Ad

Ad

6 January 2014

ກອງ​ປະຊຸມອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ​ທົ່ວປະ​ເທດຈະ​ໄຂຂຶ້ນ​ແຕ່ວັນ​ທີ 7-9 ມັງກອນນີ້



       ອົງການໄອ​ຍະ​ການ​ປະ ຊາຊົນ​ສູງ​ສຸດ​, ໄດ້​ຈັດ​ຖະ​ແຫລ​ງກ່ຽວກັບການ​ກະກຽມ​ຈັດ​ກອງ​ປະຊຸມ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ທົ່ວ​ປະ​ເທດປະ​ຈຳປີ 2012- 2013 ຂຶ້ນ​ໃນ​ວັນ​ທີ 3 ມັງກອນນີ້ ຢູ່​ອົງການດັ່ງກ່າວ​ໃຫ້​ກຽດ​ຖະ​ແຫລ​ງ​ໂດຍທ່ານ ໄຊ​ຊະນະ  ໂຄດ​ພູທອນ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ມີ​ບັນ ດາ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ.
     ທ່ານຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ກ່າວ​ວ່າ: ກອງ​ປະຊຸມ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ປະ​ຈຳປີ 2012-2013 ຈະ​ໄດ້​ຈັດ​ຂຶ້ນ​ໃນແຕ່​ວັນ​ທີ 7-9 ມັງກອນນີ້ ຊຶ່ງຈະ​ເນັ້ນ​ໃສ່​ດ້ານ​ວິຊາ​ການ​ໂດຍ​​​ເພາະ​​ແມ່ນບັນດາ​ຂໍ້​ກຳນົດ​ກົດ ໝາຍ​​ຕ່າງໆເຊັ່ນ: ກົດໝາຍ​ແພ່ງ, ກົດ ໝາຍ​ອາຍາ, ກົດໝາຍ​ການ​ຄ້າ ແລະ ກົດໝາຍ​ອື່ນ​ໆ​ ທີ​່ຍັງ​ເຫັນ​ວ່າ​ຜ່ານ​ການຈັດຕັ້ງປະ ຕິບັດ​ໃນ​ຂົງ​ເຂດ​ໄອ​ຍະ​ການ​​ບໍ່​ທັນ​ເປັນ​ເອ ກະພາບ​ກັນ​  ທັງ​ນີ້​​ກໍເພື່ອພ້ອມ​ກັນ​ຄົ້ນ​ຄ້ວາ​ປະກອບ​ຄຳ​ຄິດ​ຄຳ​ເ​ຫັນ​ໃສ່ເນື້ອ​ໃນບັນດາ​ກົດໝາຍ ຕ່າງໆ ​ເຮັດ​ໃຫ້​ກົດໝາຍ​ເປັນ​ເອກະ​ພາບ​ໃນ​ການຈັດຕັ້ງປະຕິບັດ ຜ່ານ​ມາ​ເຫັນ​ວ່າການ​ຈັດຕັ້ງປະຕິບັດ​ກົດ ໝາຍຂອງ​ເຈົ້າ​ໜ້າ​ທີ່​ເຮັດ​ວຽກ​​ສືບ​ສວນ-ສອບ​ສອນ​​ ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​ກັນ​ ຊຶ່ງສ້າງ​ຄວາມ​ເຂົ້າ​ໃຈ​ຜິດ​ແກ່ສັງຄົມຕໍ່​ການຈັດຕັ້ງປະ ຕິບັດ​ກົດໝາຍ​ດັ່ງ ກ່າວ​, ພ້ອມ​ກັນ ຄົ້ນ​ຄ້ວາ​ບັນຫາ​ທີ່​ຂາດ​ຕົກ​ບົກ​ຜ່ອງ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ຂໍ້​ຕົກລົງ​ຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່່ງ​ຊາດ ​
ເລກທີ 0134/ຄປຈ, ລົງ​ວັນ​ທີ 04/12/ 2013 ວ່າ​ດ້ວຍ​ການຈັດຕັ້ງປະ ຕິບັດ​ມາດ​ຕາ 173 ຂອງ​ກົດໝາຍ​ອາຍາ, ມະຕິ​ຕົກລົງ​ຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ເລກທີ 39/ຄປຈ,ລົງ​ວັນ​ທີ 31/5/2013 ກ່ຽວ​ກັບ​ການ​ຕີ​ຄວາມ​ກົດ ໝາຍ, ຂໍ້​ຕົກລົງ​ຂອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດເລກທີ 893/ອອປສ, ລົງ​ວັນ​ທີ 25/9/ 2013 ວ່າ​ດ້ວຍ​ພະນັກງານ​ໄອ​ຍະ​ການ​ປະຊາຊົນ ແລະ ຜູ້​ຊ່ວຍ ພ້ອມ​ນີ້ກອງ​ປະຊຸມ​ຍັງ​ຈະໄດ້​ຕີ​ລາຄາ​ການຈັດຕັ້ງປະຕິບັດ​ວຽກ​ງານ​ໄອ​ຍະ​ການ​ໃນ​ຕະຫລອດ​ໄລຍະ 1 ປີຜ່ານມາ, ສະຫລຸບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາຕາມ​ຄຳ​ຂວັນ 3 ມີ 4 ຮັບປະກັນ ແລະ ມອບ​ໃບ​ຍ້ອງ​ບໍ​ໃຫ້​ແກ່​ກົມ​ກອງ ​ແລະ ບຸກຄົນ​ດີ​ເດັ່ນຕື່ມ​ອີກ.

No comments:

Post a Comment