Ad

Ad

3 January 2014

ວຽກງານສຶກສາ-ສາທາ ຢູ່ຊົນນະບົດໄດ້ຮັບການພັດທະນາຫລາຍດ້ານ



        ຍ້ອນຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ-ລັດຖະບານ ​ຕໍ່ການ​ລົງ​ກໍ່ ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ ການ​ພັດທະນາ​ຊົນນະບົດໃນ​ໄລຍະ​ຜ່ານ​ມາ ນອກຈາກ​ໃຫ້​ຄວາມສຳຄັນ​ດ້ານ​ການ​ຍົກ​ລະ ດັບ​ພື້ນຖານ​ໂຄງ​ລ່າງຕິດ​ພັນ​ກັບ​ການຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ກະ ສິກຳ​ເປັນ​ສິນຄ້າ ໂດຍການ ປູກຝັງ-ລ້ຽງສັດ​ແລ້ວ ຍັງ​ດຳ​ເນີນ​ການພັດທະນາ ໄປ​ຢ່າງ​ສົມ​ຄູ່​ກັບ​ຂົງ​ເຂດ​ການ​ສຶກສາ ​ແລະ ສາທາ ລະນະ​ສຸກດ້ວຍ​ຜົນສຳ​ເລັດ.
       ທ່ານ ​ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ, ຫົວໜ້າຄະນະຊີ້ນຳວຽກງານສາມສ້າງຂັ້ນ ສູນກາງ ​ໄດ້​ຍົກ​ໃຫ້​ເຫັນສະ ພາບ​ການ​ລົງ​ທຶນ​ເຂົ້າຂະ​ແໜງການ​ສຶກສາ  ໂດຍ​ການ​ຂະຫຍາຍ​ໂຮງຮຽນ​ໄປ​ສູ່​ບ້ານ​ຕ່າງໆ​ໃນ​ເຂດ​ຊົນນະບົດ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ລູກ​ຫລານ​ໄດ້​ໄປ​ຮຽນໜັງສື​ຢ່າງ​ເປັນ​ລະບົບ​ ແຕ່​ປະຖົມ​ຮອດ​ມັດທະຍົມ. ພ້ອມ​ນັ້ນ ກໍ​ໄດ້​ແກ້​ໄຂ​ບັນຫາ​ການ​ຂາດ​ເຂີນ​ອຸປະ ກອນ​ການ​ຮຽນ-ການ​ສອນ ທັງ​ໄດ້​ເພີ່ມ​ໂກຕາ​ຄູ​ສອນ​ໃຫ້​ພຽງພໍ ​ແລະ ທົ່ວ​ເຖິງ​ໃນ​ເຂດ​ຫ່າງ​ໄກ​ສອກຫລີກ, ມາ​ຮອດ​ປັດຈຸ​ບັນ​ ຈຳນວນ​ບ້ານ​ທີ່​ມີ​ໂຮງ ຮຽນ​ເພີ່ມ​ຂຶ້ນກວມ 98,89%, ອັດ ຕາ​ເຂົ້າ​ຮຽນ​ຂອງ​ເດັກ​ເກນ​ອາຍຸ​ເພີ່ມ​ຂຶ້ນ ກວມ 98,97%, ມີ​ບ້ານ​ຈົບ​ປະຖົມ​ພາກ​ບັງຄັບກວມ 90,45% ​ແລະ ສາມາດ​ປະກາດ​ສຳ​ເລັດ​ການ​ສຶກສາ​ຊັ້ນປະຖົມ​ພາກ​ບັງຄັບ​ຈຳນວນ 104 ​ເມືອງ.

      ສຳລັບ​ຂະ​ແໜງສາທາລະນະ​ສຸກ ກໍ​ໄດ້​ຮັບ​ການ​ປັບປຸງ ​ແລະ ຂະຫຍາຍ​ຕາໜ່າງການ​ບໍລິການ​ເປັນ​ວົງ​ກວ້າງ​ອອກ​ໄປ​ສູ​່ ເຂດ​ຈຸດ​ສຸມ, ກຸ່ມ​ບ້ານ ​ແລະ ບ້ານ​ໃຫຍ່ ໂດຍ​ທົ່ວ​ປະ​ເທດ​ມີ​ສຸກສາລາ 984​ແຫ່ງ, ຕູ້​ຢາ​ປະຈຳ​ບ້ານ​ກວ່າ 5.000 ​ແຫ່ງ, ສ້າງ ຕັ້ງກອງ​ທຶນ​ສຸຂະພາບ​ສຳລັບ​ຜູ້​ທຸກ​ຍາກ​ຢູ່ 102 ເມືອງ ​ແລະ ​ໄດ້​ປະຕິບັດ​ນະ​ໂຍ ບາຍການອອກລູກ​ບໍ່​ເສຍ​ຄ່າ​ໃນ 62 ສຸກສາລາ ຂອງ 7 ​ແຂວງ. ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ຜູ້​ທຸກ​ຍາກຢູ່​ຊົນນະບົດ ​ໄດ້​ເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ສາ ທາລະ ນະ​ສຸກ​ເພີ່ມ​ຂຶ້ນກວມ 94%. ໃນ​ຂະນະ​ດຽວກັນ,​ ຂະ​ບວນການ​ສ້າງ​ບ້ານ​ແບບຢ່າງ ດ້ານ​ສາທາ ລະນະ​ສຸກ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າກວມ 45% ຂອງ​ຈຳນວນ​ບ້ານ​ທັງໝົດ​ໃນ​ທ່ົວປະ​ເທດ.

No comments:

Post a Comment