ທ່ານ ພັນໂທ ສີທອນ ສຸລິຍະວົງ ຮອງກົມຕຳຫລວດເສດຖະ
ກິດ ກົມໃຫຍ່ຕຳຫລວດ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ປັດຈຸ ບັນສະພາບການກະທຳຜິດຂອງພວກກໍ່ອາຊະຍາກຳໃນຂົງເຂດເສດຖະ
ກິດຢູ່ປະເທດເຮົາມີລັກສະນະເພີ່ມຂຶ້ນ ແລະ ມີການນຳໃຊ້ວັດຖຸອຸປະກອນທີ່ທັນສະໄໝເຂົ້າໃນການກະທຳຜິດ
ອັນແຕະຕ້ອງເຖິງວັດຖຸຊັບສິນຂອງລັດລວມໝູ່ ແລະ ປະຊາຊົນ ເປັນຕົ້ນການປອມແປງ
ແລະ ນຳໃຊ້ເອກະ ສານປອມ, ການລັກຖອນເງິນໃນບັນຊີຂອງລູກຄ້າຢູ່ທະນາຄານ, ສໍ້ໂກງຊັບທາງອິນເຕີເນັດ
ແລະ ການຊື້-ຂາຍທີ່ດິນບໍ່ຖືກຕ້ອງຕາມລະບຽບກົດໝາຍ ອັນໄດ້ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ,
ເຮັດໃຫ້ນັກທຸລະກິດ, ຊາວຄ້າ ຂາຍ ແລະ ປະຊາຊົນສູນເສຍວັດ ຖຸຊັບສິນ ແລະ ຊີວິດທີ່ເກີດຈາກສະພາບການຫລົບຫລີກພາສີອາ
ກອນ, ລັກຊັບ, ປຸ້ນຊັບ, ຊີງຊັບ ແລະ ອື່ນໆ.
ທ່ານຮອງຫົວໜ້າກົມຕຳ
ຫລວດເສດຖະກິດ ກ່າວວ່າ: ເພື່ອໃຫ້ວຽກງານດັ່ງກ່າວຫລຸດໜ້ອຍລົງເທື່ອລະກ້າວນັ້ນ,
ສິ່ງສຳຄັນເຈົ້າໜ້າທີ່ຕຳຫລວດທຸກພາກ ສ່ວນຕ້ອງເຮັດວຽກງານໃຫ້ຖືກ ຕ້ອງຕາມພາລະບົດບາດ
ແລະ ຂອບເຂດສິດຂອງຕົນ
ຮັບຜິດຊອບ ພ້ອມທັງດຳເນີນຄະດີໃຫ້ຖືກຕ້ອງຕາມຫລັກການວິຊາສະເພາະ
ແລະ ກົດໝາຍ. ພ້ອມນີ້ ເຈົ້າໜ້າທີ່ທຸກພາກສ່ວນຕ້ອງຢຸດເຊົາການຈັບຕົວ, ກັກຕົວແບບຊະຊາຍ
ໂດຍບໍ່ຄົບອົງປະກອບການກະທຳຜິດທາງອາຍາ, ບໍ່ມີຄຳສັ່ງຈັບ, ກັກຂັງຈາກອົງການສືບສວນ-ສອບສວນທີ່ກ່ຽວຂ້ອງ
ແລະ ຫ້າມບໍ່ໃຫ້ເຈົ້າໜ້າທີ່ທຸກພາກສ່ວນອະນຸຍາດໃຫ້ບໍລິສັດ, ຫົວໜ່ວຍທຸລະກິດ,
ທຸກຄົນເອກະຊົນນຳເອົາເຈົ້າໜ້າທີ່ຕຳຫລວດໄປຈັບຕົວ, ຄຸມຕົວກວດຄົ້ນຄູ່ກໍ
ລະນີຕົນທີ່ການຈັດຕັ້ງຂັ້ນເທິງຂອງຕົນ ແລະ ພາກສ່ວນກ່ຽວ ຂ້ອງບໍ່ຮັບຮູ້, ຫ້າມບໍ່ໃຫ້ເຈົ້າໜ້າທີ່ຕຳຫລວດທຸກພາກສ່ວນສວຍໃຊ້ໜ້າທີ່ຂອງຕົນ
ເພື່ອຫາຜົນປະໂຫຍດ ສ່ວນຕົວທີ່ຜິດຕໍ່ກົດໝາຍ, ຫ້າມບໍ່ໃຫ້ເຈົ້າໜ້າທີ່ຕຳຫລວດເອົາຄະດີມາດຳເນີນແບບຊະ
ຊາຍທີ່ການຈັດຕັ້ງບໍ່ຮັບຮູ້ ແລະ ບໍ່ໄດ້ຮັບອະນຸຍາດ ແລະ ຫ້າມບໍ່ໃຫ້ເຈົ້າໜ້າທີ່ທຸກພາກສ່ວນຮັບຄຳຮ້ອງຟ້ອງຄະດີຢ່າງຊະຊາຍ.
No comments:
Post a Comment