ມາດຕາ 2 ຂອງກົດໝາຍວ່າດ້ວຍສື່ມວນຊົນໄດ້ກຳນົດວ່າ:
ສື່ມວນຊົນແມ່ນເວທີຖະແຫລງຂ່າວ, ເປັນກະບອກສຽງຂອງອົງການຈັດຕັ້ງພັກ, ລັດ
ແລະ ສັງຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດ ໝາຍຂອງລັດທັງຕ້ານປາກົດການຫຍໍ້ທໍ້ໃນສັງຄົມ,
ຖ້ອຍທຳນອງທີ່ບິດເບືອນຄວາມເປັນຈິງ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ.
ຍ້ອນໄດ້ກຳນົດໄວ້ຢ່າງຈະແຈ້ງເຖິງພາລະບົດບາດດັ່ງນີ້
ຈຶ່ງເຮັດໃຫ້ສື່ມວນຊົນລາວສາມາດເຄື່ອນໄຫວວຽກງານຂອງຕົນໄດ້ຢ່າງມີປະສິດທິຜົນ
ໂດຍສະເພາະແມ່ນໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້
ແລະ ເຂົ້າໃຈ, ສ່ອງແສງໄດ້ການພັດທະນາເສດຖະກິດ-ສັງຄົມ, ວຽກດີຄົນເດັ່ນ ແລະ ບັນຫາຫຍໍ້ທໍ້ທາງສັງຄົມຕ່າງໆ.
ແຕ່ຂະນະດຽວກັນ, ວຽກງານສື່ມວນຊົນກໍຍັງມີຂອດທີ່ເປັນອັນທ້າທາຍບໍ່ໜ້ອຍໃນການເຮັດໜ້າທີ່ຂອງຕົນ
ໂດຍສະເພາະແມ່ນຄວາມບໍ່ເຂົ້າໃຈຂອງຄົນໃນສັງຄົມຈຳນວນໜຶ່ງໃນນີ້ລວມທັງພະນັກງານລັດຖະກອນຈຳນວນໜຶ່ງ.
ຄວາມບໍ່ເຂົ້າໃຈນີ້ໄດ້ກາຍເປັນຄວາມບໍ່ເຊື່ອໝັ້ນ ແລະ ບໍ່ໃຫ້ການຮ່ວມມືຕໍ່ສື່
ເພາະມີຄວາມຄິດພຽງວ່າຢ້ານສື່ຈະເອົາຈຸດອ່ອນໃນການປະຕິບັດວຽກງານຂອງອົງກອນ
ຫລື ຕົນເອງໄປເປີດເຜີຍອັນຈະກະທົບຕໍ່ວຽກງານ ຫລື ໜ້າທີ່ຕຳແໜ່ງ. ມີອົງການຂອງລັດບາງແຫ່ງເມື່ອມີສື່ນຳສະເໜີເຖິງການປະຕິບັດໜ້າທີ່ແບບບໍ່ຊອບມາພາກົນຈົນພາໃຫ້ເກີດມີຂໍ້ຂັດແຍ່ງ
ແລະ ຫາງສຽງຕໍ່ວ່າຈາກ
ສັງຄົມມາຫລາຍຕໍ່ຫລາຍເທື່ອ, ເມື່ອສື່ພົວພັນໄປເພື່ອໃຫ້ມາຊີ້ແຈງຄວາມເປັນຈິງແຕ່ຖືກປະຕິເສດ
ແລະ ເມື່ອສື່ນຳສະເໜີອອກໄປກ່ອນ ກໍມີການເຮັດໜັງສືມາຕໍ່ວ່າກັບມາທັນທີ
ເຊິ່ງການກະທຳແບບນີ້ລ້ວນແຕ່ເກີດຈາກຄວາມບໍ່ເຂົ້າໃຈແຈ້ງຕໍ່ວຽກງານສື່.
ຄວາມຈິງແລ້ວ, ສື່ມວນຊົນລາວກໍແມ່ນພະນັກງານຂອງພັກ,
ຂອງລັດ ເຮັດໜ້າທີ່ຮັບໃຊ້ພັກ- ລັດ ແລະ ປະຊາຊົນ ຄືດັ່ງ ກົດໝາຍໄດ້ກຳນົດໄວ້.
ສື່ມວນຊົນລາວບໍ່ແມ່ນສື່ມວນຊົນທີ່ໂຈມຕີແນວທາງນະໂຍບາຍຂອງພັກ ແລະ ລັດໂດຍເດັດຂາດ,
ແຕ່ສື່ຕ້ອງເຮັດໜ້າທີ່ໃນລັກສະນະສະເພາະຂອງຕົນ ຄືລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ,
ລັກສະນະຈັດຕັ້ງຊີ້ນຳ ແລະ ລັກສະນະຕໍ່ສູ້. ຈາກລັກສະນະດັ່ງ ກ່າວມານີ້, ສື່ບໍ່ພຽງແຕ່ໂຄສະນາແນວທາງອັນຖືກຕ້ອງຂອງພັກ
ແລະ ລັດເທົ່ານັ້ນ, ແຕ່ສື່ຕ້ອງເປັນຜູ້ກວດກາຕິດຕາມວ່າ: ພະນັກງານລັດຖະກອນ ຫລື
ອົງການຕ່າງໆຂອງພັກ, ຂອງລັດໄດ້ຈັດຕັ້ງປະຕິບັດຖືກຕ້ອງຕາມແນວທາງຂອງພັກ-ລັດ
ຫລື ບໍ່, ຮັບໃຊ້ປະຊາຊົນດີ ຫລືບໍ່ ແລະ ເຫັນຜົນປະໂຫຍດລວມຂອງຊາດສູງກວ່າຜົນປະໂຫຍດສ່ວນຕົວແລ້ວບໍ່?.
ສະນັ້ນ ຖ້າອົງການໃດຫາກສື່ມວນຊົນໄດ້ກ່າວພາດພິ່ງເຖິງການປະຕິບັດໜ້າທີ່ຍັງມີຈຸດອ່ອນ
ກໍບໍ່ຄວນຟ້າວໄປຕຳນິສື່, ແຕ່ຄວນໄປກວດຄືນເບິ່ງວ່າ: ໃນອົງ ການສຳນັກງານທີ່ຕົນຮັບຜິດຊອບຢູ່ນັ້ນມີບັນຫາຄືດັ່ງສື່ເຂົາເວົ້າແທ້
ຫລື ບໍ່?.
No comments:
Post a Comment