Ad

Ad

29 January 2014

ເລັ່ງປັບປຸງ​ລະບົບ​ປະສານ​ງານ​ວຽກ​ງານ​ລະ​ເບີດ​ບໍ່​ທັນ​ແຕກຢູ່​ທ້ອງ​ຖິ່ນ



      
    ການ​ປະສານງານ ລະຫວ່າງຂ້ັນສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ ສປປ ລາວ ແມ່ນມີ​ຄວາມ​ສຳຄັນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວມີ​ປະ ສິດທິ​ຜົນ, ດັ່ງນັ້ນ, ​ໃນ​ຕອນ​ເຊົ້າ ວັນ​ທີ 28 ມັງກອນ 2014 ຢູ່​ທີ່​ສູນ​ຮ່ວມ​ມື​ສາກົນ ​ແລະ ຝຶກ​ອົບຮົມ ໄດ້​ຈັດ​ຊຸດສຳ​ມະ​ນາ ກ່ຽວ​ກັບ​ການ​ປັບປຸງ​ລະບົບ​ການ​ປະສານ​ງານ​ກ​ານ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກຢູ່​ທ້ອງ​ຖິ່ນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ ຂອງທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງ ການ​ຄະນະ​ກຳ ມະການ​ຄຸ້ມ​ຄອງ​ແຫ່ງ​ຊາດເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ.
          ຊຸດ​ສຳ​ມະ​ນາທີ່​ດຳ​ເນີນ​ເປັນ​ເວລາສອງ​ວັນນັ້ນ ໄດ້​ມີ​ການ​ເຜີຍ​ແຜ່​ດຳລັດ​ຂອງ​ນາຍົກລັດຖະ ມົນຕີວ່າ​ດ້ວຍ​ການ​ແຕ່ງຕັ້ງ ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງຢູ່​ ສປປ ລາວ, ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ແຕ່ງຕັ້ງ ແລະ ​ເຄື່ອນ​ໄຫວ​ຂອງ​ຫ້ອງການ​ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກ​ຄ້າງຢູ່ ສປປ ລາວ ​ແລະ ຂໍ້​ຕົກລົງວ່າ​ດ້ວຍ​
ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກຄ້າງຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນຊຶ່ງ​ໃນ​ນີ້​ໄດ້​ຍົກ​ໃຫ້​ເຫັນ​ພາລະ​ບົດບາດ, ໜ້າ​ທີ່, ສິດ, ໂຄງ​ປະກອບ​ການຈັດຕັ້ງ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ
​ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກຄ້າງ ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການຈັດຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ ທັງ​ນີ້ ກໍ​ເພື່ອ​ແນ​ໃສ່​ໃຫ້ການ​ປະສານ​ງານລະຫວ່າງສູນ​ກາງ ແລະ ທ້ອງ​ຖິ່ນ ກ່ຽວ​ກັບ​ການ​ແກ້​ໄຂ​ລະ​ເບີດ​ບໍ່​ທັນ​ແຕກ​​ໃຫ້ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນການຈັດຕັ້ງປະຕິບັດ​ວຽກ​ງານ​ແກ້​ໄຂ​ລະ​ເບີດ​ບໍ່​ທັນ​ແຕກ ​ເຊັ່ນ: ການ ວາງ​ແຜນ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ, ການ​ໂຄສະນາ​ສຶກສາ​ຄວາມ​ສ່ຽງ​ຈາກລະ​ເບີດ​ບໍ່​ທັນ​ແຕກ ​ແລະ ການ​ຊ່ວຍ​ເຫລືອ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ ແລະ ອື່ນໆ ເພື່ອຮັບປະກັນ​ໃຫ້ການຈັດຕັ້ງປະຕິບັດ​​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວກັບການ​ແກ້​ໄຂບັນຫາ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກ​ຄ້າງ​ຢູ່ ສປປ ລາວ  ​ແຕ່ 2011-2020  ​ມີ​ປະສິດທິ​ຜົນ​ຍິ່ງໆ​ຂຶ້ນ.
     ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ ຍັງ​ເປັນ​ອຸປະສັກ​ອັນ​ໃຫຍ່​ຫລວງຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ​ເຮົາຍ້ອນ​ວ່າ​ພື້ນທີ່​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ໂຄງການ​ພັດທະນາ​ອຸດ ສາຫະກຳ​, ​ໂຄງການ​ພັດທະນາ​ກະສິກຳ-ປ່າ​ໄມ້, ​ໂຄງການ​ຈັດ​ສັນພູ​ມລຳ​ເນົາ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ​ໂຄງການ​ອື່ນໆ ຢູ່​ບັນດາ​ແຂວງ ​ຍັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ເຖິງ​ວ່າ​ສົງຄາມ​ຈະ​ຊິ້ນສຸດ​ລົງ ເກືອບ 40 ປີ​ແລ້ວ​ກໍຕາມ, ​ແຕ່ລະ​ເບີດ​ບໍ່​ທັນ​ແຕກ ຍັງ​ເຮັດ​ໃຫ້​ປະ ຊາຊົນ​ລາວ​ບັນດາ​ເຜົ່າຖືກ​ບາດ​ເຈັບ ​ແລະ ​ເສຍ​ຊີວິດປີ​ລະ 300 ຄົນ.        

No comments:

Post a Comment