ໃນວັນທີ 18 ກຸມພານີ້, ຄະນະພັດທະນາຊົນນະບົດ
ແລະ ລຶບ ລ້າງຄວາມທຸກຍາກຂັ້ນສູນກາງ (ຄພທສ) ໄດ້ຈັດກອງປະ ຊຸມຮ່ວມປຶກສາຫາລືກັບບັນດາຕົວແທນຈາກສື່ມວນຊົນພາກສ່ວນຕ່າງໆ
ກ່ຽວກັບວຽກງານໂຄສະນາເຜີຍແຜ່ຜົນສຳເລັດຂອງວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ
ໂດຍທີ່ປະຊຸມໄດ້ມີການຊີ້ແຈງໃຫ້ຊາບກ່ຽວກັບວຽກງານກໍ່ສ້າງຮາກຖານ-ການເມືອງ,
ການພັດທະ ນາຈຸດສຸມ- ການພົວພັນຕ່າງປະເທດ, ວຽກງານຫລຸດຜ່ອນຄວາມທຸກຍາກ ແລະ ວຽກ
ງານເກັບກູ້ລະເບີດບໍ່ທັນແຕກ.
ທ່ານ ບຸນໃຈ ບູ່ຕາວົງ ຫົວໜ້າຫ້ອງການກໍ່ສ້າງຮາກຖານ-ການເມືອງ
ຄພທສ ໄດ້ຊີ້ໃຫ້ເຫັນສະພາບການແກ້ໄຂຄວາມທຸກຍາກຂອງບາງປະເທດເພື່ອນມິດໂດຍສະເພາະ
ສປ.ຈີນ ຊຶ່ງໄດ້ວາງແນວທາງເປີດປະຕູໃນປີ 1978 ພ້ອມກັນປົດປ່ອຍແນວຄິດ ສະແຫວງຫາຄວາມສັດຈະທຳແຫ່ງຄວາມເປັນຈິງ
ຈີນຖືວ່າ “ ທຸກຈົນບໍ່ແມ່ນສັງຄົມນິຍົມ
”. ປັດຈຸບັນຈີນສາມາດ
ແກ້ໄຂ ຄວາມທຸກຍາກໃຫ້ປະຊາຊົນຈາກກິນອື່ມ-ນຸ່ງອຸ່ນໄປສູ່ຢູ່ດີ-ກິນດີ,
ຖືປັດໄຈຄົນເປັນກົກ, ເສດຖະກິດເປັນໃຈກາງສຸດທ້າຍພ້ອມກັນຮັ່ງມີຂຶ້ນ ແລະ
ມີພື້ນຖານເສດຖະກິດອັນດັບ 2 ຂອງໂລກ. ໃນຂະນະທີ່ສສ.ຫວຽດນາມວາງເປົ້າຮອດປີ
2020 ຫັນປະເທດເປັນອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ, ກາງສັດຕະວັດທີ
21(2050) ເປັນປະເທດອຸດສາຫະກຳທີ່ທັນສະໄໝ ແລະ ກ້າວຂຶ້ນສູ່ສັງຄົມນິຍົມດ້ວຍການເຮັດໃຫ້ຄອບຄົວຊົນນະບົດຈຳນວນໜຶ່ງຮັ່ງມີ,
ເປັນຄອບຄົວຕົວແບບການຜະລິດ, ການບໍລິການ, ສ້າງເງື່ອນໄຂຊຸກຍູ້ຜູ້ທຸກຍາກ
ແລະ ອື່ນໆ. ພ້ອມທັງຊີ້ແຈງ 5 ຮູບແບບການລົງກໍ່ສ້າງຮາກຖານ, ການຕີລາຄາຕາມ
4 ເນື້ອໃນ 4 ຄາດໝາຍ, ການປະຕິບັດວຽກງານ ປກສ- ປກຊ, ລວມທັງການດຳເນີນນະໂຍບາຍທາງດ້ານເສດ
ຖະກິດໃນປະເທດເຮົາ.
ທ່ານແສງເພັດ ວັນນະວົງ ຮັບຜິດຊອບກອງທຶນຫລຸດຜ່ອນຄວາມທຸກຍາກ
(ທລຍ) ກໍໄດ້ແນະນຳເພີ່ມເຕີມໂຄງການໄລ ຍະ 2 ໄລຍະປີ 2011-2016 ຊຶ່ງໄດ້ມີການຂະຫຍາຍພື້ນທີ່ຂອງໂຄງ
ການອອກຕື່ມອີກ 25% ຫລື ຈາກເດີມ 7 ເປັນ 10 ແຂວງ, ຈາກ 28 ເປັນ 40 ເມຶອງ ແລະ
274 ກຸ່ມບ້ານ. ທລຍ ໄດ້ຮັບການສະໜັບ ສະໜູນຈາກຫລາຍແຫລ່ງທຶນ ໂດຍໄດ້ເພີ່ມຂຶ້ນເກືອບ
50% ຫລື ຈາກ 42 ລ້ານໂດລາສະຫະລັດ ເປັນ 68,3 ລ້ານໂດລາສະຫະລັດໃນໄລຍະ 2. ພ້ອມທັງລົງເລິກໃຫ້ຮູ້ເຖິງການຄາດຄະເນຜົນທີ່ຈະໄດ້ຮັບ,
ການພັດທະນາທີ່ກະຕຸກຊຸກຍູ້ໂດຍຊຸມຊົນໃຫ້ອະນາຄົດດີກວ່າ, ການປັບປຸງ ແລະ ຂະ
ຫຍາຍຜົນໄດ້ຮັບໃນການຫລຸດ ຜ່ອນຄວາມທຸກຍາກ, ການເພີ່ມປະສິດທິພາບຜົນໄດ້ຮັບ
ແລະ ຜົນປະໂຫຍດໃນການວາງແຜນໄລ ຍະຍາວ ເພື່ອຮັບປະກັນການມີສ່ວນຮ່ວມການມອບສິດໃຫ້ຊຸມຊົນ
ການຈັດຕັ້ງປະຕິບັດ ແລະ ຄວາມຍືນຍົງຂອງໂຄງການ. ສິ່ງສຳຄັນແມ່ນຄວາມເອົາໃຈໃສ່ໃນຂະບວນການຈັດຕັ້ງ
ເພື່ອຜູ້ທຸກຍາກ, ລວມທັງບັນຫາຄວາມສະເໝີພາບດ້ານບົດບາດຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ
ແລະ ພາກລັດ ໃນການ ວາງແຜນພັດທະນາຂັ້ນທ້ອງຖິ່ນ ຊຶ່ງເປັນກິດຈະກຳຫລັກຂອງ ທລຍ.
ທ່ານ
ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະ ການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ
ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ລາຍງານຫຍໍ້ການປະຕິບັດ MDG 9 ແຕ່ປີ 2011-2013 ແລະ
ທິດທາງຈຸດສຸມໃນປີ 2013-2015 ຊຶ່ງມີ 6 ອົງການກວດກູ້ລະເບີດເພື່ອມະ ນຸດສະທຳ
(ໂດຍບໍ່ຄິດຄ່າ) ແລະ 13 ບໍລິສັດກວດກູ້ລະເບີດທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເຄື່ອນໄຫວຢູ່ໃນ
14 ແຂວງ 98 ເມືອງຂອງ ສປປ ລາວ. ຊຶ່ງຜົນໄດ້ຮັບເຮັດໃຫ້ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຫລຸດລົງ,
ປິ່ນປົວດ້ານການແພດ ແລະ ຟື້ນ ຟູສຸຂະພາບໃຫ້ແກ່ຜູ້ລອດຊີວິດ, ທັງມີການຊ່ວຍເຫລືອປະ
ກອບອາຊີບ, ກວດກູ້ເນື້ອທີ່ການຜະລິດ ແລະ ການພັດທະນາ. ຢ່າງໃດກໍຕາມປະຕິບັດວຽກງານເກັບກູ້ລະເບີດໃນຊຸມປີຜ່ານ
ມາມີບາງດ້ານບໍ່ທັນບັນລຸຄາດໝາຍອັນມີສາເຫດມາຈາກຫລາຍປັດໄຈ ຊຶ່ງຈະໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າໂດຍສະເພາະການແກ້ໄຂເນື້ອທີ່ດິນບູລິມາສິດຂອງລັດຖະບານຕາມຄາດໝາຍ
20.000 ເຮັກຕາ/ປີ.
ຂະແໜງໄປສະນີ-ໂທລະຄົມມະນາຄົມ-ການສື່ສານຕ້ອງໄດ້ສືບຕໍ່ປັບປຸງຫລາຍດ້ານ.
ທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ,
ຜູ້ຊີ້ນຳວຽກງານໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ໃຫ້ກຽດໂອລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມປະຈຳປີ
2013 ວຽກງານໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໃນວັນທີ 18 ກຸມພາ ນີ້ວ່າ: ເພື່ອເປັນທິດທາງໃຫ້ແຕ່ລະພາກສ່ວນໄດ້ເຮັດໜ້າທີ່
ຂອງຕົນຢ່າງມີປະສິດທິຜົນໃນການນຳໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານໃຫ້ເປັນເຄື່ອງມືກະຕຸກຊຸກຍູ້ການຫັນເປັນ
ທັນສະໄໝ ແລະ ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດໃຫ້ແຂງແຮງນັ້ນ, ຄະນະພັກ ແລະ
ຄະນະ ນຳແຕ່ລະຂັ້ນຂອງກະຊວງຕ້ອງບຸກທະລຸທາງດ້ານທັດສະນະ ແລະ ຄວາມຮູ້ກ່ຽວກັບໄອຊີທີ ທີ່ເປັນປັດໄຈໜຶ່ງທີ່ສຳຄັນໃນ
ການພັດທະນາເສດຖະກິດ-ສັງຄົມຂອງປະເທດເພື່ອໃຫ້ຫລຸດພົ້ນອອກຈາກຖານະດ້ອຍພັດທະນາໃນປີ 2020
ຕາມທີ່ພັກກຳ ນົດໄວ້; ຕ້ອງໄດ້ຄົ້ນຄວ້າກຳນົດຍຸດທະສາດໄອຊີທີແຫ່ງຊາດເພື່ອສະເໜີລັດຖະບານໃນການຈັດຕັ້ງປະຕິບັດນະໂຍບາຍຂອງ
ລັດຖະບານເພື່ອຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝນັ້ນ. ໃນສະເພາະໜ້ານີ້ ກະຊວງໄປສະນີ,
ໂທລະຄົມມະນາ ຄົມ ແລະ ການສື່ສານຈະຕ້ອງຖືເປັນບູລິມະສິດ ໜຶ່ງເພື່ອເຮັດໃຫ້ອັກສອນລາວໄດ້ຮັບການປັບປຸງຈົນເຖິງຂັ້ນສົມ
ບູນຄືກັບພາ ສາອື່ນໆ; ເອົາໃຈໃສ່ປັບປຸງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກໃນຂອບເຂດໃນທົ່ວປະເທດເພື່ອປະຢັດເວລາ,
ຕິດຕໍ່ໄດ້ ງ່າຍ ແລະ ປອດໄພ,ໃ ຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສາມາດນຳໃຊ້ໄດ້ແຕ່ໜ້ອຍຫາຫລາຍ;
ເອົາໃຈໃສ່ເຝິກ ອົບຮົມໃຫ້ພະນັກງານໂດຍສະເພາະດ້ານໄອຊີທີ, ຊຸກຍູ້ໃຫ້ບັນດາວິສາຫະກິດປະຕິບັດພັນທະຄ່າບໍລິການ
ແລະ ຄ່າອາກອນ ຕາມລະບຽບການຢ່າງເຄັ່ງຄັດອັນເປັນການສ້າງລາຍໄດ້ເຂົ້າງົບປະມານແຫ່ງຊາດປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກ
ຍາກຂອງປະຊາຊົນ; ສ້າງນິຕິກຳທີ່ເໝາະສົມໂດຍອີງໃສ່ບົດຮຽນຂອງປະເທດອື່ນໃນການຄຸ້ມຄອງອຸປະກອນໄອຊີທີທີ່ມີມາດ
ຕະຖານສາກົນ.
ທ່ານພົນໂທ ດວງໃຈ ພິຈິດ ໄດ້ກ່າວຕື່ມວ່າ: ລະບົບໄອຊີທີ
ໄດ້ກາຍເປັນຄວາມຈຳເປັນສຳລັບຫລາຍໆກະຊວງ ແລະ ຂະ ແໜງການໃນລະດັບທີ່ແຕກຕ່າງກັນ. ດັ່ງນັ້ນ
ຕ້ອງໄດ້ມີການປະສານສົມທົບໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທ ລະຄົມມະນາຄົມໃຫ້ເກີດປະໂຫຍດສູງສຸດ,
ຫລີກເວັ້ນການລົງທຶນ ແລະ ການພັດທະນາທີ່ມີລັກສະນະສັບຊ້ອນ ແລະ ບໍ່ ມີການລວມສູນ. ກະຊວງ
ປທສ ຕ້ອງສ້າງເງື່ອນໄຂນຳໃຊ້ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກໃຫ້ສາມາດຮອງ ຮັບກັບເຕັກໂນໂລຊີທີ່ທັນສະໄໝແບບປະສົມປະສານແນໃສ່ການປະຢັດ,
ມີປະສິດທິຜົນ, ມີລາຄາຖືກ, ວ່ອງໄວ ແລະ ປອດ ໄພ. ສ່ວນກະຊວງອື່ນໆກໍຕ້ອງພັດທະນາ ແລະ ນຳໃຊ້ໂປຼແກມໃນຂົງເຂດວຽກງານຂອງຕົນຢ່າງມີປະສິດທິຜົນ
ແລະ ອື່ນໆ.

No comments:
Post a Comment