Ad

Ad

19 February 2014

ມະຫາກຳບຸນຊ້າງປະຈຳປີ 2014 ໄຂຂຶ້ນດ້ວຍບັນຍາກາດຟົດຟື້ນຢູ່ແຂວງໄຊຍະບູລີ



     ງານມະຫາກຳບຸນຊ້າງຄັ້ງທີ 8 ປະຈຳປີ 2014, ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນໃນວັນທີ 18 ກຸມພານີ້, ຢູ່ສະໜາມຫລວງຂອງ ເທສະບານແຂວງໄຊຍະບູລີ ເຊິ່ງມີຊ້າງເຂົ້າຮ່ວມທັງໝົດ 6​5 ເຊືອກ ແລະ ຈະໄດ້ ດຳເນີນໄປ ເປັນເວລາ 3 ມື້ແຕ່ວັນທີ 17-19 ກຸມພານີ້. ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມ​ພັນ​ລະ​ຍາ, ທ່ານ​ດຣ ບຸນ​ປອນ ບຸດ​ຕະນະ​ວົງ​ ກຳມະການ ກົມ​ການ​ເມືອງສູນ​ກາງ​ພັກຫົວ ໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ທ່ານ ດຣ ລຽນ ທິແກ້ວ ກຳມະການສູນກາງ ພັກ, ເລຂາພັກ ແຂວງ, ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະນຳ, ແຂກຖືກເຊີນ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫລວງຫລາຍ.

      ໃນພິທີ ທ່ານ ຍັນຍົງ ສີປະເສີດຮອງເຈົ້າແຂວງໆໄຊຍະບູລີ ທັງເປັນປະທານຄະນະກຳມະການຈັດງານໄດ້ລາຍງານໃຫ້ຮູ້ ວ່າ: ແຂວງໄຊຍະບູລີ ໄດ້ກຳນົດ ເອົາ 2 ເທສະການ ທີ່ມີເອກະລັກທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງບັນດາເຜົ່າ ເພື່ອເປັນງານບຸນເທດສະການທ່ອງທ່ຽວໃນລະດັບແຂວງຄື: ງານເທສະການບຸນອອກພັນສາ (ບຸນຊ່ວງເຮືອ) ແລະ ງານເທສະ ການມະຫາກຳບຸນຊ້າງ. ເພື່ອເຮັດໃຫ້ມະນຸດເຮົາມີຄວາມສົນໃຈຫັນມາມີສ່ວນຮ່ວມໃນການອານຸລັກ, ປົກປັກຮັກສາຊ້າງຢູ່ໃນ ທົ່ວໂລກກໍຄືໃນ ສປປ ລາວ, ເພື່ອເຮັດໃຫ້ຊ້າງມີໂອກາດຄົງຕົວ ແລະ ຂະຫຍາຍຕົວຢູ່ຄູ່ກັບຄົນເຮົາໄປຢ່າງດົນນານ. ແຂວງໄຊ ຍະບູລີ ຈຶ່ງໄດ້ຖືເອົາບຸນຊ້າງເປັນບຸນປະເພນີ ແລະ ຈັດຂຶ້ນໃນທຸກໆປີນັບແຕ່ປີ 2007 ເປັນຕົ້ນມາໂດຍຜັດປ່ຽນກັນຈັດໃນ 3 ເມືອງຄື: ເມືອງຫົງສາ, ເມືອງປາກລາຍ ແລະ ເມືອງໄຊຍະບູລີ. ນັບແຕ່ປີ 2012 ງານມະຫາກຳບຸນຊ້າງຖືກຍົກລະດັບຂຶ້ນເປັນ ງານເທສະການທ່ອງທ່ຽວລະດັບແຂວງ ແລະ ລະດັບຊາດຕາມລຳດັບຊຶ່ງຈະໄດ້ຈັດຂຶ້ນທີ່ເມືອງໄຊຍະບູລີເປັນປົກກະຕິໃນແຕ່ ລະປີ.    
     ແຂວງໄຊຍະບູລີ, ເປັນແຂວງທີ່ມີປະຊາກອນຊ້າງຫລາຍກວ່າໝູ່ກວມເອົາ 75% ໃນບັນດາ ແຂວງໃນທົ່ວປະເທດ. ການ ຈັດງານບຸນຊ້າງໃນຄັ້ງນີ້ເພື່ອເປັນການສືບຕໍ່ສົ່ງເສີມໃຫ້ນຳໃຊ້ຊ້າງເຂົ້າໃນການບໍລິການດ້ານທ່ອງທ່ຽວເພື່ອສ້າງລາຍຮັບໃຫ້ເຈົ້າ ຂອງຊ້າງໃນການລ້ຽງດູຊ້າງໃຫ້ດີມີໂອກາດສືບພັນທັງຊ້າງລ້ຽງ ແລະ ຊ້າງປ່າ, ເພື່ອເສີມຂະຫຍາຍຮີດຄອງປະເພນີທີ່ເປັນເອ ກະລັກໃນການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ບູຮານນະການພ້ອມນີ້ກໍເປັນການໂຄສະນາເຜີຍແຜ່ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຮູ້ຈັກແຂວງໄຊຍະບູລີນັບມື້ຫລາຍຂຶ້ນ. ສິ່ງສຳຄັນແມ່ນເພື່ອຟື້ນຟູ ແລະ ພັດທະນາຮີດຄອງປະເພນີທີ່ເປັນເອກະລັກຂອງຊາດລາວກໍຄືທ້ອງຖິ່ນ ແລະ ເຜົ່າຕ່າງໆໃຫ້ຄົງຢູ່ຕະຫລອດໄປ.
    ພິທີເປີດງານມະຫາກຳບຸນຊ້າງໃນຄັ້ງນີ້ເລີ່ມຕົ້ນດ້ວຍການສະແດງສິລະປະວັນນະຄະດີຈາກກອງສິລະປະກອນຂອງແຂວງ ຈາກນັ້ນຂະບວນແຫ່ຂອງກ້ອນກຳລັງຕ່າງໆກໍເຄື່ອນຂະບວນເລີ່ມຕົ້ນດ້ວຍກ້ອນກຳລັງຂະບວນແຫ່ທຸງຊາດ, ສັນຍາລັກ ຂອງ ແຂວງ, ສັນຍາລັກບຸນຊ້າງ ແລະ ສັນຍາລັກຂອງອົງການທ່ອງທ່ຽວແຫ່ງຊາດຕາມດ້ວຍກ້ອນນັກຮຽນໂຮຍດອກໄມ້, ກ້ອນຂະ ບວນແຫ່ຂອງແຕ່ລະເມືອງ, ຂະບວນຊ້າງ 65 ໂຕ ຊຶ່ງຈະມີການສະແດງຈຳລອງຂະບວນແຫ່ຊ້າງອອກເສິກ 10 ໂຕ ຂອງເຈົ້າ ຟ້າງຸ່ມ, ຂະບວນລຳລຽງຂົນສົ່ງຂອງຊ້າງ 10 ໂຕ, ຂະບວນທ່ອງທ່ຽວ 10 ໂຕ ແລະ ຂະບວນສຸດທ້າຍແມ່ນຂະບວນຊ້າງຄຳຮູ້ 10 ໂຕ.
     ງານມະຫາກຳບຸນຊ້າງຄັ້ງທີ 8 ປະຈຳປີ 2014 ນີ້ ມີຫລາຍກິດຈະກຳທີ່ໜ້າສົນໃຈເປັນຕົ້ນ: ການບໍລິການຂີ່ຊ້າງ, ຂະບວນ ແຫ່ຂອງຊ້າງ 65 ໂຕ, ການບາສີສູ່ຂວັນ ແລະ ສູດມຸງຄຸນໃຫ້ພອນຊ້າງ, ການປະກວດຊ້າງງາມ, ມອບລາງວັນຊ້າງງາມ, ການ ສະແດງຊ້າງຄຳຮູ້, ການໃຫ້ອາຫານຊ້າງ (ຈັດບຸບເຟ້່ ຊ້າງ), ຊົມຊ້າງອາບນ້ຳ, ການສາທິດໃຊ້ແຮງງານຊ້າງ, ກ້ອນຂະບວນແຫ່ ຕ່າງໆຈາກ 11 ເມືອງ ພາຍໃນແຂວງທີ່ສ່ອງແສງເຖິງເອກະລັກທາງດ້ານວັດທະນະທຳຂອງເຜົ່າຕ່າງໆ, ແຕ່ລະຄືນມີການສະ ແດງສິລະປະວັນນະຄະດີຈາກແຕ່ລະເມືອງພາຍໃນແຂວງ,ຈາກກອງສິລະປະກອນຂອງ ແຂວງ, ກອງສິລະປະກອນຂອງກະ ຊວງປ້ອງກັນຄວາມສະຫງົບ ແລະ ຈາກຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ແລະ ມີການປະກວດນາງສາວງາມບຸນ ຊ້າງ, ນອກນັ້ນ ຍັງມີງານວາງສະແດງ ແລະ ຂາຍສິນຄ້າຂອງບັນດາເມືອງຕ່າງໆ, ບັນດາບໍລິສັດ, ຫ້າງຮ້ານທັງພາຍໃນ ແລະ ຕ່າງປະເທດນອກນີ້ຍັງມີສວນສະໜຸກ, ເຄື່ອງຫລິ້ນເດັກນ້ອຍ ແລະ ມີດົນຕີຄົບງັນຕະຫລອດໄລຍະຂອງການຈັດງານບຸນຊ້າງ.
     ໃນໂອກາດດັ່ງກ່າວ ທ່ານ ດຣ. ລຽນທິແກ້ວ ກໍໄດ້ຂຶ້ນກ່າວ ເປີດພິທີຢ່າງເປັນທາງການໂດຍຢ້ຳໃຫ້ຄື​ຊາວແຂວງ​ໄຊ​ຍະ​ບູລີ ສືບຕໍ່ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດກໍຄືຂອງແຂວງ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມສາມັກ ຄີຮັກແພງຕໍ່ໄປ, ຫລັງຈາກນັ້ນ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດກໍໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດເພື່ອເປັນສິລິ ມຸງຄຸນໃນການເປີດພິທີ ແລະ ຮ່ວມຕັດແຖບຜ້າເປີດພິທີຢ່າງເປັນທາງການ.

No comments:

Post a Comment