Ad

Ad

7 January 2014

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ລົງຊຸກຍູ້ການເກັບລາຍຮັບຢູ່ແຂວງສະຫວັນນະເຂດ




      ເພື່ອເປັນການຊຸກຍູ້ການເກັບລາຍຮັບເຂົ້າງົບປະມານປະກອບສ່ວນເຂົ້າ ໃນການ ຮັບປະກັນສະຖຽນລະພາບຂອງເສດ ຖະກິດມະຫາພາກ. ດັ່ງນັ້ນ, ໃນວັນທີ 3 ມັງ ກອນ 2014 ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານເສດຖະກິດ ໄດ້ໄປເຄື່ອນໄຫວເຮັດວຽກຮ່ວມກັບຄະນະນຳແຂວງສະຫວັນ ນະເຂດເຊິ່ງມີທ່ານລັດ ຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານເຈົ້າແຂວງໆສະ ຫວັນນະເຂດພ້ອມດ້ວຍທ່ານລັດຖະມົນຕີຊ່ວຍ, ບັນດາພະແນກການຕ່າງໆ ຂອງ ແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
   ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ເພື່ອແນະນຳຕາມການຊີ້ນຳຂອງທ່ານນາ ຍົກລັດຖະມົນຕີກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກ ແລະ ພະ ແນກການແຂວງຕໍ່ການຊຸກຍູ້ການເກັບລາຍຮັບເຂົ້າງົບປະມານປະກອບສ່ວນເຂົ້າໃນການຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ ເຊິ່ງແຂວງສະຫວັນນະເຂດແມ່ນໜຶ່ງໃນສາມທ້ອງຖິ່ນຈຸດສຸມ ຄື: ນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ສະຫວັນນະເຂດທີ່ນຳ
ໜ້າດ້ານລາຍຮັບຫຼາຍ;ດັ່ງທີ່ຮູ້ກັນແລ້ວວ່າລາຍຮັບງົບປະມານໃນສົກປີທີ່ຜ່ານມາແມ່ນບໍ່ໄດ້ຕາມຄາດໝາຍໃນຂະນະດຽວກັນ ລາຍຈ່າຍກໍເພີ່ມຂຶ້ນສູງທັງການເພີ່ມຂຶ້ນຂອງດັດສະນີເງິນເດືອນ ແລະ ໃນຂະແໜງການຕ່າງໆ; ຕາມການລາຍງານຂອງກະ ຊວງ ການເງິນໃນການເກັບລາຍຮັບໃນໄຕມາດທີ 1 ໄດ້ ພຽງ 10 ກວ່າສ່ວນຮ້ອຍ ຊຶ່ງເປັນ ຕົວເລກທີ່ຍັງຕ່ຳ. ດັ່ງນັ້ນ, ນາຍົກລັດຖະມົນ ຕີຈຶ່ງໄດ້ແຕ່ງຕັ້ງຄະນະຕິດຕາມຊຸກຍູ້ການເກັບລາຍຮັບ ແລະ ຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກຂຶ້ນ; ພ້ອມນີ້, ຄະນະດັ່ງກ່າວຍັງໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຊຸກຍູ້ການເກັບລາຍຮັບປະກອບດ້ວຍ 7 ໜ່ວຍງານ ຄື: ໜ່ວຍງານ ຕິດຕາມຊຸກຍູ້ການເກັບລາຍຮັບຈາກຂະແໜງພາສີ, ສ່ວຍສາອາກອນ, ຂະແໜງການຄ້າ, ຂະແໜງທີ່ດິນ ແລະ ຊັບສິນຂອງ ລັດ, ຕິດຕາມກວດກາໄມ້ ແລະ ການເກັບລາຍຮັບຈາກການຄ້າ ໄມ້, ໜ່ວຍງານກວດກາຈຳນວນພົນຂອງພົນລະເຮືອນ ແລະ ໜ່ວຍ ງານກວດກາຈຳນວນພົນໃນສອງກຳລັງປະກອບອາວຸດ.
          ທ່ານ ສົມສະຫວາດ ເລັ່ງ ສະຫວັດ ຍັງໄດ້ເນັ້ນຕື່ມອີກວ່າ: ນອກຈາກ 3 ແຂວງໃຫຍ່ນີ້ແລ້ວ, ທັງ 7 ໜ່ວຍນີ້ ຈະໄດ້ ເຄື່ອນ ໄຫວຕິດຕາມຊຸກຍູ້ໃນຂອບເຂດທົ່ວປະເທດ. ພ້ອມນີ້, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີບົດຮຽນດີໜ່ວຍງານເຫຼົ່ານີ້ ກໍຈະໄດ້ປະສານສົມທົບກັບທ້ອງຖິ່ນ ແລະ ພ້ອມກັນເຮັດພາຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະປະຈຳພັກແຂວງຊຶ່ງຈະໄດ້ ມີການກວດຄືນຊ່ອງວ່າງທີ່ພາໃຫ້ມີການເກັບລາຍຮັບບໍ່ໄດ້, ບັນດາຂໍ້ຄົງຄ້າງ, ບາງບັນຫາທີ່ຈະຕ້ອງເອົາໃຈໃສ່ເພື່ອພ້ອມກັນແກ້ ໄຂເປັນຕົ້ນການຄຸ້ມຄອງຖານລາຍຮັບ, ການບໍ່ຖືບັນຊີຂອງພາກເອກະຊົນ, ການຄຸ້ມຄອງທີ່ດິນ, ດ້ານການປະສານສົມທົບ ກັນຢ່າງສະໜິດແໜ້ນຂອງພາກສ່ວນທີ່ກ່ຽວຂ້ອງ, ການຄຸ້ມຄອງລາຍຮັບຈາກການຂຸດຄົ້ນໄມ້ໂດຍນຳໃຊ້ມາດຕະການທີ່ເຂັ້ມ ງວດ ແລະ ເປັນເອກະພາບສ້າງໃຫ້ໄດ້ແບບຢ່າງຂອງການຈັດຕັ້ງປະຕິບັດ; ທ່ານ ຮອງນາຍົກ ຍັງໄດ້ຢ້ຳຕື່ມ ວ່າ: ທັງໝົດນີ້ເປັນ ການທົດສອບ ແລະ ກວດສອບຄືນເຖິງຄວມຊື່ ສັດບໍລິສຸດຕໍ່ຊາດ, ຕໍ່ພັກ-ລັດ ແລະ ຕໍ່ປະຊາຊົນ, ການເຮັດແທ້ທຳຈິງ ກໍ ຄືຄວາມຮັບຜິດຊອບຂອງທຸກຂະແໜງການທີ່ກ່ຽວຂ້ອງ. ດັ່ງນັ້ນ, ຄະນະນຳ- ຄະນະພັກແຂວງຕ້ອງກະກຽມປະກອບພະ ນັກງານໃສ່ແຕ່ລະ ໜ່ວຍງານ, ສ້າງພື້ນຖານໃຫ້ແກ່ ການຄຸ້ມຄອງເສດຖະກິດມະຫາພາກ; ເມື່ອຜ່ານການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວນີ້ ທາງດ້ານນິຕິກຳຖ້າເຫັນວ່າມີອັນທີ່ບໍ່ສອດຄ່ອງກໍສາມາດສະເໜີເພື່ອປັບປຸງແກ້ໄຂເພື່ອເປັນພື້ນຖານ ໃຫ້ແກ່ການຈັດຕັ້ງປະຕິບັດການ ເກັບລາຍຮັບງົບປະມານຢ່າງມີປະສິດທິຜົນຢ່າງແທ້ຈິງ.

No comments:

Post a Comment