ນັບວ່າເປັນຂ່າວເສົ້າສຳລັບຊາວຫນຸ່ມໃນມື້ສະຫລອງວັນແຫ່ງຄວາມ ຮັກໃນ ວັນທີ
14 - 16 ກຸມພາຜ່ານມາ, ສະເພາະຢູ່ນະຄອນຫລວງວຽງຈັນມີອຸປະຕິເຫດ ເກີດຂຶ້ນຫລາຍກວ່າ 30 ກ
ລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ, ໂດຍສ່ວນໃຫຍ່ ແມ່ນກຸ່ມຊາວຫນຸ່ມ ແລະ ຈຳນວນອຸປະຕິເຫດນັ້ນເຈົ້າຫນ້າທີ່ລາຍງານວ່າຕົ້ນຕໍ ແມ່ນມາຈາກການ ດື່ມສິ່ງມຶນເມົາ.
ໃນຕົວຈິງກໍອາດແມ່ນແນວນັ້ນແທ້, ມີຫລາຍຄົນເຫັນວ່າ:
ສະເພາະຄຳຄືນວັນ ທີ 14 ກຸມພາຊຶ່ງ ເປັນມື້ທີ່ຊາວຕາເວັນຕົກ ນິຍົມກັນວ່າເປັນວັນແຫ່ງຄວາມຮັກນັ້ນ,
ກໍມີກະແສແຜ່ລາມມາຮອດເຮົາ, ຕາມເສັ້ນທາງຕ່າງໆໃນນະຄອນຫລວງວຽງຈັນ ຈະ ແອອັດໄປດ້ວຍຜູ້ຄົນ,
ໄປຄຽງຄູ່ກັບ ການເກີດຂຶ້ນຂອງຮ້ານຂາຍດອກໄມ້ແຄມທາງແລ້ວ, ກໍແມ່ນຮ້ານເຫລົ້າຮ້ານເບຍກໍຈົນ ລົ້ນມາຮອດແຄມທາງ,
ບາງບ່ອນຈົນ
ຈະຫາບ່ອນນັ່ງກໍບໍ່ມີ, ຊຶ່ງຜູ້ເຂົ້າບໍລິການນອກຈາກໄວຫນຸ່ມທັງຍິງ ແລະ ຊາຍແລ້ວກໍຈະ
ບໍໍ່ມີຜູ້ອື່ນໃດທັງດື່ມທັງເມົາເຮ ຮາ ກັນໄປຈົນບໍ່ຮູ້ວ່າເສຍໂຕເມື່ອໃດ, ຮ້າຍແຮງກວ່ານັ້ນກໍແມ່ນບັນຫາອຸປະຕິເຫດ,
ຈະແກ້ໄຂ ແນວໃດ ແລະ ແມ່ນໃຜຈະແກ້ໄຂ ນີ້ເປັນຄຳຖາມຫນຶ່ງໃຫ້ພວກເຮົາຄິດຊ່ວຍກັນ.

No comments:
Post a Comment