Ad

Ad

24 January 2014

4 ວຽກຫຼັກທີ່ສະມາຄົມໂຮງແຮມ ແລະ ຮ້ານອາຫານຈະຕ້ອງສຸມໃສ່



     ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວເປີດເຜີຍວ່າ: ແຕ່ປີ 2014-2016 ຈະໄດ້ສຸມໃສ່ 4 ໜ້າວຽກ ຫຼັກເຊັ່ນ: ປັບ ປຸງກົງຈັກການຈັດຕັ້ງສະມາຄົມຢູ່ຂັ້ນຮາກຖານ, ສົ່ງເສີມຕະຫຼາດທ່ອງທ່ຽວຮ່ວມກັບສະມາຄົມທຸລະກິດທ່ອງທ່ຽວ ແລະ ລັດ ວິສາຫະກິດການບິນລາວ, ພັດທະນາສີມືແຮງງານ ແລະ ການບໍລິການທຸລະກິດ, ພົວພັນໃນຂອບຂອງ ASEANTA AHRA ແລະ ອື່ນໆ, ເພື່ອຍົກສູງການບໍລິການດ້ານສະຖານທີ່ພັກແຮມ ແລະ ຮ້ານອາຫານຕ່າງໆໃຫ້ທຽບເທົ່າສາກົນ.
   ທ່ານ ອຸເດດ ສຸວັນນະວົງ, ປະທານສະມາຄົມ ໄດ້ຊີ້ແຈງໃນກອງປະຊຸມວຽກງານດັ່ງກ່າວເມື່ອບໍ່ດົນມານີ້ວ່າ: ກ່ອນອື່ນໝົດ ສະມາຄົມໂຮງແຮມ ແລະ ຮ້ານອາຫານຈະຕ້ອງໄດ້ປັບປຸງອົງກອນຂອງຕົນ, ຈັດຕັ້ງສະມາຄົມຢູ່ຂັ້ນຮາກຖານຮ່ວມກັບກົມຄຸ້ມ ຄອງການທ່ອງທ່ຽວໃຫ້ເຂັ້ມ ແຂງພ້ອມນັ້ນກໍຈະຕ້ອງໄດ້ສົ່ງ   ເສີມຕະຫຼາດທ່ອງທ່ຽວຮ່ວມກັບສະມາຄົມທຸລະກິດທ່ອງທ່ຽວ ແລະ ລັດວິສາຫະກິດການບິນລາວ, ໂດຍການສ້າງແຜນຍຸດ ທະສາດໃນແຕ່ລະລະດູການ ແລະ ພັດທະນາສືມືແຮງງານ ແລະ ການບໍລິການຕາມ 4 ຂະແໜງການໃຫ້ໄດ້ມາດຕະຖານຄື: ພະແນກຕ້ອນຮັບ, ແມ່ບ້ານ, ພະ ແນກບໍລິການຫ້ອງອາຫານ ແລະ ພໍ່ຄົວ, ຈ ັດຕັ້ງການແຂ່ງຂັນສືມືແຮງງານຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມເພື່ອ ສາມາດແຂ່ງຂັນໃນ ລະດັບເພື່ອສາມາດເຂົ້າຮ່ວມກິດຈະກຳຕ່າງໆຂອງອາຊຽນ ແລະ ເພື່ອສ້າງອາຊຽນເປັນຈຸດທ່ອງທ່ຽວອັນດຽວກັນ ແລະ ທັງ
ເປັນການກະກຽມພື້ນຖານເພື່ອຮອງຮັບນັກທ່ອງທ່ຽວທີ່ຈະມາທ່ຽວ ສປປ ລາວ ໃຫ້ເພີ່ມຂື້ນໃນແຕ່ລະປີ. ສະມາຄົມ ໂຮງ ແຮມ ແລະ ຮ້ານອາຫານລາວເປັນອົງການຈັດຕັ້ງໜຶ່ງທີ່ມີໜ້າທີ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ປັບປຸງຄຸນນະພາບດານ ການບໍລິການ, ຊຶ່ງສ້າງຕັ້ງຂຶ້ນໃນປີ 1999 ພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມາເຖິງປີ 2003 ໄດ້ຍົກຖາ ນະຂຶ້ນ ມາເປັນສະມາຄົມໂຮມແຮມ ແລະ ຮ້ານອາຫານລາວພາຍໃຕ້ການຊີ້ນຳຂອງອົງການທ່ອງທ່ຽວແຫ່ງຊາດ, ປັດຈຸບັນສະ ມາຄົມດັ່ງກ່າວມີສຳນັກງານຕັ້ງຢູ່ 9 ແຂວງໃນທົ່ວປະເທດຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ຊຽງ ຂວາງ, ດົມດົມໄຊ, ຫຼວງນ້ຳທາ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ, ມີສະມາຊິກທັງໝົດ 75 ຫົວໜ່ວຍທຸລະກິດ ຄື: ໂຮມແຮມ 49 ແຫ່ງ, ເຮືອນພັກ 13 ແຫ່ງ ແລະ ຮ້ານອາຫານ 11 ແຫ່ງ ແລະ ໂຮງຮຽນວິຊາຊີບ 2 ແຫ່ງ.

No comments:

Post a Comment