Ad

Ad

29 January 2014

ຕີລາຄາວຽກງານຈັດຕັ້ງທົ່ວປະເທດປະຈຳປີ 2013



       ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດປະຈຳປີ 2013 ໄດ້ຈັດຂຶ້ນແຕ່ວັນທີ 28-29 ມັງກອນນີ້ ຢູ່ຄະນະຈັດຕັ້ງສູນ ກາງພັກ (ຫລັກ 6) ພາຍໃຕ້ການເປັນປະທານຂອງທ່ານ ຈັນສີ ໂພສີຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ພັກ, ມີບັນດາຫົວໜ້າ, ຮອງຫົວ ໜ້າ ແລະ ພະນັກງານວິຊາການຈັດຕັ້ງຈາກບັນດາແຂວງ, ນະຄອນຫລວງ, ກະຊວງ-ອົງການ ອ້ອມຂ້າງສູນກາງເຂົ້າຮ່ວມເພື່ອຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງຄັ້ງ ທີ IX ຂອງພັກໃນໄລຍະ 1 ປີ ຜ່ານມາເປັນຕົ້ນແມ່ນວຽກງານຈັດຕັ້ງ, ວຽກງານກໍ່ສ້າງພັກ, ກໍ່ສ້າງ ພະນັກງານ ແລະ ປຶກສາຫາລືວຽກງານຈຸດສຸມສຳລັບປີ 2014.
       ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ກ່າວບາງຕອນ ວ່າ: ຜ່ານການຕິດຕາມຂອງພະນັກ ງານຈາກຄະນະຈັດຕັ້ງສູນ ກາງພັກ, ການສ່ອງແສງຂອງຂະແໜງການຂັ້ນສູນກາງຂອງກົມການ ເມືອງ-ຄະນະເລຂາທິການສູນກາງພັກ ແລະ ຕາມການ ລາຍງານຂອງຄະນະຈັດຕັ້ງແຕ່ລະຂັ້ນເຫັນວ່າໃນໄລຍະ 1 ປີ ຜ່ານມາ
ວຽກງານຈັດຕັ້ງ-ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກ ງານໄດ້ມີຜົນສຳເລັດດີພໍສົມ ຄວນ, ບັນດາຄາດໝາຍທີ່ໄດ້ກຳ ນົດຢູ່ໃນມະ ຕິກອງປະຊຸມວຽກ ງານຈັດຕັ້ງທົ່ວປະເທດຄັ້ງທີ IX ສ່ວນຫລາຍແມ່ນໄດ້ຮັບການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດການກໍ່ສ້າງພັກ
ທັງດ້ານການເມືອງ-ແນວຄິດໄດ້ມີການຍົກສູງ, ການ ກໍ່ສ້າງພັກທາງດ້ານການຈັດຕັ້ງກໍໄດ້ຮັບການເອົາໃຈໃສ່, ຈຳນວນສະມາຊິກ ພັກໄດ້ເພີ່ມຂຶ້ນ, ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບ ດ້ານ ກໍເພີ່ມຂຶ້ນເຊັ່ນກັນ. ສ່ວນວຽກງານກໍ່ສ້າງພະນັກງານສ່ວນຫລາຍ ແມ່ນໄດ້ສຳເລັດການສ້າງແຜນກຳນົດ ແລະ ດຳ ເນີນການກໍ່ສ້າງພະນັກງານ ແຕ່ລະຂັ້ນເຮັດໃຫ້ຈຳນວນພະນັກງານໃນຂົງເຂດ ວຽກງານຈັດຕັ້ງເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ແຕ່ໄປຄຽງຄູ່ກັນນັ້ນ ກໍຍັງມີບາງດ້ານທີ່ຈະໄດ້ສຶບຕໍ່ເອົາໃຈໃສ່ ປັບປຸງແກ້ໄຂໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.
    ໃນໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຕີລາຄາຜົນສຳເລັດການກະກຽມ ແລະ ການ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນເປັນ ຕົ້ນແມ່ນການກະກຽມ ແລະ ດຳເນີນກອງປະຊຸມໜ່ວຍພັກບ້ານ, ກອງປະຊຸມໃຫຍ່ຄະນະພັກຮາກຖານບ້ານ-ກຸ່ມບ້ານ, ຂະ ແໜງການອ້ອມຂ້າງສຳນັກງານ-ອົງການ, ຂັ້ນເມືອງ, ແຂວງ, ນະຄອນຫລວງ-ກະຊວງ -ອົງການຕ່າງໆ. ພ້ອມກັນນັ້ນ ກໍໄດ້ປຶກສາຫາລືກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ໜ່ວຍພັກ, ຄະນະພັກຮາກຖານ, ກອງປະຊຸມໃຫຍ່ຂັ້ນ ເມືອງ-ທຽບເທົ່າ-ກອງປະຊຸມໃຫຍ່ຂັ້ນແຂວງ, ກະຊວງ-ອົງການໃນປີ 2014.

No comments:

Post a Comment