Ad

Ad

31 January 2014

ເພີ່ມ​ທະວີ​ການ​ປະສານ​ງານລະຫວ່າງກຳມາ​ທິການເສດຖະກິດແຜນການ ​- ການ​ເງິນ ​ແລະ ອົງການ​ກວດ​ສອບ



       ກຳມາ​ທິການ​ເສດຖະກິດແຜນການ ​ແລະ ການ​ເງິນຂອງ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ກວດ​ສອບ​ແຫ່ງ​ລັດ ໄດ້​ຮ່ວມ​ກັນ​ຈັດ​ຊຸດ​ສຳ​ມະ​ນາກ່ຽວ​ກັບ​ວຽກ​ງານ​ກວດ​ສອບ ​ແລະ ​ເຜີຍ​ແຜ່ລະ ບຽບ​ການ​ປະສານ​ງານຮ່ວມ​ລະ ຫວ່າງ​ສອງ​ພາກສ່ວນ​ດັ່ງກ່າວ ຂຶ້ນ​ໃນ​ວັນ​ທີ 30 ມັງກອນນີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ດຣ ​ໄຊ​ສົມ​ພອນ ພົມວິຫານຮອງ​ປະທານ​ສະພາ​ແຫ່ງ​ຊາດ, ມີ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ອ້ອມ​ຂ້າງ​ເຂ້ົາຮ່ວມ​.
      ຊຸດ​ສຳ​ມະ​ນາຄັ້ງນີ້, ແມ່ນ ເປັນ​ເທື່ອ​ທຳ​ອິດທີ່​ໄດ້​ນຳ​ເອົາ​ເນື້ອ​ໃນ​ລະອຽດມະຕິ​ຕົກລົງຂອງ​ຄະ ນະ​ປະຈຳ​ສະພາ​ແຫ່ງ​ຊາດວ່າ​ດ້ວຍ​ການ​ປະສານ​ງານ​ລະ ຫວ່າງ​ສອງ​ພາກສ່ວນມາ​ເຜີຍ​ແຜ່ ​ແລະ ຄ້ົນຄວ້າ​ພິຈາລະນາ ກ່ຽວ​ກັບ​ເນື້ອ​ໃນ​ບົດ​ກວດ​ສອບ​ການ​ສະຫລຸບ​ຂາດ​ຕົວການຈັດຕັ້ງປະ ຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ຊຶ່ງ​ແມ່ນ​ໜ້າ​ທີ່​ຂອງ​ທັງ​ສອງ​ພາກ ສ່ວນໄດ້​ພ້ອມ​ກັນ​ຈັດຕ້ັງປະ ຕິບັດໃຫ້​ໄດ້​ຮັບ​ຜົນ. ພ້ອມ​ນີ້ ຍັງ​ໄດ້​ຮັບ​ຟັງການ​ບັນຍາຍ​ຂອງ​ຊ່ຽວຊານ​ກວດ​ສອບສາກົນຂອງທະນາ ຄານ​ພັດທະນາ​ອາຊີກ່ຽວ​ກັບ​ວຽກ​ງານ​ການຄົ້ນຄວ້າພິຈາລະ ນາ​ບົດ​ກວດ​ສອບຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ຊຶ່ງ​ໄດ້​ນຳ​ເອົາ​ບົດຮຽນ​ທາງ​ທິດ​ສະ​ດີ  ແລະ ບົດຮຽນ​ສາກົນ​ຈຳນວນ​ໜຶ່ງ​ມາ​ນຳ​ສະ​ເໜີເປັນຕົ້ນ: ພາລະ​ບົດ ບາດ ​ແລະ ຄວາມ​ຮັບຜິດຊອບຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ, ການ​ຕິດຕາມ​ກວດກາ​ດ້ານ​ງົບປະມານ​ແຫ່ງ​ລັດໂດຍ​ສະພາ​ແຫ່ງ​ຊາດ ​ແລະ ບົດບາດ​ຂອງ​ອົງການ​ກວດ​ສອບ​
ແຫ່ງ​ລັດ, ການ​ປະສານ​ງານ​ຢ່າງ​ເປັນ​ປົກກະຕິ ລະຫວ່າງກຳມາ​ທິການເສດຖະ ກິດ-ແຜນການ ​ແລະ ການ​ເງິນ​ສະພາ​ແຫ່ງ​ຊາດ ​ແລະ ອົງ ການ​ກວດ​ສອບ​ແຫ່ງ​ລັດ, ການຄ້ົນ ຄວ້າ ​ແລະ ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບົດ​ລາຍ​ງານ​ຜົນ​ການ ກວດ​ສອບ ​ແລະ ຂັ້ນຕອນ​ການ ຈັດຕັ້ງປະຕິບັດລວມທັງ​ການ​ຕິດຕາມ​ກວດກາການຈັດຕັ້ງປະ ຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ເປັນ​ເວລາ​ສອງ​ປີກ​ວ່າ​ມາ​ແລ້ວ, ທີ່​ກຳມາທິການເສດຖະກິດ-ແຜນ ການ ​ແລະ ການ​ເງິນ ສະພາ​ແຫ່ງ​ຊາດ ​ໄດ້​ເປັນ​ເຈົ້າການ​ຮ່ວມ​ກັບ ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ໃນ​ການ ຄ້ົນຄວ້າ​ສ້າງ​ລະບຽບ​ການ​ປະ ສານ​ງານ ​ເພື່ອ​ປຶກສາ​ຫາລື​ແລກ ປ່ຽນ​ຄວາມ​ຄິດ​ເຫັນກ່ຽວ​ກັບ​ວຽກງານ​ການຈັດ​ສັນ​ງົບປະ ມານ​ແຫ່ງ​ລັດ​ປະຈຳ​ສົກ​ປີ, ການ ຄົ້ນຄວ້າ​ເພື່ອ​ຮັບຮອງ​ເອົາ​ໂຄງ ການ​ລົງທຶນ​ຂະໜາດ​ໃຫຍ່​ຂອງ​ລັດ, ວຽກ​ງານ​ການກວດ​ສອບ​ບົດ​ສະຫລຸບ​ຂາດ​ຕົວ​ການຈັດ ຕັ້ງປະຕິບັດ​ງົບປະມານ​ແຫ່ງ​ລັດ ແລະ ການ​ພິຈາລະນາ​ຮັບຮອງ​ບັນຫາ​ສຳຄັນ​ທາງ​ດ້ານ​ເສດຖະ ກິດ. ເຖິງ​ວ່າກຳມາ​ທິການ​ເສດ ຖະກິດ-ແຜນການ ​ແລະ ການ​ເງິນ ຂອງ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ກວດ​ສອບ ​ໄດ້​ຮ່ວມ​ກັນ​ຄົ້ນຄວ້າ​ພິຈາລະນາ ​ແລະ ກຳນົດ​ມາດ​ຕະການ ​ເພື່ອ​ໃຫ້​ໜ່ວຍ​ງານ​ງົບປະມານທີ່​ຖືກ​ກວດ​ສອບ ​ແລະ ​ເຫັນ​ວ່າ​ມີ​ການລະ​ເມີດ​ວິ​ໄນ​ການ​ເງິນ ​​ໃຫ້​ມີ​ການ​ປັບປຸງ​ແກ້​ໄຂ ພ້ອມ​ທັງ​ຕິດຕາມ​ຜົນ​ການ​ແກ້​ໄຂ​ຢ່າງ​ເປັນ​ລະບົບ​ແລ້ວ​ກໍ​ຕາມ ​ແຕ່​ການ​ພົວພັນ​ປະສານ​ງານ​ຍັງ​ບໍ່​ທັນ​ເປັນ​ຫລັກການ, ເປັນ​ແບບ​ແຜນ ​ແລ​ະ ຂັ້ນຕອນລະອຽດ​ເທົ່າ​ທີ່​ຄວນ. ສະນັ້ນຊຸດ​ສຳ​ມະ​ນາ ຄັ້ງນີ້ ​ເປັນ​ໂອກາດ​ອັນ​ດີ ທີ່​ຈະ​ຊ່ວຍ​ໃຫ້ການ​ພົວພັນ​ປະສານ​ງານກ່ຽວ​ກັບ​ການ​ຕິດຕາມ​ກວດ ກາຂອງ​ສະ ພາ​ແຫ່ງ​ຊາດ ແລະ ອົງການ​ກວດ​ສອບ​ແຫ່ງ​ລັດ ​ໃຫ້​ມີ​ຄວາມ​ສະດວກ​ຄ່ອງ​ຕົວ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ຫລາຍຂຶ້ນ ກວ່າ​ເກົ່າ ​ໂດຍ​ສະ​ເພາະ​ແມ່ນການ​ຮັບ​ຟັງ​ລາຍ​ງານ​ຈາກ​ຫົວໜ່ວຍ​ຖືກ​ກວດ​ສອບ ແລະ ການ​ຕິດຕາມ​ກວດກາ​ຜົນ​ການ​ແກ້​ໄຂ ຕາມ​ຂໍ້​ແນະນຳ​ຂອງ​ການກວດ​ສອບ.

No comments:

Post a Comment