Ad

Ad

29 January 2014

ກຽມ​ຈັດປະກວດຮູບຖ່າຍ​ສະຫຼອງ​ຂົວ​ມິດຕະພາບ I ຄົບຮອບ 20 ປີ



     
ໃນ​ວັນ​ທີ 28 ມັງກອນ​ນີ້, ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ, ນະ​ຄອນ​ຫຼວງ​ວຽງ​ຈັນ, ​ໄດ້​ມີ​ພິທີ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​​ການ ຈັດ​ປະ​ກວດ​ຮູບ​ຖ່າຍ​ໃນ​ໂອກາດ​ຄົບຮອບ 20 ປີ​ ຂົວ​ມິດ​ຕະພາບ ລາວ-​ໄທ 1, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະໜຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວແຫ່ງ ສປປ ລາວ ​ແລະ ທ່ານ ຄຳ​ຫຼ້າ ສຸລິ​ລາດ ຫົວໜ້າ​ສະມາຄົມ​ນັກ​ຖ່າຍຮູບ ພ້ອມບັນດາ​ນັກ​ຖ່າຍຮູບ ອາຊີບ ​ແລະ ສະຫມັກ​ຫຼິ້ນເຂົ້າຮ່ວມ.
         ທ່ານ ຫົວໜ້າ​ສະມາຄົມ​ນັກ​ຖ່າຍຮູບນະຄອນຫຼວງ​ວຽງ​ຈັນ ກ່າວວ່າ: ໄດ້​ເລີ່​ມຮັບ​ຮູບ​ຖ່າຍ​ນັບ​ແຕ່​ວັນ​ທີ 28 ມັງກອນ ຈົນ​ເຖິງ ວັນທີ 10 ກຸມພາ 2014 ໂດຍ​ຜູ້ທີ່ສົນໃຈສາມາດ​ສົ່ງ​ຮູບດ້ວຍ​ຕົນ​ເອງ​ຢູ່ສຳນັກງານໜັງສືພິມວຽງ​ຈັນໃໝ່ໂດຍຮູບ ທີ່ຖືກຄັດເລືອກ ແມ່ນຈະນຳເອົາ​ມາ​ຈັດ​ພິມ​ເປັນ​ປື້​ມ​ທີ່ລະນຶກໃຫ້​ທັນ​ກັບ​ການ​ສະຫຼອງ​ວັນ​ຄົບຮອບ 20 ປີ ຂົວ​ມິດຕະພາບ​ ລາວ-​ໄທ 1 ໃນ​​ວັນ​ທີ​ 6 ເມສາ 2014 ທີ່ຈະມາເຖິງ​ນີ້, ລັກສະນະ​ຂອງ​ຮູບ​ພາບ​ທີ່​ນຳ​ເຂົ້າ​ປະ​ກວດ​ຕ້ອງ​​ໃຫ້​ສ່ອດຄ່ອງ​ກັບ 3 ຫົວ​ຂໍ້​ຄື: ຂົວ​ມິດຕະພາບ​ລາວ-​ໄທ, ສີສັນ​ໃນ​ວຽງ​ຈັນ, ໜອງ​ຄາຍ​ເປີດ​ປະຕູ​ສູ່​ອາ​ຊຽນ. ໂດຍ​ສາມາດ​ເຊື່ອມ​ສານ​ໄປ​ເຖິງວິ​ຖີຊີ ວິດຊຸມ​ຊົນ, ພູມ​ປັນຍາ​ທ້ອງ​ຖິ່ນ, ອາຫານ, ສິລະ​ປະວັດ​ທະນາ​ທຳ, ປະ​ເພນີ, ສະຖາປັດຕະຍະກຳແມ່​ນ້ຳຂອງ ​ແລະ ​ແຫຼ່ງທ່ອງ​ທ່ຽວ​ຕ່າງໆຂອງຊາວ​ນະຄອນຫຼວງ​ວຽງ​ຈັນ ແລະ​ ​ແຂວງ​ໜອງ​ຄາຍ ປະ​ເທດ​ໄທ ແລະ ​ເພື່ອ​ເປີດ​ໂອກາດ​ໃຫ້​ນັກ​ຖ່າຍຮູບ ​ແລະ ປະຊາ ຊົນ​ທັງ​ສອງ​ປ​ະ​ເທດ​ທີ່ສົນ​ໃຈ​ໃນ​ການ​ຖ່າຍ​ຮູບ​ໄດ້​ມີ​ເວທີ​ສະ​ແດງ​ອອກ​ເຖິງ​ຄວາມ​ສາມາດ ​ແລະ ເຜີຍ​ຜົນງານ​ສູ່​ສາຍຕາ​ສາທາລະນະ​ຊົນ ເກີດ​ກິດຈະກຳ​ຮ່ວມ​ກັນເສີມ​ສ້າງ​ຄວາມ​ສຳພັນ​ອັນ​ດີ​ໃຫ້​ເກີດ​ຂື້ນ​ລະຫວ່າງ​ປະຊາຊົນ​ທັງ​ສອງ​ປະ​ເທດ.


No comments:

Post a Comment