ຈາກການລົງສອບຖາມຂອງນັກຂ່າວໜັງສືພິມລາວ ພັດທະນາ ພວກເຮົາຢູ່ຕະຫລາດຕ່າງໆໃນນະຄອນຫລວງ ວຽງຈັນ ໃນວັນທີ 21 ມັງກອນນີ້ ແລະ ແມ່ນຊ່ວງໄລຍະ ຊາວຫວຽດນາມ ແລະ
ຊາວຈີນພວມສຸມໃສ່ກະກຽມຫາງຫາໃຫ້ແກ່ບຸນປີໃໝ່ປະຈຳຊາດຂອງຕົນ ເຊິ່ງຈະໝູນວຽນມາໃນອີກບໍ່ທໍ່ໃດມື້ຂ້າງໜ້ານີ້
ໃຫ້ມີບັນຍາກາດເບີກບານມ່ວນຊື່ນເຊັ່ນ: ຕະຫຼາດ ຂົວດິນ, ຕະຫຼາດທົ່ງຂັນຄຳ, ຕະຫຼາດ
103, ຕະຫຼາດໂພນຕ້ອງສະຫວ່າງ ແລະ ອື່ນໆ
ເຫັນວ່າບັນ ຍາກາດການຊື້ຂາຍສິນ ຄ້າມີ ຄວາມຄຶກຄື້ນພໍສົມ ຄວນ,
ໂດຍສະເພາະແມ່ນສິນຄ້າອຸປະໂພກ, ບໍລິໂພກ, ບາງຢ່າງມີຍອດການຂາຍສູງຈົນເຮັດໃຫ້ລາຄາເກີດມີການເໜັງຕີງໄວຂຶ້ນຖ້າ ທຽບໃສ່ຊ່ວງໄລຍະດຽວກັນຂອງ
ປີຜ່ານມາ ເນື່ອງຈາກປີນີ້ຊາວຫວຽດນາມ ແລະຊາວ ຈີນສ່ວນໃຫຍ່ທີ່ເຂົ້າມາທຳມາຫາ ກິນຢູ່ນະຄອນຫຼວງວຽງຈັນຈະຈັດຕັ້ງກັນສະຫຼອງປີໃໝ່ຂອງຕົນຢູ່ລາວຈຶ່ງເຮັດໃຫ້ບັນຍາ
ເຖິງຢ່າງໃດກໍດີຕໍ່ກັບການເໜັງຕີງຂອງລາຄາສິນຄ້າດັ່ງກ່າວອາດແມ່ນເກີດຈາກສະພາບແວກລ້ອມ,
ການຕອບສະ ໜອງບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ ຈຶ່ງເຮັດໃຫ້ລາຄາສູງຂຶ້ນເປັນບາງຄັ້ງຄາວ
ເຊິ່ງບໍ່ແມ່ນການຂຶ້ນລາຄາສິນຄ້າແບບສວຍໂອກາດຂອງຊາວຄ້າຂາຍແຕ່ຢ່າງໃດ.
ດັ່ງລາຄາຜັກໃນໄລຍະນີ້ເຫັນວ່າຫລຸດລົງເນື່ອງຈາກຜູ້ຜະລິດສາມາດສ ະໜອງໄດ້ເກີນຄວາມຕ້ອງການຂອງຕະຫຼາດ.
No comments:
Post a Comment