Ad

Ad

29 January 2014

ເພີ່ມຄວາມຮູ້ດ້ານບັນຊີສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດໃຫ້ພາກລັດ-ເອກະຊົນ.

    ກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ ຮ່ວມກັບບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ (APM LAO) ໄດ້ ຈັດຕັ້ງການສຳມະນາພາຍໃຕ້ຫົວຂໍ້ “ບັນຊີສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ” ໃຫ້ພະນັກງານພາກລັດ ແລະ ພາກເອກະຊົນທີ່ມາຈາກບັນດາກົມ-ສະຖາບັນຂອງທະນາຄານແຫ່ງ ສປປ ລາວ, ກອງທຶນປົກປ້ອງຜູ້ຝາກເງິນ ແລະ ບັນດາສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດເຂົ້າຮ່ວມຈຳນວນ 40 ຄົນ ເຊິ່ງໄດ້ຈັດຂຶ້ນໃນວັນທີ 22 ມັງກອນ ຜ່ານມາ ທີ່ທະນາຄານແຫ່ງ ສປປ ລາວ ແລະ ໄດ້ດຳເນີນເປັນເວລາໜຶ່ງມື້ໂດຍການເປັນປະທານຂອງ ທ່ານ ດຣ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາອຸດສາຫະກຳ-ການຄ້າແຫ່ງຊາດ, ປະທານສະພາບໍລິຫານ ແລະ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການບໍລິສັດຫຼັກຊັບ APM LAO ຈຳກັດ.
        ການສຳມະນາໃນເທື່ອນີ້ເປັນເວທີປຶກສາຫາລື,  ແລກປ່ຽນ ແລະ ຖອດຖອນບົດຮຽນຜົນຂອງການຈັດຕັ້ງປະຕິບັດວຽກ ງານຕົວຈິງກ່ຽວກັບບັນຊີຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ, ພ້ອມບັນຫາຂໍ້ຄົງຄ້າງ, ສິ່ງທ້າທາຍ, ພາບລວມການ ເຄື່ອນໄຫວ ແລະ ທິດທາງແຜນການໃນຕໍ່ໜ້າເພື່ອພັດທະນາກິດຈະການຂອງສະຫະກອນສິນເຊື່ອ-ເງິນຝາກປະຢັດໃຫ້ເຂັ້ມ ແຂງ ແລະ ຍືນຍົງ, ໃນໂອກາດດຽວກັນຊ່ຽວຊານດ້ານບັນຊີຈາກມະຫາວິທະຍາໄລຊຽງໃໝ່ປະເທດໄທກໍໄດ້ນຳສະເໜີບັນ
ຫາສະຫະກອນເຊິ່ງເປັນອົງການຂອງບັນດາບຸກຄົນທີ່ໂຮມກຸ່ມ ດ້ວຍຄວາມສະໝັກໃຈໃນການດຳເນີນວິສາຫະກິດທີ່ເຂົາເຈົ້າ ເປັນເຈົ້າຂອງຮ່ວມກັນ ແລະ ຄຸ້ມຄອງຕາມຫຼັກການ ແລະ ມີຄວາມຫວັງຮ່ວມກັນດ້ານເສດຖະກິດ-ສັງຄົມ ແລະ ວັດທະ ນະທຳ, ນອກນີ້ ຍັງຕັ້ງບັນຫາວ່າ ເປັນຫຍັງຈຶ່ງມີການຈັດຕັ້ງສະຫະກອນ, ຜົນປະໂຫຍດທີ່ໄດ້ຮັບ, ການດຳເນີນງານ, ໂຄງສ້າງ, ສິດທິພິສດ, ການບໍລິຫານຈັດການ, ການກຳກັບເບິ່ງແຍງ ແລະ ຫຼັກການຂອງສະຫະກອນ, ແຕ່ບັນຫາສຳຄັນກໍແມ່ນຕ້ອງມີ ຄວາມຮູ້ທີ່ແນ່ນອນດ້ານບັນຊີ, ວິທີການບັນຊີ ແລະ ງົບການເງິນສະຫະກອນ.
      ຫົວໜ້າກົມຄຸ້ມຄອງສະຖາບັນການເງິນໄດ້ຢືນຢັນວ່າ: ປັດຈຸບັນສະຫະກອນສິນເຊື່ອຂອງລາວພວມມີທ່ວງທ່າຂະຫຍາຍ ຕົວທາງດ້ານຈຳນວນ, ທຶນຮອນ ແລະ ວິຊາການແມ່ນເພີ່ມຂຶ້ນ 3-4 ແຫ່ງ ແລະ ມີກອງທຶນຂັ້ນບ້ານ ທັງໝົດ 4.554 ແຫ່ງ ເຊິ່ງມີຈຳນວນບໍ່ໜ້ອຍພວມກຽມຍົກລະດັບເປັນສະຫະກອນ, ຂະນະດຽວກັນລັດຖະບານ ສປປ ລາວ ກໍໄດ້ໃຫ້ການສະໜັບ ສະໜູນສ້າງຄວາມເຂັ້ມແຂງໃຫ້ສະຖາບັນການເງິນເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນຫຼາຍຂຶ້ນ, ສະນັ້ນເພື່ອບັນລຸຄາດ ໝາຍດັ່ງກ່າວສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຕ້ອງໃຫ້ຄວາມສຳຄັນບັນຫາລະບົບບັນຊີ ເຊິ່ງ ເປັນປັດໄຈໜຶ່ງທີ່ຈະ ຕັດສິນຊີ້ຂາດໃຫ້ແກ່ການເຄື່ອນໄຫວຂອງສະຫະກອນໄດ້ຮັບຜົນສຳເລັດ ແລະ ກ້າວຂ້າມຜ່ານຈາກການຖືເອົາແຕ່ການກູ້ເງິນ ເຂົ້າໃນຜະລິດໄປສູ່ການນຳເງິນລົງທຶນໃນກິດ ຈະການຕ່າງໆໃນອະນາຄົດ.
         ທ່ານຜູ້ອຳນວຍການບໍລິສັດຫຼັກຊັບ APM LAO ຈຳກັດ ໄດ້ເນັ້ນວ່າ: ຫົວໃຈສຳຄັນຂອງທຸລະກິດສະຫະກອນນັ້ນ ຕ້ອງສ້າງຄວາມເຊື່ອໝັ້ນ ໂດຍສະເພາະມາດຕະຖານບັນຊີໃນການຈັດທຳໃຫ້ເກີດຄວາມເຊື່ອໝັ້ນວ່າ: ມາດຕະຖານບັນຊີນັ້ນ ຖືກຕ້ອງ, ແມ່ນຢຳ ແລະ ເຊື່ອຖືໄດ້, ຖ້າຢາກເບິ່ງສະຫະກອນໃດມີຖານະຮູບຮ່າງການເງິນດີຕ້ອງເບິ່ງງົບບັນຊີສະຫະກອນ ອອກມາດີ ແລະ ບໍລິສັດຫຼັກຊັບ ເອພີ ເອັມລາວ ຈຳກັດ ແມ່ນໄດ້ຮັບການແຕ່ງຕັ້ງເປັນບໍລິສັດຫຼັກຊັບຢູ່ຕະຫຼາດຫຼັກຊັບ, ເປັນບໍລິສັດທີ່ປຶກສາດ້ານການເງິນ ແລະ ໃຫ້ ຄວາມຮູ້ຢ່າງຖືກຕ້ອງຕາມກົນໄກການກຳກັບດູແລຂອງຄະນະກຳມະການ ຄຸ້ມຄອງຫຼັກຊັບ ແລະ ເປັບໄປລະບຽບຂອງຕະຫຼາດຫຼັກຊັບລາວ ແລະ ໃນທ້າຍເດືອນນີ້ ກໍຈະເຄື່ອນໄຫວຈັດສຳມະນາໃຫ້ລັກ ສະນະດຽວກັນຢູ່ແຂວງພາກກາງຄື: ຄຳມ່ວນ, ສະຫວັນນະເຂດ ແລະ ພາກໃຕ້ຢູ່ເມືອງ ປາກເຊ ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື ໂດຍສະເພາະຢູ່ແຂວງ ຈຳປາສັກ ເພາະມີການເຄື່ອນໄຫວ ແລະ ມີທິດທາງຂະຫຍາຍຕົວທາງດ້ານສະຫະກອນ.

No comments:

Post a Comment