Ad

Ad

7 January 2014

ສອງຫນຸ່ມຂັບລົດດ້ວຍຄວາມໄວ ເຈືອກຕຳເສົາໄຟແຄມທາງເສຍຊີວິດຄາທີ່



     ເຈົ້າໜ້າທີ່ຈາລະຈອນນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 2:30 ໂມງ ຂອງວັນທີ 4 ມັງກອນນີ້, ໄດ້ເກີດ ອຸປະຕິເຫດລົດຈັກຕຳເສົາໄຟຟ້າໃນເສັ້ນທາງ ສຸພານຸວົງ, ເຂດ ບ້ານສີຖານເໜືອ ເມືອງສີໂຄດ ຕະບອງ, ນະຄອນຫລວງວຽງຈັນ ຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ສອງຄົນຄື: ທ້າວ ຈອນນີ ອາຍຸ 21 ປີ ແລະ ທ້າວ ສາຍ ອາຍຸ 16 ປີທັງສອງເປັນອ້າຍນ້ອງກັນ, ຢູ່ບ້ານໂພນປ່າເປົ້າ, ເມືອງສີ ໂຄດຕະບອງ, ນະຄອນ ຫລວງວຽງຈັນ.
     ຜ່ານການສຶບສວນຂອງເຈົ້າໜ້າທີ່ນຳປະຊາຊົນຜູ້ເຫັນເຫດການໃຫ້ຮູ້ວ່າ: ໄວລຸ້ນ ທັງສອງໄດ້ຂັບຂີ່ລົດຈັກມາດ້ວຍຄວາມ ໄວສູງແຕ່ເສັ້ນທາງສຸພານຸວົງເພື່ອຈະມຸ້ງໜ້າມາທາງສີຫອມແຕ່ພໍຮອດຈຸດເກີດເຫດ ລົດໄດ້ເກີດເສຍຫລັກເຈືອກໄປຕຳເອົາ ຂອບທາງຍ່າງ ແລະ ເຈີດໄປຕຳເສົາໄຟເຍືອງທາງຕໍ່ໜ້າໂຮງແຮມແມ່ຂອງຢ່າງແຮງຈົນເຮັດ ໃຫ້ຜູ້ເປັນອ້າຍເສຍຊີວິດຄາທີ່ ແລະ ຜູ້ເປັນນ້ອງເສຍຊີວິດໃນລົດກູ້ໄພໃນຂະນະນຳສົ່ງໂຮງໝໍ.
     ຂ່າວຍັງໃຫ້ຮູ້ອີກວ່າ: ເວລາ 1 ໂມງເຊົ້າຂອງວັນທີ 6 ມັງກອນນີ້, ໄດ້ເກີດອຸປະຕິເຫດຢູ່ເສັ້ນທາງເຂດບ້ານໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫລວງວຽງຈັນລົດຕູ້ໂຕໂຍຕ້າຕຳເຊິ່ງໜ້າກັບລົດຈັກຢ່າງແຮງເຮັດໃຫ້ຜູ້ຂັບຂີ່ລົດຈັກເປັນຜູ້ຊາຍເສຍຊີ ວິດຄາທີ່.

No comments:

Post a Comment