Ad

Ad

30 January 2014

ປ້ອງກັນລູກຕິດຢາເສບຕິດຕ້ອງເລີ່ມຈາກຄອບຄົວ ( ຄໍລຳ ແລກປ່ຽນຄຳເຫັນ )

ໂດຍ : ແສງສຸລີ ຍາມອາລຸນ
       ຫລາຍຄົນມີຄຳຖາມ ແລະ ຄຳຕອບວ່າ: ການຈະກຳຈັດຢາ ບ້າໃຫ້ໝົດຈາກປະເທດຕ້ອງເຮັດແນວໃດ ? ຄຳຕອບ ມັນ ອາດມີຫລາຍວິທີ ແລະ ແຕ່ລະວິທີບໍ່ແມ່ນວ່າຈະເຮັດໄດ້ງ່າຍ ແລະ ກໍບໍ່ແມ່ນບໍ່ສາມາດເຮັດໄດ້. ມີຫລາຍຄຳເຫັນບອກວ່າ: ກ່ອນອື່ນໝົດແມ່ນສະຖາບັນຄອບຄົວຕ້ອງເປັນຈຸດເລີ່ມຕົ້ນທີ່ດີໃນການສ້າງສາຍພົວພັນກັບລູກໆຂອງຕົນ ອັນເປັນຈຸລັງສຳ ຄັນ ແລະ ເປັນສ່ວນປະກອບສຳຄັນຂອງ ສັງຄົມໃນອະນາຄົດນັບແຕ່ມື້ລູກເກີດມາພໍ່ແມ່ຄວນເປັນຄົນລິເລີ່ມບົ່ມສອນເຮັດ ໃຫ້ເຂົາ ເຫັນໄດ້ຄວາມດີ, ຄວາມບໍ່ເໝາະສົມຕ່າງໆອັນນີ້ແມ່ນພື້ນຖານຕົ້ນຕໍຂອງສະຖາບັນຄອບຄົວ”. ຜ່ານມາພວກເຮົາ ສັງເກດບໍ່ວ່າ: ສະຖາບັນຄອບຄົວທີ່ກ່າວເຖິງນີ້ໄດ້ເຮັດຫຍັງແດ່ໃນການອົບຮົມລູກເຕົ້າຂອງເຂົາເຈົ້າໃຫ້ເປັນຄົນດີ ເມື່ອເຂົາເຈົ້າ ໃຫຍ່ມາຈະບໍ່ສ້າງບັນຫາໃຫ້ສັງຄົມ ?. ມີນັກວິຊາການບອກວ່າ: “ການສອນລູກແຕ່ບໍ່ແມ່ນການຮ້າຍລູກໃນເມື່ອລູກ ເກີດ ມີພຶດຕິກຳແບບບໍ່ເໝາະສົມ, ແຕ່ຄວນເປັນການອະທິບາຍບັນຫາໃຫ້ລູກເຂົ້າໃຈ ແລະ ແຍກໄດ້ບັນຫາ, ອະທິບາຍຜົນດີໃນ ແຕ່ລະດ້ານ. ກ່ອນພໍ່ແມ່ຈະສອນລູກໄດ້ແນວນັ້ນພໍ່ແມ່ຕ້ອງເປັນແບບຢາງທີ່ດີໃນການເຮັດກິດຈະກຳທີ່ເປັນປະໂຫຍດຕໍ່ຄອບ ຄົວເພື່ອຊັກຊວນບໍ່ໃຫ້ລູກຢູ່ລ້າໆພາຍຫລັງກັບມາແຕ່ໂຮງຮຽນຫາກວ່າພໍ່ແມ່ບໍລິຫານເວລາໃຫ້ພໍເໝາະເພື່ອປ້ອງກັນລູກບໍ່ໃຫ້ 
   ເອົາເວລາວ່າງໄປເຮັດແນວອື່ນທີ່ໄຮ້ປະໂຫຍດຈະເປັນການດີທີ່ສຸດ. ຖາມວ່າເປັນຫຍັງຫລາຍຄອບຄົວທີ່ມີເວລາໃຫ້ລູກຈຶ່ງ ມີໂອກາດໜ້ອຍທີ່ສຸດທີ່ລູກຈະໄປມົ້ວສຸມກັບຢາເສບຕິດສິ່ງມຶນເມົາຕ່າງໆເພາະວ່າຄອບຄົວນັ້ນມີການບໍລິຫານເວລາທີ່ດີ ພໍ່ແມ່ຈະຈັດວຽກງານ ໃຫ້ລູກແຕ່ລະຄົນຢ່າງພໍເໝາະໃນ ແຕ່ລະມື້ ລູກແຕ່ລະຄົນນັບແຕ່ກັບ ມາຈາກໂຮງຮຽນຈະມີກິດຈະກຳ ໃນເຮືອນເຊັ່ນ: ຊ່ວຍພໍ່ແມ່ເຮັດວຽກເຮືອນ, ຫລິ້ນກິລາ ແລະ ອື່ນໆ ທີ່ພາໃຫ້ບໍ່ຄິດຫາທາງໄປ ແນວອື່ນ. ໃນຂະນະດຽວກັນ ພໍ່ແມ່ກໍຕ້ອງໂອ້ລົມກັບລູກຢ່າງມີສິລະປະຫ້າມຮ້າຍໃຫ້ລູກຕ້ອງໃຊ້ການອະທິບາຍຊີ້ແຈງເຫດຜົນເທົ່ານັ້ນພໍຫາກພໍ່ແມ່ເຮັດ ແບບນີ້ກັບລູກນັບແຕ່ມື້ທີ່ລູກຮູ້ຄວາມ ແລະ ສຳຜັດກັບສັງຄົມ. ນອກຈາກນີ້ ການເບິ່ງຮູບເງົາຟັງເພງ, ລະຄອນໂທລະພາບ ນັ້ນກໍສຳຄັນເວລາເບິ່ງຕ້ອງອະທິບາຍໃຫ້ລູກເຫັນ ແລະ ເຂົ້າໃຈບັນຫາທີ່ສະທ້ອນອອກມາໃນລະຄອນໂທລະພາບ ການທີ່ເຮັດແນວນັ້ນແມ່ນເຮົາຕ້ອງສະແດງຄວາມຄິດເຫັນໃຫ້ລູກຮູ້ເລື່ອງໃດທີ່ຖືກຕ້ອງ ແລະ ຜິດພາດຫາກວ່ານຳມາໃຊ້ ໃນຊີວິດຈິງ. ສະນັ້ນ ມັນຈຶ່ງມີຄວາມສຳຄັນສຳລັບຊີວິດຂອງຜູ້ເປັນລູກກໍຄືພໍ່ແມ່. ມີບາງທ່ານໃຫ້ທັດສະນະວ່າ: ຈຳກັດສື່ຕ່າງໆ ທີ່ມີລັກສະນະບໍ່ເໝາະບໍ່ຄວນໃຫ້ໝົດເພື່ອບໍ່ໃຫ້ຄົນເບິ່ງແລ້ວນຳໄປເປັນແບບຢ່າງໃນການດຳລົງຊີວິດ. ທັດສະນະແບບ ນີ້ມັນອາດບໍ່ສາມາດເຮັດໄດ້ຢ່າງງ່າຍດາຍເທົ່າໃດ ເພາະໂລກເທັກໂນໂລຊີມັນໄປໄກເກີນທີ່ເຮົາອາດຄວບຄຸມໄດ້. ສະນັ້ນ ຈຶ່ງ ເຫັນວ່າມັນມີວິທີດຽວທີ່ຈະສ້າງສັນສັງຄົມໄດ້ໂດຍການສັ່ງສອນອົບຮົມລູກເຕົ້າໃຫ້ຮູ້ເຫັນໂທດຂອງຢາເສບຕິດ ແລະ ສິ່ງມຶນເມົາຕ່າງໆ. ຫາກແຕ່ລະຄອບຄົວເຮັດແນວນັ້ນໄດ້ກໍຈະຊ່ວຍໃຫ້ສັງຄົມລວມໄປເຖິງສະຖາບັນຄອບຄົວໃນສັງຄົມລາວ ສົມບູນໄດ້. ນອກຈາກນີ້ແລ້ວຍັງມີຫລາຍທາງທີ່ເຮົາຈະສາມາດຊ່ວຍກັນໂດຍສະເພາະສະຖາບັນຕ່າງໆບໍ່ວ່າອົງການຂອງລັດ, ເອກະຊົນທຸກອົງການຈັດຕັ້ງໃນສັງຄົມລາວຫາກເປັນເຈົ້າການຮ່ວມກັນແນ່ນອນວ່າຕ້ອງເອົາຊະນະໄດ້.

No comments:

Post a Comment