Ad

Ad

7 January 2014

ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງທ່ຽວ ເຜີຍ​ແຜ່​​ວຽກ​ງານ​ອາ​ຊຽນ



     ໃນວັນທີ 6 ມັງກອນນີ້, ຢູ່ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​, ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ ​ແລະ ​ເຜີຍ​ແຜ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ອາ​ຊຽນ ໂດຍ​ການ​ເປັນ​ປະ ທານ​ຂອງທ່ານ ສະຫວັນ​ຄອນ ຣາຊ ມຸນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຖະແຫລ່ງ ຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ມີ​ບັນ ດາ​ຫົວໜ້າ​ກົມ, ຫົວໜ້າ​ພະ​ແນ​ກ ແລະ ພະ ນັກງານ​ທີ່​ກ່ຽວຂ້ອງ​ອ້ອມ​ຂ້າງ​ກະຊວງ​ດັ່ງກ່າວ​ເຂົ້າ​ຮ່ວມ.
       ທ່ານລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫລ່ງຂ່າວ, ວັດທະນາທຳ ແລະ ທ່ອງ ທ່ຽວ ກ່າວວ່າ: ການ​ເຜີຍ​ແຜ່​ການ ເຄື່ອນໄຫວວຽກ​ງານ​ອາ​ຊຽນ​ໃນ​ຄັ້ງນີ້ ເພື່ອ​ເຮັດ​ໃຫ້​ການ​ສ້າງ​ປະ ຊາ​ຄົມ​ອາ​ຊຽນໃນ 3 ເສົາ​ຄໍ້​າ ຫລັກ​ຄື: ​​ເສົາ​ຄ້ຳ​ດ້ານ​ຄວາມ​ໝັ້ນ ຄົງ, ດ້ານ​ເສດຖະກິດ ​ແລະ ​ດ້ານ​ວັດທະນະ​ທຳ-ສັງຄົມ, ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ປະຊາ​ຄົມ​ວັດທະນະ​ທຳ- ສັງຄົມ​ອາ​ຊຽນ​ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ຜູ້​ນຳ​ອາ​ຊຽນ​ໄດ້​ກຳນົດ​ໄວ້​ນັ້ນ, ກະຊວງ ຖວທ ກໍ​ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ຮ່ວມ​ກັບ​ບັນດາ​ຂະ​ແໜງ​ການ​ລວມມີ​ຈຳນວນ​ຫລາຍ​ກວ່າ 13 ອົງກາ​ນວັດທະນະ​ທຳ-ສັງຄົມ ຈາກພາກ​ລັດຖະບານ ແລະ ປຶກສາ​ຫາລື​ຫລາຍ​ຄັ້ງ,​ ໃນ​ໄລຍະ​ມໍ່​ໆມານີ້ ກໍ​ໄດ້​ສຳ​ເລັດ​ການ​ປະ​ເມີນ​ຜົນ​ກາງ​ສະ​ໄໝ​ຂອງ​ການ​ປະຕິ ບັດ​ແຜນ​
ງານ​ປະຊາ​ຄົມ​ວັດທະນະ​ທຳ-ສັງຄົມ ​ເພື່ອ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ບັນດາ​ກິດຈະ​ກຳ​ຕ່າງໆ​ຂອງ​ຂະ​ແໜງ​ການ​, ​ໃນ​ຂະ​​ແໜງ​ການ​ປະຊາ​ຄົມ​ວັດທະນະ​ທຳ-ສັງຄົມ​ມີ​ຜົນ​ສຳ​ເລັດ, ມີ​ຄວາມ​ຫຍຸ້ງ​ຍາກ​​ ແລະ ສິ່ງ​ທ້າ​ທາຍ​ຫຍັງ​ແດ່, ນອກ ຈາກ​ນັ້ນຍັງ​ໄດ້​ກຳນົດ​ແຜນການ​ຂ້າງ​ໜ້າ​ຈາກ​ປີ 2015 ອີກ.
     ທ່ານ​ຍັງ​ກ່າວ​ຕື່ມ​ອີກ​ວ່າ: ສຳລັບ​ກະຊວງຖວທໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດ ຖະມົນຕີ​ຮັບຜິດຊອບ​ວຽກ​ງານ​ຖະ​ແຫລ​ງຂ່າວ​ອາ​ຊຽນຄັ້ງທີ 10 ໃນ​ປີ 2011 ພ້ອມ​ທັງ​ກອງ​ປະຊຸມ​ລັດຖະມົນຕີ​ຮັບຜິດຊອບຖະ​ແຫຼງ​ຂ່າວອາ​ຊຽນ + 3 ຄັ້ງທີຢູ່ນະ ຄອນ​ວຽງ​ຈັນ, ຄັ້ງຫລ້າ​ສຸດ​ ໃນ​ປີ 2013 ຜ່ານ​ມາ, ກໍ​ແມ່ນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດ ຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ແລະ ຮັບ​ຕ້ອນ​ການ​ຢ້ຽມຢາມ ສປປ ລາວ ຂອງ​ປະທານ​ອົງການ​ທ່ອງ​ທ່ຽວ​ໂລກ ພ້ອມ​ນີ້ລາວ​ເຮົາ​ຍັງ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ຂອງ​ອົງການ​ທ່ອງ​ທ່ຽວ​ໂລກ​ເປັນ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ສຳ ລັບ​ສົກ​ປີ 2013 ນອກຈາກ​ນີ້ ກໍ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຕ່າງໆ​ຂອງ​ປະ​ເທດ​ສະມາຊິກ​ອາ​ຊຽນ​ເຊັ່ນ: ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ​ວັນນະຄະດີຂອງ​ຄະນະ​ສິລະ​ປະ​ແຫ່ງ​ຊາດ ກໍ​ຄື:ໂຮງຮຽນ​ສິລະ​ປະ​ດົນຕີ​ແຫ່ງ​ຊາດ ​ແລະ ຄະນະ​ອື່ນໆ​ເພື່ອ​ແລກປ່ຽນ ແລະ ​ເຜີຍ​ແຜ່​ມໍລະດົກ​ວັດທະນະ​ທຳ​ອັນ​ດີງາມ​ຂອງ​ຊາດ​ຕໍ່​ສາຍຕາ​ຂອງ​ຊາວ​ໂລກ ​ແລະ ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ,​ ສຳ​ມະ​ນາ​ໃນ​ທຸກ​ລະດັບ,​ໃນ​ໂອກາດ​ນີ້ ທ່ານຍັງ​ຮຽກຮ້ອງ​ໃຫ້​ໃຫ້​ຜູ້​ເຂົ້າ​ຮ່ວມ​ກອງປະຊຸມ​ດັ່ງ ກ່າວໄດ້​ສະ​ເໜີ ແລະ ປຶກສາ​ຫາລື​, ຄົ້ນ​ຄ້ວາ​ຈັບ​ເອົາ​ກາລະ​ໂອ ກາດ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ຂອງ​ອາ​ຊຽນມາ​ຜັນ​ຂະຫຍາຍ​​ເປັນ​ໂຄງການ​ໜຶ່ງ​ເພື່ອ​ຍາດ​ແຍ່ງ​ທຶນຮອນ​ຈາກ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື​ພາຍ​ນອກ​ໃຫ້​ແກ່ປະ​ເທດ​ຊາດ, ​ເວົ້າ​ສະ​ເພາະ​ແມ່ນ​ຂະ​ແໜງ​ການຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

No comments:

Post a Comment