Ad

Ad

19 February 2014

ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງທົ່ວປະເທດຈີນ





      ໃນວັນທີ 18 ກຸມພານີ້, ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະ ນະຜູ້ແທນສະຫະພັນແມ່ຍິງທົ່ວປະເທດຈີນ ນຳໂດຍທ່ານນາງ ສວຍ ຢຸຍ (Cui Yu) ຮອງປະທານຄະນະເລຂາທິການສະຫະພັນແມ່ຍິງທົ່ວປະເທດຈີນ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບສະ ຫະພັນແມ່ຍິງລາວແຕ່ວັນທີ 17-20 ກຸມພາ 2014.
      ໃນໂອກາດດັ່ງກ່າວ, ທ່ານ ຮອງປະທານປະເທດ, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານນາງ ສວຍ ຢຸຍ ທີ່ໄດ້ນຳພາຄະນະເດີນທາງມາ ຢ້ຽມຢາມລາວ ກໍຄືຢ້ຽມຢາມ ແລະ ເຮັດວຽກກັບສູນກາງສະຫະພັນແມ່ຍິງລາວໃນ ຄັ້ງນີ້ຊຶ່ງ ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດລາວ ແລະ ຈີນ
ໂດຍສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງທົ່ວປະເທດຈີນ ໃຫ້ນັບມື້ຂະຫຍາຍ ຕົວຍິ່ງໆຂຶ້ນ. ພ້ອມນີ້ ທ່ານ ຍັງໄດ້ຊົມເຊີຍຕໍ່ຜົນສຳເລັດໃນການພົວພັນຮ່ວມມືທີ່ດີລະຫວ່າງ ສະຫະ ພັນແມ່ຍິງຂອງສອງປະ ເທດໃນໄລຍະຜ່ານມາເປັນຕົ້ນ:ແມ່ນການແລກປ່ຽນການຢ້ຽມຢາມ, ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມ ທັງ ສະແດງຄວາມເຊື່ອໝັ້ນວ່າ: ການພົວພັນຮ່ວມມືດັ່ງກ່າວຈະເຮັດໃຫ້ແມ່ຍິງສອງປະເທດໄດ້ຮັບການ ພັດທະນາ ແລະ ເຮັດສຳ ເລັດໜ້າທີ່ຢ່າງຈົບງາມເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ແມ່ຍິງຂອງສອງປະເທດ.
    ໃນໂອກາດນີ້, ທ່ານນາງ ສວຍ ຢຸຍ ໄດ້ຕາງໜ້າຄະນະກ່າວສະ ແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານຮອງປະທານປະເທດ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົ່ງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະ ຜູ້ແທນໃນຄັ້ງນີ້ຊຶ່ງນອກຈາກຈະໄດ້ໄປຢ້ຽມຢາມຫໍພິພິທະພັນ ໄກສອນພົມວິຫານ, ຢ້ຽມຢາມ ສະຖາບັນການເງິນຈຸລະພາກ ຂອງສະຖາບັນການເງິນຈຸລະພາກຂອງສະຫະພັນແມ່ຍິງລາວ,ສູນອົບຮົມແມ່ຍິງລາວ, ຫໍມູນ ເຊື້ອສະຫະພັນແມ່ຍິງລາວ, ລັດ ວິສາຫະກິດຝ້າຍລາວ, ຮ້ານຫັດຖະກຳເຄື່ອງເງິນ, ພະທາດ ຫລວງວຽງຈັນ ແລະ ປະຕູໄຊ ແລ້ວຄະນະຜູ້ແທນດັ່ງກ່າວຍັງຈະ ໄດ້ເດີນທາງໄປຢ້ຽມຢາມກິດຈະກຳຫາລາຍໄດ້ຂອງແມ່ຍິງແຂວງວຽງຈັນຕື່ມອີກ.

No comments:

Post a Comment