Ad

Ad

19 February 2014

ຂະແຫນງໄປສະນີ-ໂທລະຄົມມະນາຄົມ-ການສື່ສານຕ້ອງໄດ້ສືບຕໍ່ປັບປຸງຫລາຍດ້ານ



   ທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະ ຊວງປ້ອງກັນ ປະເທດ, ຜູ້ຊີ້ນຳວຽກງານໄປ ສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານໄດ້ໃຫ້ກຽດໂອລົມ ແລະ ໃຫ້ທິດຊີ້ນຳ​ຕໍ່ກອງປະຊຸມປະຈຳປີ 2013 ວຽກງານ ໄປສະ ນີ, ໂທລະຄົມມະນາຄົມ ແລະ ການສື່ສານ​ໃນ​ວັນ​ທີ 18 ກຸມພາ ນີ້ວ່າ: ເພື່ອ ເປັນທິດທາງໃຫ້ແຕ່ລະພາກສ່ວນໄດ້ເຮັດ ໜ້າທີ່ຂອງຕົນຢ່າງມີປະສິດທິຜົນໃນການ ນຳໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານໃຫ້ເປັນເຄື່ອງ ມືກະຕຸກຊຸກຍູ້ການ ຫັນເປັນທັນສະໄໝ ແລະ ປະກອບສ່ວນການ ພັດທະນາເສດຖະກິດ-ສັງຄົມ ພາຍ ໃນປະເທດໃຫ້ແຂງແຮງ ນັ້ນ, ຄະນະພັກ ແລະ ຄະນະນຳ ແຕ່ລະຂັ້ນຂອງກະຊວງຕ້ອງບຸກທະລຸທາງດ້ານທັດສະນະ ແລະ ຄວາມຮູ້ກ່ຽວກັບໄອຊີ ທີ ທີ່ເປັນ ປັດໄຈໜຶ່ງ ທີ່ສຳຄັນໃນການພັດ ທະນາເສດຖະກິດ-ສັງຄົມຂອງ ປະເທດເພື່ອໃຫ້ຫລຸດພົ້ນ
ອອກ ຈາກຖານະດ້ອຍພັດທະນາໃນປີ 2020 ຕາມທີ່ພັກກຳນົດໄວ້; ຕ້ອງ ໄດ້ຄົ້ນຄວ້າກຳນົດຍຸດທະສາດ ໄອຊີທີແຫ່ງຊາດ ເພື່ອສະເໜີລັດຖະບານໃນການຈັດຕັ້ງປະ ຕິບັດ ນະໂຍບາຍຂອງລັດຖະບານເພື່ອ ຫັນປະເທດເປັນອຸດສາຫະກຳ ແລະ ທັນ ສະໄໝນັ້ນ. ໃນສະ ເພາະໜ້ານີ້ ກະຊວງໄປ ສະນີ, ໂທ ລະຄົມມະນາຄົມ ແລະ ການສື່ ສານຈະຕ້ອງຖືເປັນບູລິມະສິດ ໜຶ່ງ ເພື່ອເຮັດໃຫ້ອັກສອນລາວໄດ້ ຮັບການປັບ ປຸງຈົນເຖິງຂັ້ນສົມ ບູນຄືກັບພາສາອື່ນໆ; ເອົາໃຈ ໃສ່ປັບປຸງລະບົບບໍລິຫານລັດ ດ້ວຍເອເລັກໂຕຣນິກໃນຂອບ ເຂດໃນທົ່ວປະ ເທດເພື່ອປະຢັດ ເວລາ, ຕິດຕໍ່ໄດ້ງ່າຍ ແລະ ປອດ ໄພ,ໃ ຫ້ບັນດາກະຊວງ, ຂະແໜງ ການ ແລະ ທ້ອງຖິ່ນສາມາດນຳ ໃຊ້ໄດ້ ແຕ່ໜ້ອຍຫາຫລາຍ; ເອົາ ໃຈໃສ່ເຝິກອົບຮົມໃຫ້ພະນັກງານ ໂດຍສະ ເພາະດ້ານໄອຊີທີ, ຊຸກຍູ້ ໃຫ້ບັນດາວິສາຫະກິດປະຕິບັດ ພັນທະຄ່າບໍລິການ ແລະ ຄ່າອາກອນຕາມລະບຽບການຢ່າງເຄັ່ງຄັດ ອັນເປັນການສ້າງລາຍໄດ້ ເຂົ້າງົບປະມານແຫ່ງຊາດປະ ກອບສ່ວນເຂົ້າໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ; ສ້າງນິຕິກຳທີ່ເໝາະສົມໂດຍອີງໃສ່ບົດຮຽນຂອງປະເທດ ອື່ນໃນ ການຄຸ້ມຄອງອຸປະກອນໄອຊີທີ ທີ່ມີມາດຕະຖານສາກົນ.
     ທ່ານພົນໂທ ດວງໃຈ ພິຈິດ ໄດ້ກ່າວຕື່ມວ່າ: ລະບົບໄອຊີທີ ໄດ້ກາຍເປັນຄວາມຈຳເປັນສຳ ລັບຫລາຍໆກະຊວງ ແລະ ຂະ ແໜງການໃນລະດັບທີ່ແຕກຕ່າງກັນ. ດັ່ງນັ້ນ ຕ້ອງໄດ້ມີການປະ ສານສົມທົບໃນການນຳໃຊ້ເຕັກ ໂນໂລຊີຂໍ້ມູນຂ່າວສານ ແລະ ໂທ ລະຄົມມະນາຄົມໃຫ້ເກີດປະ ໂຫຍດສູງສຸດ, ຫລີກເວັ້ນການ ລົງທຶນ ແລະ ການພັດທະນາທີ່ ມີລັກສະນະຊັບຊ້ອນ ແລະ ບໍ່ມີ ການລວມສູນ. ກະຊວງ ປທສ ຕ້ອງສ້າງເງື່ອນໄຂນຳໃຊ້ໂຄງ ລ່າງພື້ນຖານ ແລະ ສິ່ງອຳນວຍ ຄວາມສະດວກໃຫ້ສາ ມາດຮອງຮັບກັບເຕັກໂນໂລຊີທີ່ທັນສະໄໝ ແບບປະສົມປະສານແນໃສ່ການປະຢັດ, ມີປະສິດທິຜົນ, ມີລາຄາ ຖືກ, ວ່ອງໄວ ແລະ ປອດໄພ. ສ່ວນກະຊວງອື່ນໆກໍຕ້ອງພັດ ທະນາ ແລະ ນຳໃຊ້ໂປຼແກມໃນ ຂົງເຂດວຽກງານຂອງຕົນຢ່າງມີປະສິດທິຜົນ ແລະ ອື່ນໆ.

No comments:

Post a Comment