Ad

Ad

19 February 2014

ຄະນະຈັດຕັ້ງສູນກາງພັກສືບຕໍ່ປັບປຸງ-ກໍ່ສ້າງການຈັດຕັ້ງຮາກຖານພັກໃນປີ 2014.



    ຄະນະຈັດຕັ້ງສູນກາງພັກ, ໄດ້ກຳນົດທິດທາງລວມ ແລະ ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດວຽກງານໂດຍສະເພາະ ແມ່ນໃນປີ 2014 ນີ້ ໄດ້ສືບຕໍ່ເພີ່ມທະວີການປັບປຸງ-ກໍ່ສ້າງການຈັດຕັ້ງຮາກຖານພັກໂດຍສະເພາະແມ່ນຂະບວນການກໍ່ສ້າງ ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານຢູ່ແຕ່ລະຮາກຖານພັກຕິດພັນກັບການປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ສ້າງ ບ້ານພັດທະນາ, ຊຸກຍູ້ວຽກງານ 3 ສ້າງຢູ່ 51 ເມືອງ ແລະ 109 ບ້ານ ໂດຍສຸມໃສ່ເຮັດໃຫ້ 51 ເມືອງ ເປັນເມືອງທີ່ເຂັ້ມແຂງ ຮອບດ້ານ ແລະ 109 ບ້ານໃຫ້ກາຍເປັນ ບ້ານພັດທະນາຕາມທີ່ໄດ້ກຳນົດ ໃນຄຳສັ່ງເລກທີ 03 ຂອງກົມການເມືອງສູນກາງ ພັກ.
     ທ່ານ ໄຊສີ ສັນຕິວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ລາຍງານໃຫ້ຮູ້ໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ປະຈຳປີ 2013 ເມື່ອບໍ່ດົນຜ່ານມານີ້ ວ່າ: ເພື່ອປະຕິບັດໃຫ້ໄດ້ຕາມ ຄາດໝາຍດັ່ງກ່າວຕ້ອງແມ່ນຄະນະພັກເມືອງ, ຄະນະພັກ ຮາກຖານ ແລະ ໜ່ວຍພັກຮາກຖານບ້ານທີ່ເຮັດທົດລອງ 3 ສ້າງເປັນຜູ້ນຳພາ ແລະ ປະຕິບັດ, ສະນັ້ນ ການປັບປຸງ ແລະ ກໍ່ສ້າງ ຮາກຖານພັກໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ
ແບບແຜນວິທີນຳ ພາຢູ່ຂັ້ນເມືອງ ແລະ ຂັ້ນຮາກຖານຈິ່ງກາຍເປັນບັນຫາທີ່ຕ້ອງຮີບຮ້ອນໂດຍສະເພາະແມ່ນສືບຕໍ່ເລືອກເຟັ້ນ, ບຳລຸງສ້າງ ແລະ ຄຸ້ມຄອງ,ນຳໃຊ້ພະນັກງານໃຫ້ເຂົ້າສູ່ລະບຽບຫລັກການເທື່ອລະກ້າວໂດຍອີງໃສ່ແຜນກຳນົດພະນັກງານ ເປັນພື້ນຖານ; ສືບຕໍ່ ປັບປຸງບັນດານິຕິກຳຕ່າງໆກ່ຽວກັບພະນັກງານຂັ້ນສູງກາງຄຸ້ມຄອງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການໃນແຕ່ລະໄລຍະ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຕາມທິດສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ; ສົມທົບແໜ້ນການ ປັບປຸງກໍ່ສ້າງການຈັດຕັ້ງ ພັກກັບການປັບປຸງກົງຈັກລັດແຕ່ລະຂັ້ນໃຫ້ມີຄວາມເໝາະສົມກົມກຽວກັນລະຫວ່າງບົດບາດການ ນຳພາຂອງພັກ ແລະ ການ ຄຸ້ມຄອງລັດ. ສະເພາະການກໍ່ສ້າງພັກທາງດ້ານແບບແຜນວິທີເຮັດວຽກ ແລະ ວິທີນຳພາແມ່ນເອົາ ໃຈໃສ່ປັບປຸງແບບແຜນວິທີ ເຮັດວຽກຂອງຄະນະພັກແຕ່ລະຂັ້ນຕາມຫລັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ຮັບປະກັນການເຄື່ອນໄຫວນຳພາ ຖືກຕ້ອງຕາມແນວທາງ, ມະຕິ, ຄຳສັ່ງຂອງການຈັດຕັ້ງພັກ-ຂັ້ນເທິງ; ການຄົ້ນຄວ້າຕົກລົງ ບັນຫາສຳຄັນເປັນໝູ່ຄະນະ ແລະ ມອບຄວາມຮັບຜິດຊອບໃຫ້ບຸກຄົນໃນຄະນະ; ການເຮັດວຽກມີແບບແຜນ ແລະ ປະຕິບັດ ຕາມແຜນການຢ່າງຖືກຕ້ອງ, ມີການຕິດຕາມ, ກວດກາ, ປະເມີນຜົນເປັນປົກກະຕິໃນແຕ່ລະໄລຍະ; ຍົກສູງແບບແຜນວິທີນຳ ພາຂອງຄະນະພັກແຕ່ລະຂັ້ນ ຕາມທິດຕິດແທດກັບຮາກຖານ, ຕິດແທດກັບວຽກງານຕົວຈິງ, ໃກ້ຊິດ ແລະ ຫງ່ຽງຫູຟັງມະຫາ ຊົນ; ປະຕິບັດລະບອບການ ຮ່ວມຊີວິດພັກເປັນປົກກະຕິ ແລະ ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ ເພື່ອຮັບປະກັນຄວາມເປັນເອ ກະພາບພາຍໃນພັກຢ່າງໜັກແໜ້ນ.

No comments:

Post a Comment