Ad

Ad

19 February 2014

1 ປີຜ່ານມາຂແຫນງ ຮສສ ມີຜົນສຳເລັດຫລາຍດ້ານ



    1 ປີທີ່ຜ່ານມາຂະແໜງຂະ ແໜງແຮງງານ ແລະ ສະຫວັດດີການສັງຄົມໄດ້ສຸມໃສ່ປະຕິບັດບັນດາແຜນງານຕ່າງໆໄດ້ຮັບ ຜົນສຳເລັດ ແລະ ພົ້ນເດັ່ນຫຼາຍ ດ້ານຄື: ສຳເລັດການສ້າງກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ສະເໜີໃຫ້ຂັ້ນເທິງປະ ກາດ ນຳໃຊ້ດຳລັດສັງຄົມສົງເຄາະ, ພັດສະນາສີມືແຮງງານເພື່ອສະໜອງໃຫ້ຫົວໜ່ວຍທຸລະກິດ, ການຜະລິດ ແລະ ໂຄງການ ຕ່າງໆໄດ້ຢ່າງຕັ້ງໜ້າ, ຈັດຫາວຽກເຮັດງານທຳໃຫ້ແຮງງານ ລາວຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດໄດ້ມີຄວາມຄືບໜ້າພໍສົມ ຄວນ, ການໂຄສະນາ ແລະ ກວດກາການຈັດຕັ້ງປະຕິດບັດ ກົດໝາຍວ່າດ້ວຍແຮງງານໄດ້ເຮັດຢ່າງກ້ວາງຂວາງ, ການຈັດຕັ້ງ ສາຂາອົງການປະກັນສັງຄົມພາກລັດ ແລະ ວິສາຫະກິດ ໄດ້ສືບຕໍ່ຂະຫຍາຍຕົວໄປສູ່ທ້ອງຖິ່ນຕ່າງໆ ແລະ ເພີ່ມຂື້ນຕາມລຳດັບ, ພ້ອມນັ້ນກໍໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດໄດ້ເປັນຢ່າງດີ ແລະ ຕັ້ງໜ້າ ປະຕິບັດນະໂຍບາຍຊ່ວຍເຫຼືອສົງເຄາະຜູ້ປະສົບໄພທຳມະຊາດ ແລະ ຜູ້ດ້ອຍໂອກາດທາງສັງຄົມໄດ້ເປັນຢ່າງດີ.

No comments:

Post a Comment