ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ
ໃຫ້ຮູ້ວ່າ: ໃນຕອນບ່າຍຂອງວັນ ທີ 23 ມັງ ກອນນີ້ ໄດ້ເກີດອຸປະຕິເຫດຢູ່ເສັ້ນທາງ 13 ເໜືອ ເຂດບ້ານ
ໄຊສະຖານ ເມືອງນາຍຊາຍທອງ ນະຄອນຫຼວງວຽງຈັນ ຊຶ່ງລົດເມໝາຍ ເລກທະບຽນ 10-7703 ອຸດອນທານີ ໄດ້ຢຽບເຄົນຍ່າງຢູ່ແຄມທາງຈົນເສຍ ຊີວິດຄາທີ່.
ານການລົງກວດກາສະຖານທີ່ເກີດເຫດທາງເຈົ້າໜ້າທີ່ພະແນກຕຳຫຼວດຈະລາ ຈອນ
ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ລົດເມຄັນດັ່ງກ່າວເປັນລົດໂດຍສານລະ ຫວ່າງປະເທດລະຫວ່າງອຸດອນ-ໜອງຄາຍ
ຂອງ ປະເທດໄທ ແລະ ວຽງຈັນ-ວັງວຽງຂອງລາວ, ກ່ອນເກີດເຫດລົດຄັນດັ່ງ ກ່າວໄດ້ຂີ່ມາແຕ່ເສັ້ນທາງໜອງບຶກ
ເພື່ອ ມຸ້ງໜ້າໄປວັງວຽງແຂວງວຽງຈັນ, ພໍມາຈຸດເກີດເຫດຈຶ່ງໄດ້ຢຽບເອົາຊາຍຄົນໜຶ່ງ ອາຍຸປະມານ
30 ກວ່າປີຍ່າງ ຢູ່ແຄມທາງເຂົ້າໄປກ້ອງລົດ ເຮັດໃຫ້ເສຍຊີວິດຄາທີ່, ໂດຍສາເຫດຂອງການເກີດອຸປະຕິເຫດ
ທາງເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ ນະຄອນຫຼວງວຽງຈັນ ກຳລັງເລັ່ງສືບສວນ-ສອບສວນ.

No comments:
Post a Comment