Ad

Ad

6 January 2014

ສສຊ ແຂວງຄຳມ່ວນ ແລະ ສາລະວັນເຜີຍແຜ່ຜົນສຳເລັດກອງປະຊຸມສະພາແຫ່ງຊາດຊຸດທີ VII



      ວັນທີ 31 ທັນວາ 2013 ຜ່ານມາ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ແລະ ເຂດເລືອກຕັ້ງທີ 14 ແຂວງສາລະວັນໄດ້ລາຍງານກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະ ພາແຫ່ງຊາດຊຸດທີ VII ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-27 ທັນວາ 2013 ຜ່ານມາ.
         ໃນວາລະດຳເນີນກອງປະ ຊຸມແມ່ນໄດ້ຮັບຟັງ, ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບສະພາບທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ງົບປະມານ ແຫ່ງລັດ ສົກປີ 2012-2013 ແລະ ມາດຕະການຈັດຕັ້ງປະຕິບັດໃນ ສົກປີ 2013-2014, ບົດລາຍ ງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບຜົນການກວດສອບບົດ ສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2011-2012. ພ້ອມ ນັ້ນ, ກໍໄດ້ຮັບຮອງເອົາການສະເໜີ ຂອງລັດຖະບານກ່ຽວກັບການ ສ້າງຕັ້ງແຂວງໃໝ່ ໄຊສົມບູນ ແລະ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານຂອງຄະນະປະຈຳສະພາແຫ່ງຊາດຂອງກອງປະຊຸມສະໄໝສາມັນເທື່ອທີ 5, ເທື່ອທີ 6 ຂອງ ສະ ພາແຫ່ງຊາດຊຸດທີ VII, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍຈຳນວນ 14 ສະບັບ, ໃນນັ້ນມີກົດໝາຍສ້າງ
ໃໝ່ຈຳນວນ 6 ສະບັບ ແລະ ກົດໝາຍສະບັບປັບປຸງຈຳນວນ 8 ສະບັບ. ພ້ອມກັນນີ້ ສະພາ ແຫ່ງຊາດກໍ່ໄດ້ສະເໜີມາຍັງລັດ ຖະບານຈົ່ງເພີ່ມທະວີການຊີ້ນໍາຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດໃນສົກປີ 2013-2014 ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້ໂດຍສະ ເພາະແມ່ນໃຫ້ສຸມໃສ່ຄຸ້ມຄອງ ໂຄງການລົງທຶນກ່ອນໃຫ້ໄປຕາມຄຳສັ່ງເລກທີ 16/ນຍ ຂອງ ທ່ານນາຍົກລັດຖະມົນຕີ ແລະ ຈັດຕັ້ງປະຕິບັດ 8 ມາດຕະການ ທີ່ລັດຖະບານວາງອອກໃຫ້ໄດ້ຢ່າງເຂັ້ມງວດ ແລະ ແທດເຖິງກວ່າເກົ່າ. ເພື່ອສືບຕໍ່ເສີມຂະ ຫຍາຍຜົນສຳເລັດໃນໄລຍະທີ່ຜ່ານມາ ແລະ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້ໃນ ແຜນການໄລຍະທ້າຍສະໄໝຂອງ ສະພາແຫ່ງຊາດຊຸດທີ VII ກອງປະຊຸມຍັງໄດ້ສະເໜີໃຫ້ສະພາແຫ່ງຊາດຈົ່ງເພີ່ມທະວີການ ຊີ້ນຳຢ່າງແທດເຖິງ, ແຂງແຮງ ກວ່າ ເກົ່າຕໍ່ກັບການຈັດຕັ້ງປະຕິ ບັດພາລະບົດບາດຂອງບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດເປັນຕົ້ນແມ່ນການເຄື່ອນໄຫວ ຂອງສະມາຊິກສະພາແຫ່ງຊາດປະຈຳໃນແຕ່ລະເຂດເລືອກຕັ້ງໃນການປະຕິບັດພາລະໜ້າທີ່ຂອງຕົນໂດຍສະເພາະແມ່ນການກະກຽມກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດ, ເພີ່ມທະວີການກະກຽມເປັນເຈົ້າພາບກອງປະຊຸມສະມັດຊາລັດຖະ ສະພາບັນດາປະເທດອາຊຽນຄັ້ງທີ 35 ໃນທ້າຍປີ 2014 ທີ່ຈະມາເຖິງນີ້.

No comments:

Post a Comment