Ad

Ad

29 January 2014

ຄາດຕະກຳ​ອະດີດນາຍ​ຈ້າງ​ເພື່ອ​ເອົາ​ຊັບ



        ເຈົ້າໝ້າທີ່​ ປກສ ​ແຂວງ​ບໍ່​ແກ້ວ ​ໃຫ້ຮູ້ວ່າ: ພາຍຫລັງໄດ້​ຮັບ​ແຈ້ງ​ຈາກ​ຄອບຄົວ​ຂອງ​ທ້າວ ຟູ​ອານ​ລີ ວ່າຜູ້ກ່ຽວຫາຍ​ໂຕ​ໄປ​ແຕ່​ວັນ​ທີ 11 ມັງກອນ 2014, ຈຶ່ງ​ໄດ້​ມີ​ການ​ຄົ້ນ​ຫາ ​ແລະ ຂຶ້ນ​ເປົ້າໝາຍ ຂັດ​ຈ້ອນ​ການ​ເຄື່ອນ​ໄຫວ ​ແລະ ບຸກຄົນ​ທີ່​ພົວພັນ​ກັບ​ທ້າວ ຟູ​ອານ​ລີ ແລະ ​ສາມາດ​ຂັດ​ຈ້ອນ​ບຸກຄົນ​ທີ່ໝ້າສົງ​​ໄສ 2 ຄົນ ທີ່​ມີ​ການ​ພົວພັນ​ທາງ​ໂທລະສັບ​ເປັນຄັ້ງສຸດ​ທ້າຍ ແລະ ຕົກມາ​ຮອດ​ວັນ​ທີ 21 ມັງກອນ 2014, ກໍ​ສາມາດ​ຈັບ​ຕົວ ຜູ້​ຕ້ອງ​ສົງ​ໄສ 2 ຄົນ​ຄື: ທ້າວ ຝັ້ນ ອາຍຸ 38 ປີ  ​ແລະ ​ທ້າວ ​ໄມ​ຈັນ​ທີ ອາຍຸ 30 ປີ  ທັງ​ສອງ​ຢູ່​ບ້ານ​ປາກ​ງາ​ວ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ.
    ຜ່ານ​ການ​ສອບ​ສວນພວກ​ກ່ຽວ​ສາລະພາບ​ວ່າ: ໄດ້​ຮ່ວມ​ກັນ​ຄາດ​ຕະກຳ​ທ້າວ ຟູອານລີ ເພື່ອເອົາເງິນຂອງຜູ້ຕາຍ ​ເພາະ​ໃນ​ໄລ ຍະ​ຜ່ານ​ມາເຄີຍ​ເຮັດວຽກເປັນກຳມະກອນ​ໃຫ້​ຜູ້​ຕາຍ ​ແລະ ຮູ້​​ວ່າ​ຜູ້​ຕາຍ​ມີ​ເງິນຫຼາຍ ຈຶ່ງ​ເກີດ​​ແນວ​ຄິດ​ຢາກ​ໄດ້​ເງິນ​ຂອງ​ຜູ້ຕ​າຍ ດ້ວຍການ​ວາງ​ແຜນ​ຄາດ​ຕະກຳ​ ​ໂດຍ​ໄດ້​ໂທລະສັບ​ຕົວະ​ຜູ້ຕາຍ​ວ່າຈະ ພາ​ໄປ​ຊື້​ໄມ້​ດູ່​ຢູ່​ແຄມ​ປ່າ ແລະ ມາຮອດວັນທີ 11 ມັງກອນ 2014 ເຊິ່ງເປັນມື້ນັດໝາຍ, ທ້າວ ຝັ້ນ  ແລະ ທ້າວ​ໄມ​ຈັນ​ທີ ໄດ້​ຂີ່​ລົດຈັກ​ຊ້ອນ​ກັນ​ໄປ​ລໍຖ້າ​ຢູ່​ຈຸດ​ນັດ​ພົບກັບຜູ້ຕາຍເຊິ່ງຢູ່ແຄມ ປ່າຫ່າງຈາກບ້ານປະມານ 500 ແມັດ ແລະ ໃນ​ຂະນະ​ທີ່ຜູ້​ຕາຍ​ເຜີ​ຕົວ ທ້າວ ​ໄມ​ຈັນ​ທີ ກໍ​ໄດ້​ໃຊ້​ໄມ້​ຄ້ອນ​ຟາດ​ໃສ່ຫົວ​ຂອງ​ຜູ້​ຕາຍ 1 ຄັ້ງ, ແຕ່ຜູ້​ຕາຍ​ກໍ​ພະຍາ​ຍາມ​ແລ່ນໜີໄປໄດ້​ປະ ມານ 20  ແມັດ ຈຶ່ງລົ້ມ​ລົງ. ຈາກ​ນັ້ນທ້າວ​ຝັ້ນ  ແລະ ທ້າວ​ໄມ​ຈັນ​ທີ ກໍ​ໄດ້​ເອົາ​ໄມ້​ຟາດ​ຊ້ຳ​ອີກ​ຈົນ​ຜູ້ຕາຍ​ເສຍ​ຊີວິດ​​ແລ້ວ​ກໍ​ຄົ້ນ​ເອົາ​ເງິນ​ຂອງ​ຜູ້​ຕາຍ ແລະ ​ພາກັນ​ກັບ​ເມືອ​ເຮື​ອນ ແລະ ຕົກມາຮອດວັນທີ 21 ມັງກອນ 2014 ຈຶ່ງຖືກເຈົ້າ ໜ້າທີ່ຈັບຕົວໄດ້ເພື່ອມາດຳເນີນຄະດີລົງໂທດຕາມລະບຽບກົດໝາຍ.




No comments:

Post a Comment