Ad

Ad

7 January 2014

ຄະນະປະຈຳສະພາພິຈາລະນາບັນຫາສຳຄັນຂອງຊາດປະຈຳເດືອນມັງກອນ 2014



    ກອງ​ປະຊຸມ​ຄະນ­ະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ປະ​ຈຳ​ເດືອ­ນມັງກອນ 2014, ໄດ້​ຈັດ​ຂຶ້­​ນແຕ່​ ວັນ­​ທີ 6-7 ມັງກອນນີ້​ທີ່​ຫ້ອງ​ປະຊຸມ​ຄະ­ນະ​ປະ​ຈຳ​ສະພາ​ແຫ່ງຊາດ, ພາຍ​ໃຕ້​ການ­​ເ​ປັນ­​ປະທາ­​ນຂອງທ່າ­ນນ­າງ ປານ­ີ ຢາ​ທໍ່​ຕູ້ ປະທາ­​ນສະພາ​ແຫ່ງ​ຊາດ, ມີ​ບັ­ນດາ​ທ່ານ ຮອງ​ປະທານ­, ປະທາ­ນຄະນະ​ກຳ​ມະ​ທິການ­ ​ແລະ ກຳ​ມະ​ທິກາ­​ນຕ່າງໆ​ເຂົ້າ​ຮ່ວມ.
     ກອງ​ປະຊຸມ​​ໄດ້ຮັບ​ຟັງການ­​ລາຍ​ງາ­​ນການສະຫລຸບ​ຖອດ​ຖອນ​ບົດຮຽນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII, ພ້ອມ​ນີ້​ ກໍ​ໄດ້​ຮັບ​ຟັງ​ການ​ພິຈາລະນາ​ບຸກຄະລາ​ກອນ​ຂອງ​ສະພາ​ແຫ່ງ​ຊາດ​ ທີ່​ຈະ​ໄປ​ປະ​ຈຳ​ການ​ຢູ່​ເຂດ​ເລືອກ​ຕັ້ງ​ທີ 18 ​ແຂວງ​ໄຊ​ສົມບູນ, ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ພົ້ນ​ເດັ່ນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບ ປະມານ​ລາຍ​ຈ່າຍ​ປະ​ຈຳ​ສົກ​ປີ 2012-2013 ​ແລະ ທິດ​ທາງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະ ມານ​ລາຍ​ຈ່າຍ​ສົກ​ປີ 2013-2014 ຂອງ​ສະພາ​ແຫ່ງ​ຊາດ, ລາຍ​ງານ​ການ​ຄົ້ນຄວ້າ​ສະ​ເໜີ​ສ້າງ​ຕັ້ງ​ສານ​ປະຊາຊົນ​ເຂດ 4, ເມືອງ​ຫາດ ຊາຍ​ຟອງ, ເມືອງ​ໄຊ​ເສດ​ຖາ, ນະ ຄອນຫລວງ​ວຽງ​ຈັນ, ພ້ອມ​ທັງ​ ຮັບ​ຟັງ​ການສະເໜີ​ຂໍ​ຍົກຍ້າຍ​ຮອງ​ປະທານ​ສານ​ປະຊາຊົນ​ພາກ​ເໜືອ​ໄປ​ປະ​ຈຳ​ຢູ່​ຄະນະ​ກຳມະ ການ​ແຫ່ງ​ຊາດ ​ເພື່ອ​ຄຸ້ມ​ຄອງ​ເສດ ຖະກິດ​ພິ​ເສດ ​ແລະ ຮັບ​ຟັງ​ການ​ພິຈາລະນາ​ການໃຫ້​ສັດຕະຍາ ບັນແກ່​ສັນຍາ ​ເພື່ອ​ຫລີກ​ເວັ້ນ ການ​ເກັບ​ອາກອນ​ຊ້ຳ​ຊ້ອນ ​ແລະ ສະກັດ​ກັ້ນ​ການ​ຫລົບ​ຫລີກ​ການ​ເສຍ​ອາກອນ​ລາຍ​ໄດ້​ ລະຫວ່າງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ສາທາລະນະ​ລັດ​ເບ​ລາຣຸດ ຕາມ​ໜັງສື​ສະ​ເໜີ​ຂອງທ່ານນາ ຍົກລັດຖະມົນຕີ ສະບັບ ​ເລກທີ 151/ນຍ, ລົງ​ວັນ​ທີ 5/11/2013.

No comments:

Post a Comment