Ad

Ad

3 January 2014

ປີນີ້ທະນາຄານນະໂຍບາຍມີແຜນປ່ອຍສິນເຊື່ອຮັບໃຊ້ການຜະລິດ ຫລາຍກວ່າ 977 ຕື້ກີບ



            ຄະນະຮັບຜິດຊອບຫ້ອງ ການສັງລວມຂອງທະນາຄານ ນະໂຍບາຍໄດ້ລາຍ ງານຕໍ່ນັກ ຂ່າວລາວພັດທະນາ ໃຫ້ຮູ້ ໃນວັນ ທີ 2 ມັງກອນນີ້ວ່າ:  ຕົກມາໃນປີ 2014 ນີ້, ທະນາຄານນະໂຍບາຍ ໄດ້ມີແຜນປ່ອຍສີນເຊື່ອຊຸກຍູ້ ການຜະລິດຂອງ ປະຊາຊົນ ຕາມເຂດແຂວງຕ່າງໆທົ່ວປະເທດໃຫ້ບັນລຸໄດ້ຫຼາຍກ່ວາ 977 ຕື້ກີບ, ໂດຍຈຸດໜັກ ແມ່ນເລີ່ມປ່ອຍຮັບໃຊ້ການຜະ ລິດລະດູແລ້ງປູກເຂົ້ານາແຊງ ແລະ ພືດສິນຄ້າລວມ ໄປເຖິງການລ້ຽງສັດຕະຫຼອດເຖິງການກະກຽມສູ່ການປູກເຂົ້ານາປີຂອງຊາວກະ ສິກອນທົ່ວປະເທດໃຫ້ທ່ວງທັນກັບລະດູການ.
      ການປ່ອຍສິນເຊື່ອຂອງທະນາຄານດັ່ງກ່າວໃນປີນີ້ແມ່ນຈະມອບໃຫ້ສາຂາຢູ່ໃນ 10 ແຂວງ ໃນທົ່ວປະເທດເປັນຜູ້ໃຫ້ບໍລິ ການແກ່ສະມາຊິກທີ່ມີຄວາມຕ້ອງ ການກູ້ຢຶມໂດຍມີກຳນົດປ່ອຍ 3 ໄລຍະຄື: ໄລ ຍະສັ້ນ, ກາງ ແລະ ໄລຍະຍາວ. ໃນນີ້ຈະ
ປ່ອຍໃຫ້ ເມືອງທຸກຍາກໃນທົ່ວປະເທດຕົກເປັນຈຳນວນ 720 ຕື້ກ່ວາກີບ, ປ່ອຍໃຫ້ເຂດຈຸດສຸມຕົກເປັນຈຳນວນ 121 ຕື້ກວ່າ ກີບ ແລະ ຈະ ປ່ອຍໃຫ້ເຂດບ້ານທົດລອງສາມ ສ້າງນອນຢູ່ໃນ 10 ສາຂາບໍລິການມູນຄ່າ 134 ຕື້ກ່ວາກີບ, ໂດຍການປ່ອຍສິນ ເຊື່ອດັ່ງກ່າວທາງທະນາຄານໄດ້ມີການເລືອກເຟັ້ນການຜະລິດໂຕຈິງຂອງຊາວກະສິກອນແຕ່ລະຄອບຄົວພ້ອມທັງປະຕິບັດ ຕາມຂໍ້ກຳນົດກົດລະບຽບຂອງທະນາຄານກາງກໍຄື ທະນາຄານນະໂຍບາຍໄດ້ກຳນົດໄວ້ຕາມລະບຽບຫຼັກການຢ່າງເຂັ້ມງວດ.

No comments:

Post a Comment