Ad

Ad

31 January 2014

ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ອອກແຈ້ງການໃຫ້ເພ່ີມສະຕິຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໂອກາດປີໃໝ່ຂອງຊາວຈີນ ແລະ ຫວຽດນາມ



       ໃນວັນທີ 29 ມັງກອນ 2014 ນີ້ ກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ ໄດ້ອອກ ແຈ້ງການສະບັບເລກທີ 040/ ປກສ.ນວ.
        ເຖິງບັນດາສຳນັກງານອົງການ, ຫົວໜ່ວຍທຸລະກິດ, ອົງ ການຈັດຕັ້ງສາກົນ, ພະນັກງານ ລັດຖະກອນ, ທະຫານ, ຕຳ ຫລວດ, ພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ, ຕະຫຼອດ ຮອດແຂກຕ່າງດ້າວຊາວຕ່າງປະເທດ, ພັກເຊົາ ແລະ ອາໄສ ດຳ ລົງຊີວິດຢູ່ນະຄອນຫລວງວຽງຈັນ ໃຫ້ເພ່ີມທະວີປ້ອງກັນຮັກ ສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນ ສັງຄົມໃນໄລຍະງານບຸນປີໃໝ່ຂອງພີ່ ນ້ອງຊາວຈີນ, ຊາວຫວຽດນາມ ປະຈຳປີ 2014. ໂດຍອີງຕາມ ແຈ້ງການຂອງເຈົ້າຄອງ ນະຄອນຫລວງວຽງຈັນ ສະບັບເລກທີ 001/ ຈນວ, ລົງວັນທີ 27 /1/ 2014 ແລະ ອີງຕາມທີ່ຕັ້ງພາລະບົດບາດ, ຂອບເຂດ, ສິດໜ້າທີ່ ຄວາມຮັບຜິດຊອບຂອງກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນພ້ອມມີສະຕິກັດກັ້ນກົນອຸ ບາຍການເຄື່ອນໄຫວຂອງພວກຈັກກະພັດ, ອິດທິກຳລັງປໍລະປັກ ແລະ ກຸ່ມ ຄົນບໍ່ຫວັງດີທີ່ພະຍາຍາມສວຍໃຊ້ທຸກຊ່ອງຫວ່າງ ເພື່ອເຄື່ອນໄຫວທຳລາຍຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະ ຊີວິດຊັບສິນຂອງສັງຄົມ.

          ດັ່ງນັ້ນ, ເພື່ອສະເຫລີມສະຫລອງບຸນປະເພນີປີໃໝ່ຂອງພີ່ນ້ອງຊາວຈີນ, ຊາວຫວຽດນາມ ປະຈຳປີ 2014 ຖືກຕ້ອງ ຕາມຮີດຄອງປະເພນີອັນດີງາມ, ມີບັນຍາກາດເບີກບານມ່ວນຊື່ນ, ມີ ຄວາມສາມັກຄີຮັກແພງເຊິ່ງກັນແລະ ກັນ, ທັງຮັບປະ ກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ກອງບັນຊາການປ້ອງກັນຄວາມສະຫງົບນະຄອນ ຫລວງວຽງຈັນ, ຖືເປັນກຽດແຈ້ງການມາຍັງທຸກພາກສ່ວນ, ທຸກຊັ້ນຄົນທຸກເພດໄວ, ຈົ່ງພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້:
          1. ບັນດາຂໍ້ແນະນຳ:
          1.1 ແຕ່ລະຄອບຄົວ, ແຕ່ລະບ້ານ, ສຳນັກງານອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ, ເລົ້າສາງ, ກົມ ກອງທະຫານ, ກົມກອງຕຳຫລວດ, ການຈັດຕັ້ງສາກົນ ແລະ ການຈັດຕັ້ງສັງຄົມຢູ່ນະຄອນຫລວງວຽງຈັນ ໃຫ້ມີສະຕິ ໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ນິຕິກຳຕ່າງໆທີ່ອຳນາດການປົກຄອງວາງອອກຢ່າງເຂັ້ມ ງວດ.
           1.2 ຍົກສູງສະຕິລະວັງຕົວປະຕິວັດ, ເປັນເຈົ້າການປົກປັກຮັກສາ, ການມ້ຽນມັດວັດຖຸສິ່ງ ຂອງທີ່ເປັນຊັບສົມບັດ ຂອງຕົນໃຫ້ດີ, ມີສະຕິໃນການກວດກາ ຟືນໄຟຢູ່ຕາມສະຖານທີ່ເຮືອນຊານ, ເຄຫາສະຖານ, ບ່ອນຢູ່ອາໄສເພື່ອຮັບປະກັນ ບໍ່ໃຫ້ມີຊ່ອງຫວ່າງພາໃຫ້ເກີດອັກຄີໄພ ຫລື ພວກຄົນບໍ່ດີສວຍໃຊ້ເຄື່ອນໄຫວກໍ່ອາດຊະຍາກຳເຊັ່ນ: ປຸ້ນຈີ້, ຊີງ ຊັບ, ລັກຊັບ, ລ່ວງກະເປົ໋າ.
        1.3 ເອົາໃຈໃສ່ໃນການ ເຮັດໜ້າທີ່ປ້ອງກັນເວນຍາມສຳນັກງານອົງການ, ບ້ານ, ກຸ່ມ ບ້ານ, ກວດກາ.
          1.4 ລາດຕະເວນ, ເພື່ອແນໃສ່ຮັບປະກັນຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນ ບ້ານສຳນັກງານ, ໂຮງຈັກ, ໂຮງງານຂອງຕົນ.
        2. ບັນດາຂໍ້ຫ້າມຕ່າງໆ.
        2.1 ເຂົ້າຮ່ວມປະຕິບັດລະ ບຽບການຂອງພະແນກອຸດສາ ຫະກຳ-ການຄ້ານະຄອນຫລວງ ວຽງຈັນ, ກ່ຽວກັບຫ້າມນຳ ເຂົ້າ ແລະ ບໍລິການຊື້-ຂາຍ ແລະ ຈູດ ໝາກກະໂພກທຸກຊະນິດ, ທຸກລະ ດັບ.
          2.2 ຫ້າມນຳໃຊ້ທາດລະ ເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດກຳມະລັງສີ ແລະ ວັດຖຸ ອອກລິດຕໍ່ສຸຂະພາບຈິດ, ເປັນຜົນ ລົບຕໍ່ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ.
          2.3 ຫ້າມດື່ມເຫລົ່າ, ເບຍ ໃນສະພາບມືນເມົາແລ້ວຂັບລົດ ສັນຈອນຕາມເສັ້ນທາງຫລວງ, ຫ້າມຂ່ີລົດເປັນພືງເປັນ ແພ, ຂີ່ລົດແຂ່ງກັນ, ຂີ່ລົດກວນເມືອງ, ຂັບຂີ່ລົດທີ່ເປັນພຶດຕິກຳລະເມີດ ກົດໝາຍການສັນຈອນຕາມເສັ້ນ ທາງຫລວງ.
        3. ມາດຕະການຈັດຕັ້ງປະ ຕິບັດ.
         3.1 ຮຽກຮ້ອງມາຍັງການ ຈັດຕັ້ງພັກ-ລັດ, ອົງການຈັດຕັ້ງ ມະຫາຊົນ, ການຈັດຕັ້ງສັງຄົມ, ຫົວໜ່ວຍທຸລະກິດ, ການ ຈັດຕັ້ງ ສາກົນຕະຫລອດຮອດພໍ່ແມ່ປະ ຊາຊົນ, ທຸກຊັ້ນຄົນບັນດາເຜົ່າ ຊາວນະຄອນຫລວງວຽງຈັນ ກໍຄື ຜູ້ທີ່ມາພັກເຊົາ, ດຳ ລົງຊີວິດຢູ່ນະ ຄອນຫລວງວຽງຈັນ ຈົ່ງຮ່ວມ ມື, ປະກອບສ່ວນໃນການຈັດຕັ້ງ ປະຕິບັດແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.
           3.2 ມອບໃຫ້ກອງບັນຊາ ການ ປກສ ເມືອງ, ເປັນເຈົ້າ ການວາງແຜນປ້ອງກັນ, ຊີ້ນຳ ປກສ ກຸ່ມບ້ານ, ປກສ ບ້ານ ສົມ ທົບກັບອຳນາດການປົກຄອງບ້ານ, ປ້ອງກັນເວນຍາມຕາມ ຄຸ້ມບ້ານ ໄລຍະບຸນປະເພນີປີໃໝ່ ຂອງພ່ີນ້ອງຊາວຈີນ, ຊາວ ຫວຽດນາມ. ພ້ອມກັນນີ້, ໃຫ້ນຳເອົາແຈ້ງການສະບັບນີ້ໄປເຜີຍ ແຜ່ແນະນຳໃຫ້ປະຊາຊົນ, ຊັ້ນຄົນຕ່າງໆຮັບຮູ້ເຊື່ອມຊຶມຢ່າງ ເລິກ ເຊິ່ງທົ່ວເຖິງ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ.
             3.3 ໃນກໍລະນີເຈົ້າໜ້າທີ່ກວດກາພົບເຫັນການປະພຶດ, ການປະຕິບັດທີ່ເປັນການລະເມີດແຈ້ງການສະບັບນີ້ຕ້ອງ ສຶກສາ ອົບຮົມ, ກ່າວເຕືອນ, ປັບໄໝຕາມສະຖານເໝາະສົມກໍລະນີຮ້າຍແຮງຕ້ອງດຳເນີນມາດຕະ ການສະກັດກັ້ນແກ້ໄຂຢ່າງ ສົມຄູ່, ຖືກຕາມຂັ້ນຕອນຂະບວນຍຸຕິທຳ,ທັງສາມາດເລີກລົ້ມພຶດຕິກຳທີ່ ເປັນອັນຕະລາຍຕໍ່ສັງຄົມ. ດ່ັງນັ້ນ, ຈຶ່ງຂໍແຈ້ງການມາ ເພື່ອຊາບ ແລະ ຂໍການຮ່ວມມືປະຕິບັດດ້ວຍຄວາມຮັບຜິດຊອບ.

No comments:

Post a Comment