Ad

Ad

29 January 2014

ເປີດໂຄງການບໍລິການຈັດຫາງານ ແລະ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃນລາວ



      ວັນທີ 28 ມັງກອນນີ້, ຢູ່ໂຮງແຮມລາວພາຊານະຄອນຫຼວງວຽງຈັນ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການແຮງງານສາກົນ (ILO) ໄດ້ລົງນາມຂໍ້ຕົກລົງ ແລະ ເປີດໂຕໂຄງການຮ່ວມມືອົງການແຮງງານສາກົນ ແລະ ສປ ຈີນ ປະເທດຕອນໃຕ້ກ່ຽວກັບການສ້າງຄວາມເຂັ້ມແຂງດ້ານການບໍລິການຈັດຫາງານ ແລະ ລະບົບຂໍ້ ມູນຂ່າວສານຕະຫຼາດ ແຮງງານ ໃນ ສປປ ລາວ, ລະຫວ່າງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາ ງານກະຊວງ ແຮງງານ ແລະ ສະຫັວດດີການສັງຄົມ ແລະ ທ່ານ ໂມຣີສິໂອ ບູສສີ ຜູ້ອຳນວຍການຮັບຜິດຊອບຫ້ອງການອົງການແຮງງານ ສາກົນປະຈຳປະເທດ ໄທ, ກຳປູເຈຍ ແລະ  ລາວ, ໂດຍການເຂົ້າຮ່ວມຂອງທ່ານນາງໃບຄຳ ຂັດທິຍະ ລັດຖະມົນຕີຊ່ວຍວ່າ ການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ລູຊຽວຟິງ ຮອງຫົວໜ້າກົມ ຮ່ວມມືການຕ່າງປະເທດກະຊວງ
ຊັບພະຍາກອນມະນຸດ ແລະ ສັງຄົມ ສປ ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
       ທ່ານ ລັດຖະມົນຕີຊ່ວຍວ່າ ການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ການເພີ່ມທະວີຢ່າງຮອບດ້ານ
ຂອງພາກລັດ ແລະ ການປະກອບສ່ວນຂອງສັງຄົມ, ການຊ່ວຍເຫຼືອຂອງບັນດາປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ
ເປັນບັນສຳຄັນເພື່ອພັດທະນາ ແລະ ຕີຖອຍບັນດາສິ່ງທ້າທາຍຕ່າງໆ, ສະນັ້ນ ໂຄງການ ILO - china South - South Cooperation ກ່ຽວກັບການສ້າງຄວາມເຂັ້ມແຂງດ້ານການບໍລິ ການຈັດຫາງານ ແລະ ສະບົບຂໍ້ມູນຂ່າວສານຕະຫຼາດແຮງ ງານນີ້ຈຶ່ງເປັນໂຄງການທີ່ສຳຄັນ ແລະ ຈຳເປັນສຳລັບ ສປປ ລາວ ໃນເງື່ອນໄຂປັດຈຸບັນ, ເນື່ອງຈາກໂຄງການດັ່ງກ່າວຈະສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດໃນການໃຫ້ບໍລິການທີ່ມີປະສິດທິພາບ, ປັບປຸງການເກັບກຳຂໍ້ມູນຂ່າວສານຕະຫຼາດແຮງ ງານ,ການວິໄຈ ແລະ ການໂຄສະນາປະຊາສຳພັນເພື່ອສະໜອງຂໍ້ມູນຂ່າວສານຂອງຕະຫຼາດແຮງານໃຫ້ແກ່ຜູ້ຊອກວຽກເຮັດ, ຜູ້ຕ້ອງ ການຶຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ນັກລົງທຶນ, ຫົວໜ່ວຍແຮງງານ ແລະ ບັນດາວິສາຫະກິດຕ່າງໆ, ພ້ອມດຽວກັນນັ້ນພວກເຮົາຍັງຈະມີໂອກາດຮຽນຮູ້, ແລກປ່ຽນບົດ ຮຽນ, ປະສົບການຈາກພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ນຳອີກ.
    ທ່ານຜູ້ອຳນວຍການຮັບຜິດຊອບຫ້ອງການອົງການແຮງງານສາກົນກ່າວວ່າ: ສະພາບແຮງານມີການປ່ຽນແປງ ແລະ ມີການ ຂະຫຍາຍຕົວຢ່າງໄວວາ, ຈຶ່ງເຮັດໃຫ້ມີຄວາມຕ້ອງການດ້ານການບໍລິການເພີ່ມຂຶ້ນ ແລະ ກ່ຽວພັນເຖິງການບໍລິການຈັດຫາງານ ຫຼາຍກວ່າເກົ່າ, ໂດຍຮັບຮູ້ເຖິງການເພີ່ມຂຶ້ນຂອງຄວາມຕ້ອງການ ILO ຈຶ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ແນະນຳໃຫ້ ບັນດາປະເທດສະມາຊິກ ເພື່ອສ້າງຄວາມເຂັ້ມແຂງດ້ານການບໍລິການຈັດຫາງານ, ILO ຈະນຳພາຜູ້ຕາງໜ້າຈາກລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານມາຮ່ວມກັນເພື່ອສ້າງນະໂຍບາຍ ແລະ ໂຄງການທີ່ແນ່ໃສ່ສົ່ງເສີມການເຮັດວຽກແບບ ມີຄຸນຄ່າ ແລະ ເປັນທຳສຳລັບໝົດທຸກຄົນ.
     ທ່ານ ນາງ ລູຊຽວຟິງ ກ່າວ ວ່າ: ສປ ຈີນ ສະໜັບສະໜູນແຜນງານການຮ່ວມມືປະເທດຕອນໃຕ້ ແລະ ເຫັນວ່າ ເປັນວິທີທີ່ມີປະສິດທິພາບໃນການຫຼຸດຜ່ອນຄວາມທຸກຍາກ, ໂດຍການເຮັດໃຫ້ບັນດາປະເທດເປົ້າໝາຍໂຄງການມີຄວາມສາ ມາດໃຫ້ການພັດທະນາເສດຖະກິດ-ສັງຄົມ, ດັ່ງນັ້ນ ກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມ ສປ ຈີນ ຈຶ່ງຂອບໃຈ ຄູ່ຮ່ວມງານຈາກ ສປປ ລາວ ແລະ ILO ທີ່ໃຫ້ຄຳໝັ້ນສັນຍາໃຈການຈັດຕັ້ງປະຕິບັດໂຄງການ ແລະ ຍິນດີໃຫ້ການສະໜັບ ສະໜູນ ແລະ ສົ່ງເສີມໂຄງການນີ້, ຊຶ່ງໝັ້ນໃຈວ່າໂຄງການນີ້ຈະຊ່ວຍເພີ່ມທະວີການຮ່ວມມືຂອງຫຼາຍຝ່າຍ, ທີ່ຈະເຮັດໃຫ້ໂຄງ ການປະສົບຜົນສຳເລັດໄດ້.
     ໂຄງການສ້າງຄວາມເຂັ້ມແຂງທາງດ້ານການບໍລິການຈັດຫາງານ ແລະ ຂໍ້ມູນຂ່າວສານດ້ານການຕະຫຼາດແຮງງານຢູ່ ສປປ ລາວ ແມ່ນໂຄງການໃໝ່, ເປັນໂຄງການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານ ສາກົນໂດຍໄດ້ຮັບການສະໜັບສະໜູນດ້ານການເງິນຈາກ ສປ ຈີນ ຈຳນວນ 5 ແສນໂດລາສະຫະລັດ, ມີໄລຍະການຈັດຕັ້ງ ປະຕິບັດ 3 ປີ (2014- 2016) ເຊິ່ງຈະຊ່ວຍໃນການເພີ່ມທະວີຄຸນະພາບຂອງຈຸດບໍລິການຈັດຫາງານ ແລະ ສ້າງຈຸດບໍລິ ການຈັດຫາງານທີ່ມີຢູ່ແລ້ວໃຫ້ເປັນທີ່ຮັບຮູ້ ແລະ ໜ້າສົນໃຈຂອງຜູ້ມາໃຊ້ບໍລິການ ນອກນັ້ນ ຍັງເປັນການປັບປຸງການບັນຈຸ ວຽກເຮັດງານທຳໃຫ້ແກ່ຜູ້ຊອກວຽກເຮັດ ແລະ ການວາງຕຳແໜ່ງງານໂດຍຜ່ານການເກັບກຳຂໍ້ມູນຕະຫຼາດແຮງງານ, ສົ່ງເສີມ ການພັດທະນາແຮງງານທີ່ບໍ່ທັນເຖິງກຸ່ມເປົ້າໝາຍ ສະເພາະເຊັ່ນ: ແມ່ຍິງ, ແຮງງານເຂື່ອນຍ້າຍ ແລະ ຄົນພິການ.


No comments:

Post a Comment