Ad

Ad

3 January 2014

ຍັງຕ້ອງປັບປຸງຫລາຍຂອດເພື່ອດຶງດູດການລົງທຶນໃຫ້ດີຂຶ້ນ



           ​ເຖິງ​ວ່າ​ໃນ​ໄລຍະ​ຜ່ານ​ມາ ການ​ລົງທຶນ​ຢູ່​ລາວ​ຈະ​ມີ​ບັນຍາ ກາດ​ອັນ​ດີ, ​ແຕ່​ເມື່ອ​ທຽບ​ໃສ່​ຄວາມ​ຕ້ອງການ​ຕົວ​ຈິງ​ເຫັນ​ວ່າ​ຍັງ​ບໍ່​ທັນ​ໄດ້​ຕາມ​ເປົ້າໝາຍ​ວາງ​ໄວ້​ເທົ່າ​ທີ່​ຄວນ​. ສະນັ້ນ ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ມີ​ການ​ປັບປຸງ​ຫລາຍ​ຂອດ​ເພື່ອ​ມ້າງ​ຂະ​ບວນ ການ​ທີ່​ເປັນອັນ​ກົດ​ໜ່ວງ​ອັດ​ຕັນ​ໃຫ້​ແກ່​ວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ.
            ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ມາດ​ຕະ ການ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ​ໃນ​ສົກ​ປີ 2013-2014 ​ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015) ນີ້ ​ແມ່ນ​ຕ້ອງ​ສືບຕໍ່​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການຈັດຕັ້ງປະຕິບັດ​ຊຸກຍູ້​ໂຄສະ ນາ​ເຜີຍ​ແຜ່​ວຽກ​ງານ​ສົ່ງ​ເສີມ ແລະ ດຶງ​ດູດ​ການ​ລົງທຶນ​ໃຫ້​ບັນລຸ​ຕາມ​ເປົ້າໝາຍ​ວາງ​ໄວ້ ​ໂດຍ​ສະ​ເພາະ​ສ້າງ​ບັນຊີ​ວຽກ​ການ​ລົງທຶນ​ໃຫ້​ເປັນ​ຂໍ້​ມູນ​ພື້ນຖານ​ທີ່​ຈະ​ແຈ້ງ​ທີ່​ເຮັດ​ໃຫ້​ຜູ້​ທີ່​ສົນ​ໃຈ​ມາ​ລົງທຶນ​​ໃນ​ລາວ​ໄດ້​ຮັບ​ຮູ້​ຂໍ້​ມູນລະອຽດຂຶ້ນ ຕື່ມ, ຄົ້ນຄວ້າຢ່າງເລິກເຊິ່ງບັນ ດາໂຄງການທີ່ຂໍອະນຸຍາດລົງ ທຶນໃໝ່ກ່ຽວກັບກິດຈະການສຳປະທານ
ເພື່ອໃຫ້ຜູ້ລົງທຶນທີ່ມີ ຄວາມພ້ອມດ້ານທຶນຮອນ ແລະ ປະສົບການໃນການມາພັດທະນາພື້ນຖານເສດຖະກິດໂດຍສະເພາະ ເຂົ້າໄປລົງທຶນໃສ່ເຂດຫ່າງໄກ ສອກຫລີກ ຫລື ເຂດເມືອງທຸກ ຍາກຂອງປະເທດໃຫ້ໄດ້ຮັບການພັດທະນາດີຂຶ້ນ, ສືບຕໍ່ຈັດຕັ້ງ ປະຕິບັດວຽກງານການບໍລິການປະຕູດຽວ ເພື່ອຕັດຂອດທີ່ເຮັດໃຫ້ຜູ້ ລົງທຶນສັບສົນ ແລະ ພົບຄວາມຫຍຸ້ງຍາກພ້ອມທັງແກ້ ໄຂບັນຫາທີ່ເປັນອຸປະສັກເຮັດໃຫ້ມີຄວາມ ສະດວກວ່ອງໄວ, ປອດໃສເພື່ອ ສ້າງພາບພົດທີ່ດີໃຫ້ແກ່ການລົງທຶນຂອງປະເທດ, ສືບຕໍ່ສ້າງເອກະສານໂຄສະນາຂົນຂວາຍການລົງທຶນເຊັ່ນ: ປັບປຸງເວບໄຊ ກ່ຽວກັບການລົງທຶນໃຫ້ດີຂຶ້ນກວ່າເກົ່າ, ຜະລິດວາ ລະສານ ແລະ ປຶ້ມຄູ່ມືອື່ນໆ ເພື່ອໂຄສະນາ ປະຊາສຳພັນດຶງດູດນັກລົງທຶນ ໃຫ້ໄດ້ຫລາຍເຊິ່ງປັດຈຸບັນເຫັນວ່າກິດຈະການທີ່ ຜູ້ລົງທຶນສົນໃຈມາລົງທຶນຫລາຍກວ່າໝູ່ລ້ວນແຕ່ແມ່ນກິດຈະການທີ່ນຳໃຊ້ຊັບພະຍາກອນທຳມະຊາດເຊັ່ນ: ບໍ່ແຮ່, ໄຟຟ້າ ແລະ ການສຳປະນທີ່ດິນ ເຊິ່ງນັບມື້ໝົດໄປ. ສະນັ້ນ ຕໍ່ບັນຫາດັ່ງກ່າວ ພວກເຮົາຕ້ອງເອົາໃຈໃສ່ໃນການດຶງດູດການລົງ ທຶນໄປສູ່ ລວງເລິກທີ່ມີຄຸນນະ ພາບ ແລະ ທັນສະໄໝ ເພື່ອໃຫ້ມີ ຄວາມຍືນຍົງ ແລະ ໝັ້ນຄົງກວ່າ ເກົ່າເປັນຕົ້ນການສົ່ງເສີມການລົງ ທຶນເຂົ້າໃນກິດຈະການປຸງແຕ່ງຜະລິດຕະພັນກະສິກຳ, ອຸດສາຫະກຳ, ຫັດຖະກຳ, ການຜະລິດ ອຸປະກອນ-ວັດສະດຸຮັບໃຊ້ ການກໍ່ສ້າງ, ການສຶກສາ, ບໍລິການສາທາລະນະສຸກ, ການທ່ອງທ່ຽວ, ການຂົນສົ່ງ ແລະ ອື່ນໆ.

No comments:

Post a Comment