Ad

Ad

7 January 2014

ກຽມ​ຈັດເທສະ​ການອາຫານ​ລາວ ຄັ້ງທີ 9 ​ ແຕ່ວັນ​ທີ 16-18 ມັງກອນນີ້ ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ



        ໃນ​ວັນ​ທີ  6 ມັງກອນ​ນີ້, ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໄດ້​ມີ​ການ​ຖະ​ແຫລ​ງຂ່າວ ການຈັດ​​ເທສະ​ການ​ອາຫານ​ລາວ ປະຈຳ​ປີ 2014 ​ໃນ​ລະຫວ່າງ​ວັນ​ທີ 16-18 ມັງກອນ​ນີ້ ຢູ່​ເດີ່ນ​ຫໍ​ວັດ ທະນະທຳ​ແຫ່ງ​ຊາດ, ນະຄອນ ຫລວງ​ວຽງ​ຈັນ. ​​​ເຊິ່ງ​​ແມ່ນສະ ມາຄົມ​ນັກທຸລະກິດ​ແມ່ຍິງ​ລາວ ໂດຍພາຍ​ໃຕ້​ການ​ຊີ້ນຳ ​ແລະ ນຳ ພາ​ຂອງ​ສູນ​ກາງ​ສະຫະພັນ​ແມ່ ຍິງ​ລາວຈັດ​ຂຶ້ນ. ​ 
         ທ່ານ​ນາງ ຈັນທະ​ຈອນ ວົງ​ໄຊ ​ປະທານ​ຄະນະ​ກຳມະການ​ຈັດ​ງານ​ ​​ເທສະ​ການ​ອາຫານ​ລາວ​ປະຈຳ​ປີ 2014 ​ໄດ້​ກ່າວ​ວ່າ : “ ຈຸດປະສົງ​ໃນ​ການຈັດ​ງານ​ເທ ສະ​ການ​ອາຫານ​ພື້ນ​ເມືອງ​ລາວ​ຄັ້ງທີ 9 ປີ 2014 ນີ້ ​ເພື່ອ​ເປັນ​ການ​ສືບ​ຕໍ່​ຊຸກ ຍູ້ ​ແລະ ສົ່ງ​ເສີມ​ທຸກຫົວໜ່ວຍທຸລະກິດ​ຂອງ​ແມ່ຍິງ ນັບ​ແຕ່​ການ​ຜະລິດ, ປູກ​ພືດ​ກະ ສິກຳ, ລ້ຽງສັດ, ປຸງ​ແຕ່ງ, ທຸລະ​ກິດ​ຮ້ານ​ອາຫານ, ​ໂຮງຮຽນ, ສະ​ຖາ​ບັນທີ່​ເຝິກອົບຮົມ​ການ​ປຸງ​ແຕ່ງອາ
ຫານຢູ່​ນະຄອນຫລວງ​ວຽງ​ຈັນ ​ແລະ ​ແຂວງ​ຕ່າງໆ​ພາຍ​ໃນ​ປະ​ເທດ​ໃຫ້​​ມີ​ໂອກາດມາ​ວາງສະ​ແດງ ​ແລະ ຂາຍ​ຜະລິດ​ຕະພັນ​ຂອງ​ຕົນ. ພ້ອມ​ກັນນີ້ ​ຍັງ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ແມ່ຍິງ​ຜູ້​ປະກອບ​ການ​ຂະ​ແຫນງ​ຜະລິດ ແລະ ປຸງ​ແຕ່ງອາຫານ ມີ​ໂອກາດ​ໄດ້​ແລກປ່ຽນບົດຮຽນ, ປະສົບ​ການຮູ້ຈັກ​ປັບປຸງ​ຜົນ​ຜະລິດ ​ແລະ ສາມາດ​ຕອບ​ສະຫນອງ​ໄດ້​ຕາມຄວາມ​ຕ້ອງການ ( ມາດຕະ ຖານ ) ຂອງ​ຕະຫລາດ,  ​ໃຫ້​ແມ່ ຍິງ​ສາມາດ​ປະກອບສ່ວນ​ໃນ​ການ​ຜະລິດ​ເປັນ​ສິນຄ້າ, ຂະຫຍາຍ​ການ​ຕະຫລາດ ​ແລະ ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ແມ່ຍິງ ​ແລະ ຄອບຄົວ​ນັບ​ມື້​ເພີ່ມ​ຂຶ້ນ ”.
           ພິ​ເສດ​ໃນ​ຕອນ​ເຊົ້າວັນ​ທີ 16 ມັງກອນ​ 2014 ​ເຊິ່ງ​ເປັນ​ມື້​ເປີດ​ງານຈະ​ໄດ້​ມີ​ “ ການ​ແຂ່ງຂັນ​ປຸງ​ແຕ່​ງລາບ​ແຊບ ” ​ເຊິ່ງຈະ​ມີ 7 ​ແຂວງ​ເຂົ້າຮ່ວມ​ປະຊັນ​ຝີ​ມື ເຊັ່ນ : ລາບ​ຫມູ່​ໃສ່​ຫມາກກອກ    ( ຫລວງ​ນ້ຳທາ ), ລາບ​ຫນຽວ​ອຸດົມ​ໄຊ ( ອຸດົມ​ໄຊ ), ລາບ​ຊຳ​ເຫນືອ ( ຫົວພັນ ), ລາບ​ນົກ​ແອ່ນ ( ຊຽງ​ຂວາງ ), ລາບ​ປາຕອງ​ຄຳ​ມ່ວນ ( ຄຳ​ມ່ວນ ), ລາບ​ງົວ​ໃສ່​ເພ້ຍ+​ບີ ( ສະຫວັນ​ນະ​ເຂດ ) ​ແລະ ລາບ​ປາພອນ ຈາກ​ແຂວງ​ຈຳປາ​ສັກ.

No comments:

Post a Comment