Ad

Ad

29 January 2014

ປະ​ທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ເນັ້ນ​ໃຫ້​ເມືອງ​ສັງ​ທອງ​ສຸມ​ໃສ່​ການ​ພັດທະນາ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ເທື່ອ​ລະ​ກ້າວ


     ວັນ​ທີ 27 ມັງກອນ​ນີ້, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ພ້ອມ​ພັນ​ລະ​ຍາ ​ແລະ ຄະນະ​ໄດ້​​ໄປ​ຢ້ຽມຢາມ ​ແລະ ພົບ​ປະ​​ໂອ້ລົມ​ພະນັກງານ​ຫລັກ​ແຫ​ລ່ງ​ເມືອງ​ສັງ​ທອງ ນະຄອນຫລວງ​ວຽງ​ຈັນ.
     ທ່ານ ບຸນ​ທ່ຽງ ຂຸນ​ສີ ​ເລຂາ​ພັກ​ເມືອງ, ​ເຈົ້າ​ເມືອງ​ສັງ​ທອງ ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ​​ໃນ​ຊຸມ​ປີຜ່ານມາ ແລະ ທິດ​ທາງ​ແຜນການ​ສົກ​ປີ 2013-2014 ​ແລະ ວຽກ​ງານ 3 ສ້າງ​ຢູ່​ເມືອງ​ຕົນ​ວ່າ: ​ເມືອງ​ສັງ​ທອງ​ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ເຊັ່ນ: ພື້ນ ຖານ​ໂຄງ​ລ່າງ ​ເສັ້ນທາງ​ຄົມມະ ນາຄົມ​ຍັງ​ບໍ່​ທັນ​ຮັບປະກັນ​ໄດ້​ສອງ​ລະດູ, ​ໂຮງຮຽນ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ເພາະວ່າ​ໃນ​ແຕ່ລະ​ປີ​ນັກຮຽນ​ໄດ້​ມີ​ໂຕ​ເລກ​ເພີ່ມ​ຂຶ້ນ​ເລື້ອຍໆ, ສຸກສາລາ ​ແລະ ຖົງ​ຢາ​ປະຈຳ​ບ້ານ​ກໍ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພໍ່​ແມ່​ປະຊາຊົນ.
     ສ່ວນ​ວຽກ​ງານ 3 ສ້າງ, ເມືອງ​ສັງ​ທອງ​ແມ່ນ​ໜຶ່ງ​ໃນ 51 ເມືອງ​ທົ່ວ​ປະ​ເທດເປັນ​ເມືອງ​ເຮັດ​ທົດ​ລອງ 3 ສ້າງ ພາຍຫລັງ​ໄດ້​
ຈັດຕັ້ງ​ເຊື່ອມ​ຊຶມ​ມະຕິ 03/ກມສພ ​ແລະ ຄຳ​ສັ່ງ​ເລກທີ 16/ນຍ ຢູ່​ຂັ້ນ​ເມືອງ​ແລ້ວ ​ໃນ​ກາງ​ເດືອນ​ມີນາ 2012 ​ໄດ້​ຫັນ​ເອົາ​
ພະນັກງານ 7 ຫ້ອງການ​ລົງ​ໄປ​ເຄື່ອນ​ໄຫວ​ຢູ່​ບ້ານ​ທົດ​ລອງ​ຂອງ​ເມືອງ ​ເຊິ່ງ​ແມ່ນ​ບ້ານ​ໃຫຍ່​ນາ​ຈະ​ເລີ​ນ ​ແລະ ຜ່ານ​ການຈັດ ຕັ້ງປະຕິບັດ​ເຫັນ​ວ່າ​ມີ​ຫລາຍ​ຂົງ​ເຂດ​ວຽກ​ງານ​ແມ່ນ​ມີ​ບາດກ້າວ​ຂະຫຍາຍຕົວ​ດີ​ຂຶ້ນ, ຄວາມ​ຕື່ນ​ຕົວ​ຂອງ​ປະຊາຊົນ​ຢູ່​ບ້ານ​ທົດ​ລອງ​ກໍ​ດີ ຖ້າ​ທຽບ​ໃສ່​ເມື່ອ​ກ່ອນ.
      ​ໂອກາດ​ດັ່ງກ່າວ, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້​ກຽດ​ໂອ້​ລົມໂດຍ​​ເນັ້ນ​ໃຫ້​ເມືອງ​ສັງ​ທອງ​ສືບຕໍ່​ເອົາ​ໃຈ​ໃສ່ ການ​ພັດທະນາ​ບ້ານ ​ໂດຍ​ການ​ເຕົ້າ​ໂຮມ​ບ້ານ​ນ້ອຍ​ເປັນ​ບ້ານ​ໃຫຍ່ສຸມ​ໃສ່​ຜະລິດ​ກະສິກຳ​ເປັນ​ສິນຄ້າ​ເພື່ອ​ໃຫ້​ປະຊາຊົນ​ມີ​ວຽກ​ເຮັດ​ງານ​ທຳ, ມີ​ລາຍ​ຮັບ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ເຂົາ​ເຈົ້າ, ສືບຕໍ່​ປັບປຸງ​ອຳນາດ​ການ​ປົກຄອງ​ຂັ້ນ​ເມືອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ, ພະນັກງານ​ຂັ້ນ​ເມືອງ​ຕ້ອງ​ລົງ​ໄປ​ຊ່ວຍ​ວຽກ​ຢູ່​ຂັ້ນບ້ານ, ບຳລຸງ​ກໍ່ສ້າງ​ພະນັກງານ​ກັບ​ທີ່​ຂັ້ນບ້ານພ້ອມ​ທັງ​ປັບປຸງ ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ຈະ​ແຈ້ງ​ລະຫວ່າງ​ເລຂາ​ພັກ​ບ້ານ ​ແລະ ນາຍບ້ານ, ສ້າງ​ພະນັກງານ​ວິຊາ​ການເປັນຕົ້ນພະນັກ ງານ​ກະສິກຳ ​ເພື່ອ​ໃຫ້​ເປັນ​ຜູ້​ພາ​ເຮັດ​ພາ​ສ້າງ ໂດຍ​ສະ​ເພາະ​ເອົາ​ໃຈ​ໃສ່​ສ້າງ​ຄອບຄົວ​ຕົວ​ແບບ​ປູກຝັງ-ລ້ຽງສັດ, ສ້າງ​ກຸ່ມ​ການ​ຜະລິດ ​ເພື່ອ​ຍູ້​ການ​ຜະລິດ​ເປັນ​ສິນຄ້າ ​ໂດຍ​ອີງ​ໃສ່​ທ່າ​ແຮງ​ບົ່ມ​ຊ້ອນ ເພື່ອ​ໃຫ້​ມີ​ຫລາຍ​ໂຄງການ​ເກີດ​ຂຶ້ນ ທັງ​ຮັກສາ​ໄດ້​ມູນ​ເຊື້ອ​ເມືອງ​ວິລະ​ຊົນ​ຕະຫລອດ​ໄປ​ຮອດ​​ເຊັ່ນ​ລູກ​ເຊັ່ນ​ຫລານ.
     ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ພ້ອມ​ຄະນະ ຍັງ​ໄດ້​ໄປ​ຢ້ຽມຢາມ ​ແລະ ພົບ​ປະ​ໂອ້​ລົມ​ປະຊາຊົນ​ບ້ານ​ສະນອດ ເຊິ່ງ​ເປັນ​ບ້ານ​ຫັດຖະກຳ​ຈັກສານ​ໄມ້ປ່ອງ​ເປັນ​ສິນຄ້າ​ຕື່ມ​ອີກ.




No comments:

Post a Comment