Ad

Ad

7 January 2014

ບໍລິສັດໄທ SAMSUNG ເອເລັກໂຕຣນິກຮ່ວມກັບຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດ ເປີດໂຄງການ “Tech Institute”


         ວັນທີ 6 ມັງກອນນີ້ບໍລິສັດ ໄທ Samsung ເອເລັກໂຕຣນິກປະຈຳລາວ ຮ່ວມກັບຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດໄດ້ຈັດຖະແຫຼ່ງຂ່າວ ເປີດໂຄງການ Tech Institute ຂຶ້ນ ຢູ່ຄະນະດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ.ດຣ ບົວລິນ ສ້ອຍສຸວັນ, ຄະນະບໍດີຄະນະວິ ສະວະກຳສາດມະຫາວິທະຍາ ໄລແຫ່ງຊາດ, ທ່ານ  ປະພາດ ຣັດ ຕະນະພາດຜູ້ບໍລິຫານປະຈຳຫ້ອງການ. ຜູ້ຕາງບໍລິສັດໄທ Samsung ເອເລັກໂຕນິກປະຈຳ ປະເທດລາວ, ພ້ອມດວ້ຍພາກ ສ່ວນກ່ຽວຂ້ອງ, ມີຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
   ທ່ານຄະນະບໍດີຄະນະວິສະວະກຳສາດ ມະຫາວິທະຍາໄລ ແຫ່ງຊາດຖະແຫຼ່ງວ່າ: ໂຄງການ Tech Institute ເປັນໂຄງ ການຮ່ວມມືເພື່ອສົ່ງເສີມ ແລະ ພັດທະນາການສຶກສາ, ຊ່ວຍເຫຼືອໄວ ໜຸ່ມເພື່ອຮຽນຮູ້ ແລະ ມີຄວາມຮູ້ຄວາມສາມາດທາງ ດ້ານເຕັກໂນໂລຊີໃຫ້ຫຼາຍຂຶ້ນ, ທັງເປັນການເປີດໂອກາດໃນການຫາວຽກເຮັດງານທຳໃຫ້ຫຼາຍຂຶ້ນ ແລະ ຈຸດປະສົ່ງໜຶ່ງກໍເພື່ອ
ຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງສັງຄົມລາວ, ໂຄງການລັກສະນະນີ້ໄດ້ດຳເນີນຢູ່ຫຼາຍປະເທດທົ່ວໂລກ, ໃນປະ ເທດລາວ, ບໍລິສັດ Thai Sam sung Electronics ໄດ້ຮ່ວມມືກັບ ຄະນະວິສະວະກຳສາດເປັນຕົວແທນໃຫ້ແກ່ມະຫາ ວິທະຍາໄລແຫ່ງຊາດເພື່ອສ້າງກິດຈະກຳສົ່ງເສີມຄວາມຮູ້ດ້ານເທັກໂນໂລຊີທັງໃນມະຫາວິທະຍາໄລແຫ່ງ ຊາດ ແລະ ຮ່ວມ ກັບໂຮງຮຽນອື່ນໆທັງພາກລັດ ແລະ ເອກະ ຊົນທີກ່ຽວຂ້ອງກັບເຕັກໂນໂລຊີໃຫ້ນັກສຶກສາລາວມີຄວາມຮູ້ ແລະ ເຂົ້າເຖິງເທັກ ໂນໂລຊີສະໄໝໃໝ່ໄດ້ຫຼາຍຂຶ້ນ.
    ທ່ານ ສຈ.ດຣ ບົວລິນ ກ່າວ ວ່າ: ເປົ້າໝາຍຂອງໂຄງການ ດັ່ງກ່າວແມ່ນສົ່ງເສີມ ແລະ ພັດທະນາດ້ານເຕັກໂນໂລຊີໃຫ້ແກ່ ນັກສຶກລາວ, ສົ່ງເສີມສະຖາບັນການສຶກສາໃຫ້ມີອຸປະກອນທີ່ທັນສະໄໝຮອງຮັບການຮຽນການສອນ ແລະ ສ້າງກິດຈະກຳ ທີ່ເປັນປະໂຫຍດໃຫ້ນັກສຶກສາມີສ່ວນ ຮ່ວມ, ສຳລັບໂຄງການນີ້ໃນປີທຳອິດແມ່ນຈະຈັດອົບຮົມພິເສດຂື້ນພາຍໃຕ້ຫົວຂໍ້ຮຽນ ຮູ້ ແລະ ພັດທະນາແອັບໂດຍຄົນລາວສູ່ ສາກົນ, ຊຶ່ງຈະເລີ່ມໃນວັນທີ 8 ມັງກອນນີ້ຈົນເຖິງວັນທີ 2 ເດືອນ ເມສາ 2014, ໂດຍຈະມີຄູເຝິກທີ່ ມີປະສົບການໃນການພັດທະນາແອັບມືຖືຈາກປະເທດໄທເປັນຜູ້ ສອນ ແລະ ສຳລັບກິດຈະກຳໃນ ຄັ້ງນີ້ ແມ່ນຈະນຳເອົານັກສຶກສາຈາກ 5 ສະຖາບັນການສຶກສາ ດ້ານໄອທີ ແລະ ເຕັກໂນໂລຊີ ເຊິ່ງປະກອບມີ : ມະຫາວິທະຍາ ໄລແຫ່ງຊາດ, ວິທະຍາໄລສຸດສະກະ, ວິທະຍາໄລເຄວສ໌, ສະຖາບັນເຕັກໂນໂລຊີວຽງຈັນ ແລະ ວິທະຍາໄລ ສອນພິທັກ ລາວເຂົ້າ ອົບຮົມ.

No comments:

Post a Comment