Ad

Ad

7 January 2014

ເລັ່ງສ້ອມ​ແປງ​ຂົວ​ໄຮ​ຢ່ອນຫັກ​ຄັ້ງທີ​ສອງຍ້ອນ​ລົດ​ບັນທຸກ​ຊີມັງ



     ພາຍຫລັງ​ຂົວ​ໄຮ​ຢ່ອນ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ຫັກ​ຍ້ອນ​ລົດ​ບັນທຸກ​ຊີມັງ​ເກີນ​ນ້ຳ ໜັກຂອງ​ຂົວ​ດັ່ງກ່າວ​ຮັບ​ໄດ້ ເມື່ອ​ເຊົ້າວັນ​ທີ 5 ມັງກອນ​ຜ່ານ​ມາ ​ໄດ້​ສົ່ງ​ຜົນ​ໃຫ້ການ​ສັນຈອນ​ໃນ​ເສັ້ນ ທາງ​ດັ່ງກ່າວ​ມີ​ສະພາບ​ຕິດ​ຂັດ​ໝົດ​ມື້ ​ແລະ ​​ພາກສ່ວນ​ກ່ຽວຂ້ອງ​ເມືອງ​ດັ່ງກ່າວ​ຕ້ອງ​ຮີບ​ຮ້ອນ​ໃນ​ການ​ເຮັດ​ທາງ​ເວັ້ນ ຈົນສຳ​ເລັດ​ໃນ​ຕອນ​ແລງ​ຂອງ​ມື້ດັ່ງກ່າວ ເພື່ອ​ໃຫ້​ລົດ​ສາມາດ​ທ່ຽວ​ຜ່ານ​ໄປ ມາ​ໄດ້​ຈົນ​ກວ່າ​ຂົວ​ຈະ​ສ້ອມ​ແປງ​ຄືນ​ສຳ​ເລັດ.
     ທ່ານ ພູ​ວົງ ​ໄຊ​ຍະ​ສົມບັດ ຫົວໜ້າ​ຫ້ອງການ​ໂຍທາ​ທິການ ແລະ ຂົນ​ສົ່ງ​ເມືອງ​ທຸລະຄົມ ​ໃຫ້​ຮູ້​ວ່າ: ຂົວ​ດັ່ງກ່າວ​ສ້າງ​ມາ​ໄດ້​ເກືອບ 20 ປີ ​ເປັນ​ຂົວ​ເຫລັກ​ຍາວ 36 ​ແມັດ, ກວ້າງ 4,5 ​ແມັດ, ສາມາດ​ຮັບ​ນ້ຳໜັກ​ໄດ້ພຽງແຕ່ 25 ​ໂຕນ, ​ແຕ່​ອຸປະຕິ​ເຫດ​ຄັ້ງນີ້​ເກີດ​ຂຶ້ນ ​ເນື່ອງ​ຈາກ​ວ່າ​ມີ​ລົດ​ບັນ ທຸກ​ຊີມັງ​ນ້ຳໜັກ​ຊີ​ມັງ​ປະມານ 45 ​ໂຕນ ​ແລະ ບວກ​ກັບ​ນ້ຳໜັກ​ຂອງ​ລົດ​ອີກ 22 ​ໂຕນ ​ແລ່ນ​ມຸ້ງ​ໜ້າ​ມາ​ແຕ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ຈະ​ນຳ​ສົ່ງ​ຊີມັງ​ໄປ​ສະຖານ​ທີ່​ກໍ່ ສ້າງ​ໃນ​ເຂດ​
ເມືອງ​ທຸລະຄົມ ພໍ​ແລ່ນ​ເຂົ້າມາ​ຂົວ​ດັ່ງກ່າວ​ກໍ​ເຮັດ​ໃຫ້​ຂົວ​ຮັບ​ນ້ຳໜັກ​ບໍ່​ໄຫວ ຈຶ່ງ​ໄດ້​ຫັກ​ເອ່ນ​ລົງ, ​ແຕ່​ໂຊກ​ດີ​ອຸປະຕິ​ເຫດ​ຄັ້ງນີ້ບໍ່​ມີ​ຜູ້​​ໃດ​ໄດ້​ຮັບ​ບາດ​ເຈັບ ຫລື ​ເສຍ​ຊີວິດ, ສ່ວນ​ລົດ​ບັນ ທຸກ​ຄັນ​ດັ່ງກ່າວ​ກໍ​ບໍ່​ໄດ້​ຕົກ​ອອກ​ຈາກ​ຂົວ​ແຕ່​ຢ່າງ​ໃດ. ພາຍຫລັງ​ເກີດ​ເຫດການ​ດັ່ງກ່າວ, ອຳນາດ​ການ​ປົກ ຄອງ​ເມືອງ ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ໄດ້​ລົງ​ກວດ ກາ ​ແລະ ກໍ່ສ້າງ​ທາງ​ເວັ້ນດ່ວນ​ຈົນ​ສາມາດ​ເປີດ​ນຳ​ໃຊ້​ໄດ້​ໃນ​ຕອນ​ແລງ​ຂອງ​ມື້ດຽວ​ກັນ ​ເພື່ອ​ໃຫ້​ລົດ​ສາມາດ​ທ່ຽວ​ໄປມາ​ໃນ​ເສັ້ນທາງ​ດັ່ງກ່າວ​ໄດ້​ຕາມ​ປົກ ກະຕິ. ສຳລັບ​ການ​ສ້ອມ​ແປງ​ຂົວ​ແມ່ນ​ຈະ​ໃຊ້​ເວລາ​ໄລຍະ​ໜຶ່ງ ​ໂດຍ​ແມ່ນ​ບໍລິສັດ​ຂອງ​ລົດ​ບັນທຸກ​ຊີມັງ​ດັ່ງກ່າວ​ຮັບຜິດຊອບ​ທັງ​ໝົດ. ນີ້ຖື​ເປັນຄັ້ງທີ​ສອງ​ແລ້ວ​ທີ່​ຂົວ​ດັ່ງ ກ່າວ​ຫັກ ​ເຊິ່ງ​ເທື່ອ​ທຳ​ອິດ​ຫັກ​ໃນ​ປີຜ່ານມາ​ກໍ​ຍ້ອນ​ລົດ​ບັນທຸກ​ຊີມັງ​ໜັກ​ເກີນ​ຂະໜາດ​ເຊັ່ນ​ດຽວ​ກັນ.

No comments:

Post a Comment