ເຂດເສດຖະກິດພິເສດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ
ຕັ້ງຢູ່ບ້ານໂນທອງຫຼັກ 22 ເມືອງ ໄຊທານີ ນະ ຄອນຫຼວງວຽງຈັນ ໄດ້ກາຍເປັນຈຸດ ສົນໃຈຂອງນັກທຸລະກິດຕ່າງປະເທດເຂົ້າມາລົງທຶນໃນເຂດດັ່ງກ່າວ ເປັນຈຳນວນ ຫຼາຍ
ຊຶ່ງໄລ່ມາຮອດປັດຈຸບັນມີຜູ້ເຂົ້າມາລົງທຶນກວມ 60% ແລ້ວ ແລະ ກາຍ ເປັນຈຸດພັດທະນາໃໝ່ຂອງນະຄອນຫຼວງວຽງຈັນ.
ທ່ານ ສີບຸນເຮືອງ ວຽນ ເຮືອງໄຜ່ປະທານສະພາບໍລິຫານເຂດເສດຖະກິດ ດັ່ງກ່າວໄດ້ໃຫ້ສຳພາດຕໍ່ນັກຂ່າວລາວພັດ
ທະນາວ່າ: ນິຄົມອຸດສາຫະກຳ ແລະ ການ ຄ້າວຽງຈັນ-ໂນນທອງ ໄດ້ຮັບການສ້າງຕັ້ງຂື້ນໃນປີ 2010 ໂດຍແມ່ນນັກລົງທຶນຈາກ
ໄຕ້ຫວັນເປັນຜູ້ສຳປະທານພັດທະນາໃນ ເນື້ອທີ່ 110 ເຮັກຕາ ແລະ ໄດ້ລົງມືພັດທະນາພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນເຂົ້າມາລົງທຶນໃນ
ເຂດດັ່ງກ່າວແຕ່ປີ 2011 ເປັນຕົ້ນມາ ແລະ ມາຮອດປັດຈຸບັນມີນັກທຸລະກິດຕ່າງປະເທດ
ເຂົ້າມາລົງທຶນແລ້ວຫຼາຍກວ່າ 20 ບໍລິສັດ, ຂະນະທີ່ມີ 5 ໂຮງງານກຽມ ສົ່ງອອກຜະລິດຕະພັນຂອງຕົນແລ້ວ
ແລະ ຄາດວ່າ ກາງປີນີ້ຈະເປັນຄັ້ງທຳອິດທີ່ມີການ ສົ່ງອອກຜະລິດຕະພັນສູ່ຕະຫຼາດສາກົນ ແລະ ຈະເຮັດໃຫ້ມີການເກັບລາຍຮັບພ້ອມທັງມອບພັນທະໃຫ້ກັບລັດຖະບານຈາກ ຜູ້ພັດທະນາໄດ້ເພີ່ມຂຶ້ນໃນແຕ່ລະປີ ແລະ ສາມາດເກັບອາກອນແຮງງານໄດ້ເປັນຈຳນວນຫຼາຍ.
ທ່ານ ສີບຸນເຮືອງ ວຽນ ເຮືອງໄຜ່ ກ່າວວ່າ:
ການພັດທະນານິຄົມດັ່ງກ່າວຂະຫຍາຍຕົວໄດ້ກາຍເປັນໃບໜ້າໃໝ່ຂອງ ນະຄອນຫຼວງວຽງຈັນເພື່ອຮອງຮັບການລົງທຶນຂອງຕ່າງປະເທດທີ່ນັບມື້ຫຼາຍຂຶ້ນ,
ພ້ອມທັງເປັນບ່ອນອຳນວຍຄວາມສະດວກ ໃນການສ້າງວຽກເຮັດງານທຳໃນຊຸມຊົນໃນເຂດໂຄງການໄດ້ເປັນຈຳນວນຫຼາຍອີກດ້ວຍ,
ທ່ານ ສີບຸນເຮືອງ ໃຫ້ຮູ້ອີກວ່າ: ຜູ້ສົນ ໃຈເຂົ້າມາລົງທຶນຢູ່ເຂດເສດຖະກິດດັ່ງກ່າວສ່ວນໃຫຍ່ແມ່ນນັກທຸລະກິດຈາກປະເທດໄທ,
ຈີນ, ແດນໝາກ ແລະ ຍີ່ປຸ່ນ ຕົ້ນ ຕໍແມ່ນເຂົ້າມາສ້າງໂຮງງານຜະລິດອາໄລ່, ເອເລັກໂຕນິກ ແລະ
ເຄື່ອງນຸ່ງຫົ່ມເພື່ອສົ່ງອອກຊຶ່ງປັດຈຸບັນມີມູນຄ່າການສົ່ງອອກ ຫຼາຍກວ່າ 5 ລ້ານໂດລາ ແລະ
ມີແຮງງານຄົນລາວເຮັດວຽກທີ່ນີ້ຫຼາຍກວ່າ 600 ຄົນ ແລະ ຄາດ ວ່າຮອດປີ 2016 ຈະມີແຮງ ງານລາວບໍ່ຕ່ຳກວ່າ
1.500 ຄົນ ແລະ ຈະມີຫຼາຍກວ່າ 30 ບໍລິສັດເຂົ້າມາລົງທຶນຕື່ມອີກ.

No comments:
Post a Comment