ເຊົ້າມື້້ວານນີ້ ໄດ້ເກີດເຫດໄຟໄໝ້ເຮືອນຂອງປະຊາຊົນຕື່ມອີກຫຼັງໜຶ່ງ
ຢູ່ເຂດ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນຊຶ່ງເປັນເຮືອນກໍ່ສອງ ຊັ້ນຂອງ ນາງ
ໄກສອນ ອາຍຸ 60 ປີ ໂດຍເຈົ້າໜ້າທີ່ຕ້ອງໃຊ້ເວລາປະມານ 2 ຊົ່ວໂມງ ແລະ ລົດນ້ຳ 3 ຄັນ ເພື່ອສະກັດກັ້ນຄວບຄຸມເພີງບໍ່ໃຫ້ລຸກໄໝ້ຂະຫຍາຍ ວົງກວ້າງໂດຍສາເຫດການເກີດ ອັກຄີໄພທາງເຈົ້າໜ້າທີ່
ໄດ້ສະຫຼຸບວ່າ : ຍ້ອນການ ໄຕ້ທູບທຽນບູຊາ, ຂະນະທີ່ໃນຕອນເຊົ້າຂອງວັນທີ 22 ມັງກອນນີ້ ກໍໄດ້ເກີດເຫດ ໄໝ້ໄຟໄໝ້
ເຮືອນຂອງປະຊົາຊົນຢູ່ບ້ານໂພນຕ້ອງຈອມມະນີຊຶ່ງເຮັດໃຫ້ເຮືອນຂອງ ນາງ ຈັນທີ ອາຍຸ 50 ປີ ເສຍຫາຍໝົດຫຼັງໂດຍສາເຫດ
ແມ່ນຍ້ອນໄຟຟ້າຊ໋ອດ.
ຈາກກໍລະນີທີ່ເກີດຂຶ້ນທາງເຈົ້າໜ້າທີ່ໄດ້ອອກມາເຕືອນໃຫ້ປະຊາຊົນມີສະຕິລະວັງອັກຄີໄພວ່າ: ການເກີດອັກ ຄີໄພ
ໃນໄລຍະນີ້ ແມ່ນຖືວ່າພົ້ນເດັ່ນເນື່ອງຈາກສະພາບອາກາດທີ່ມີການປ່ຽນເຂົ້າສູ່ລະດູແລ້ງ,
ຊຶ່ງເຮັດໃຫ້ມັກເກີດອັກຄີໄພໄດ້ງ່າຍ ເປັນຕົ້ນແມ່ນບັນຫາໄຟໄໝ້ປ່າ ແລະ ໄໝ້ເຮືອນຂອງປະຊາຊົນ
ສະນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມມີສະຕິເປັນເຈົ້າການໃນ ການນຳໃຊ້ຟືນໄຟ ເຊັ່ນ: ການໄຕ້ທູບທຽນບູຊາ
ແລະ ການແຕ່ງຢູ່ຄົວກິນ, ພ້ອມດຽວກັນນັ້ນ ເນື່ອງຈາກປັດຈຸບັນແມ່ນເປັນ ໄລຍະການຈັດງານສະເຫຼີມສະຫຼອງບຸນປີໃໝ່ຂອງຊາວຫວຽດນາມ
ແລະ ຈີນ ກໍຄວນລະວັງອັກຄີໄພຈາກການໄຕ້ທູບທຽນ ແລະ ການຈູດກະໂພກ ເພື່ອປ້ອງກັນອັກຄີໄພ ແລະ
ເຮັດໃຫ້ການສະຫຼອງປີໃໝ່ມີບັນຍາກາດມ່ວນຊື່ນ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ.
ທ່ານ ພັນໂທ ຈັນທະບູນ ຫົວໜ້າພະແນກຕຳຫຼວດສະກັດກັ້ນ
ແລະ ມອດໄຟ ນະຄອນຫຼວງວຽງຈັນ ກ່າວວ່າ: ໃນໄລ ຍະຕົ້ນປີມານີ້ມີສະພາບອັກຄີໄພເກີດຂຶ້ນ 14 ກໍລະນີ
ຊຶ່ງມີຜົນເສຍຫາຍເຮືອນຂອງປະຊາຊົນ 6 ຫຼັງ ແລະ ອື່ນໆ ແລະ ໃນປີ ຜ່ານມາຢູ່ນະຄອນຫຼວງວຽງຈັນມີອັກຄີໄພເກີດຂຶ້ນ
67 ຄັ້ງ ມີຜົນເສຍຫາຍ ເຮືອນ 8 ຫຼັງ, ຫ້ອງເຄື່ອງ 13 ຫ້ອງ, ຮ້ານຂາຍ ເຄື່ອງ 30 ຮ້ານ, ໄໝ້ກົງເຕີ
3 ໜ່ວຍ, ຕູ້ແຊ່ 2 ໜ່ວຍ, ໝໍ້ແບ່ງໄຟ 1 ໜ່ວຍ, ລົດຈັກ 7 ຄັນ, ລົດໃຫຍ່ 2 ຄັນ, ເຄື່ອງຈັກໂມ້
ແປ້ງ 6 ເຄື່ອງ ແລະ ອື່ນໆ ລວມມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກ່ວາກີບ.

No comments:
Post a Comment