ອງທາງເຕັກນິກ. ຈາກນັ້ນຄວນ
ກຳນົດຂະໜາດຂອງລົດວ່າລົດ ຂະໜາດໃດຈຶ່ງຄວນແລ່ນຕາມເສັ້ນທາງນະຄອນ ຫລວງ. ໄດ້ຍິນວ່າຢູ່ບາງປະເທດການເກັບພາສີ
ລົດນັ້ນ ເພິ່ນເນັ້ນທັງຂະໜາດ ຂອງລົດທີ່ກິນເນື້ອທີ່ທາງນຳ. ຈານແຍ່ເຫັນຢູ່ ຫລາຍປະເທດເຂົາເຈົ້າບໍ່ສັ່ງລົດທີ່ສຳເລັດຮູບເຂົ້າມາໃຊ້ໂລດ,
ແຕ່ຫາກສັ່ງປະກອບໃຫ້ເໝາະສົມກັບສະພາບ ເສັ້ນທາງ ແລະ ຈຸດປະສົງການນຳໃຊ້ກ່ອນຈຶ່ງນຳເຂົ້າ.
ຈານແຍ່ວ່າສິຄິດໆເລື່ອງນີ້ໄວ້ແຕ່ຫົວທີ່ຈະດີແລ.
No comments:
Post a Comment