ໃນຕອນເຊົ້າຂອງວັນທີ
19 ກຸມພາ 2014 ນີ້ ທະນາຄານແຫ່ງ ສປປ ລາວ ຮ່ວມກັບອົງການສູນກະສິກຳ ແລະ ພັດທະ ນາເຂດຊົນນະບົດ
(CARD) ໄດ້ຈັດກອງປະຊຸມວິຊາການກ່ຽວກັບວຽກງານປະກັນໄພຈຸລະພາກຂຶ້ນຢູ່ໂຮງແຮມເມີກຽວ, ນະຄອນຫລວງວຽງຈັນ
ພາຍໃຕ້ການເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາ ຄານ ແຫ່ງ
ສປປ ລາວ, ມີທ່ານນາງ ມາເລຍ ລູເມັນ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດຟີລິບປິນ ແລະ ຜູ້ຕາງຫນ້າ
ຈາກອົງການສູນກະສິກຳ ແລະ ພັດທະນາເຂດຊົນນະບົດ (CARD) ປະກັນໄພຈຸລະພາດ MRI, ຜູ້ຕາງຫນ້າຈາກສະຖາ ບັນການເງິນຈຸລະພາກເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້
ກໍເພື່ອນຳສະເຫນີປະຫວັສດາດຄວາມປັນ ມາ, ການເຄື່ອນໄຫວສະຖາບັນ ປະກັນໄພຈຸລພາກ (MRI) ແລະ
ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບສະຖາບັນການເງິນໃນລາວ ເຊິ່ງວິທະຍາ ກອນໄດ້ນຳສະເຫນີຄວາມເປັນມາ
ແລະ ບາດກ້າວການເຕີບໃຫຍ່ຂອງ CARD MRI, ປະສົບການຜ່ານມາດ້ານການປະໄພ
ຈຸລະພາກໃຫ້ ແກ່ເຂົ້າຮ່ວມໄດ້ຮັບຮູ້ເຖິງຕົ້ນກຳເນີດຂອງອົງການ
ແລະ ບັນຫາຕ່າງໆທີ່ພົບພໍ້.
ທ່ານຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ກ່າວວ່າ :
ດ່ັງທີ່ພວກເຮົາຮູ້ກັນແລ້ວວ່າ ວຽກງານການປະກັນສັງໄພຈຸ ລະພາກເປັນວຽກໃຫມ່ສຳລັບ ປະເທດເຮົາ
ໂດຍສະເພາະການ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເຊິ່ງຢູ່ໃນຫລາຍປະເທດການປະ
ກັນໄພຈຸລະພາກແມ່ນໄດ້ຮັບການພັດທະນາ ແລະ ທຸລະກິດ ດັ່ງກ່າວໄດ້ຮັບການຂະຫຍາຍ ຕົວດີພໍສົມຄວນ
ທັງປະລິມານ ແລະ ຄຸນນະພາບ. ສະນັ້ນ, ເພື່ອໃຫ້ສະຖາບັນການເງິນ, ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ໃນວຽກ
ງານ ແລະ ການຄຸ້ມຄອງທຸລະ ກິດດັ່ງກ່າວ ມັນຈຶ່ງມີຄວາມຈຳ ເປັນທີ່ພວກເຮົາໄດ້ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ພາກ
ສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງຄວາມອາດ ສາມາດໃຫ້ແກ່ພະນັກງານຜູ້ຮັບ ຜິດຊອບວຽກງານ,
ປັບປຸງ ບັນດານິຕິກຳຕ່າງໆເພື່ອໃຫ້ມີລັກສະ ນະແທດເຫມາະກັບສະພາບຄວາມເປັນຈິງໃນປັດຈຸບັນກໍຄື
ອະນາຄົດ.
ທ່ານ ດຣ ອາຄົມ ປຣະເສີດ ຫົວຫນ້າກົມຄຸ້ມຄອງສະຖາບັນການເງິນກໍໄດ້ຮຽນຮ້ອງໃຫ້ບັນ
ດາຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມເອົາໃຈໃສ່ເປັນເຈົ້າການມີຄຳເຫັນ ແລະ ແລກປ່ຽນບົດຮຽນນຳວິທະຍາກອນ
ເພື່ອ ຍາດແຍ່ງເອົາບົດຮຽນ ແລະ ຄວາມຮູ້ຈາກສະຖາບັນປະກັນ ໄພຈຸລະພາກ CARD MRI ເພື່ອ ເປັນທິດທາງໃນການຈັດຕັ້ງປະ ຕິບັດວຽກງານໃນ ຕໍ່ຫນ້າ.
ກອງປະຊຸມດ່ັງກ່າວແມ່ນ ໄດ້ດຳເນີນໄປເປັນເວລາຫນຶ່ງ ວັນ
ແລະ ກໍປິດລົງໃນຕອນແລງ ຂອງມື້ດຽວກັນ.
No comments:
Post a Comment