ເມື່ອບໍ່ດົນນີ້, ກອງບັນຊາການ ປກສ ແຂວງຄຳມ່ວນ,
ໄດ້ສົ່ງຜູ້ຕ້ອງຫາຊາວຫວຽດນາມຈຳນວນ 4 ຄົນທີ່ກະທຳຜິດກົດໝາຍ ຢູ່ ສປປ ລາວ ຄືນໃຫ້ຕຳຫຼວດແຂວງກວາງບິ່ງ
ສສ ຫວຽດ ນາມ. ອີງຕາມສັນຍາວ່າດ້ວຍການຮ່ວມມືທາງດ້ານຍຸຕິທຳກ່ຽວກັບບັນຫາທາງແພ່ງ
ແລະ ອາຍາລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ເຊິ່ງພິທີມອບຽຮັບໄດ້ມີຂຶ້ນລະຫວ່າງ ທ່ານ
ພັທ ຄຳພອນສີ ກຸມພົນ ຮອງກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ໂດຍທ່ານ ພັທ ເລ ວຽດ
ກຽວ ຮອງຫົວໜ້າ ຫ້ອງການອົງການສືບສວນ-ສອບສວນຕຳຫຼວດຫວຽດນາມ.
ຜູ້ຕ້ອງຫາທັງ4 ຄົນຄື: ທ້າວ ມາຍ ຖາຍ ຫັອກ
ອາຍຸ 36 ປີ, ສັນ ຊາດຫວຽດນາມ, ອາຊີບກຳມະກອນຖືກຂໍ້ກ່າວຫາມີອາວຸດເສິກໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ
ກັກຕົວໃນຄັ້ງວັນທີ 29 ກໍລະກົດ 2012 ແລະ ທ້າວ ຫງວຽນ ວັນຈີ ອາຍຸ 29 ປີ ຖືກກັກຕົວໃນຄັ້ງວັນທີ
23 ກໍລະກົດ 2012, ທ້າວ ຊວນ ເຈື່ອ ອາຍຸ 25 ປີ ຖືກກັກຕົວໃນຄັ້ງວັນທີ 29 ກໍ ລະກົດ
2013 ແລະ ທ້າວ ຟາມ ມິງ ເຊິນ ອາຍຸ 36
ປີ, ຖືກກັກຕົວໃນຄັ້ງວັນທີ 13 ທັນວາ 2013 ໃນຂໍ້ຫາລັກຊັບພົນລະເມືອງ.
No comments:
Post a Comment