ທ່ານ ອານຸສອນ ມາລອງທົ່ງ ວິຊາການການຕະຫລາດຂອງ
ທະນາຄານດັ່ງກ່າວໄດ້ຂຶ້ນແນະນຳວິທີກ່ຽວກັບການນຳໃຊ້ບັດເອທີເອັມ BCEL One ແລະ
BCEL I-Bank: ບັດເອທີເອັມ BCEL One ແມ່ນຜະລິດຕະພັນໃໝ່ທີ່ທາງທະນາ
ຄານການຄ້າຕ່າງປະເທດລາວມະຫາຊົນ
ໄດ້ພັດທະນາຂຶ້ນມາເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າບັດ ATM ແລະ VISA ເພື່ອດຳເນີນທຸລະກຳການເງິນທາງເອເລັກໂຕຣນິກຕະຫລອດ
24 ຊົ່ວໂມງ ແລະ ທ່ານຍັງສາມາດນຳໃຊ້ BCEL One ຜ່ານ Smart Phone ແລະ Computer ໄດ້. ບັດ ເອທີເອັມ BCEL One ສາມາດກວດເບິ່ງລາຍການເຄື່ອນໄຫວ ແລະ ຍອດເງິນຂອງບັດ ATM ແລະ VISA ຕະຫລອດ 24 ຊົ່ວໂມງ, ສາມາດເປີດ-ປິດການສຳລະຄ່າສິນຄ້າອອນລາຍ Online ຂອງບັດ VISA ດ້ວຍຕົວທ່ານເອງ, ສາມາດລ໋ອກບັດ ATM ແລະ VISA ດ້ວຍຕົວທ່ານເອງໂດຍຜ່ານ BCEL One ໃນກໍລະນີບັດເສຍ ຫລື ຖືກລັກ, ສາມາດໂອນເງິນໄປຫາບັນຊີທີ່ທ່ານໄດ້ລົງທະບຽນໃນ BCEL One ນຳທະນາ ຄານ, ສາມາດຈ່າຍຄ່າໄຟຟ້າ, ນ້ຳປະປາ, ໂທລະສັບໄດ້, ພຽງແຕ່ພິມເລກບັນຊີຜູ້ໃຊ້ໃສ່ຕາມຂັ້ນຕອນທີ່ທະນາຄານກຳນົດໄວ້.
ບັດເອທີເອັມ
BCEL I-Bank ແມ່ນບໍລິການທາງເອເລັກໂຕຣນິກທີ່ໄດ້ພັດທະນາໃຫ້ມີຄວາມທັນສະໄໝຂຶ້ນ,
ວ່ອງໄວຂຶ້ນດ້ວຍລະບົບອິນເຕີເນັດທີ່ມີຄວາມປອດໄພສູງ, ໂດຍບໍ່ຈຳເປັນຕ້ອງເຂົ້າໄປເຮັດທຸລະກຳການເງິນຢູ່ທີ່ທະນາຄານ
ແລະ ສາ ມາດໃຊ້ໄດ້ທຸກບ່ອນ, ທຸກເວລາຕະຫລອດ 24 ຊົ່ວໂມງ ແລະ ເໝາະສຳລັບບັນດາບໍລິສັດ
ຫລື ອົງກອນ, ເໝາະສຳລັບລູກຄ້າທີ່ເຮັດທຸລະກິດເອັສເອັມອີ (SME), ເໝາະສຳລັບລູກຄ້າບຸກຄົນ
ແລະ ທຸກຄົນທີ່ຕ້ອງການຄວາມສະດວກສະບາຍ. ບັດເອທີເອັມ BCEL I-Bankສາມາດໂອນເງິນໄປຕ່າງປະເທດ,
ໂອນເງິນຂ້າມທະນາຄານ, ໂອນເງິນພາຍໃນເຄືອຄ່າຍ ທຄຕລ, ເຮັດການເບີກຈ່າຍເງິນເດືອນໄດ້ດ້ວຍ
ຕົວເອງ, ສາມາດຈ່າຍຄ່າໄຟຟ້າ, ນ້ຳປະປາ, ໂທລະສັບ, ສາມາດຕັ້ງໄລຍະເວລາການໂອນໄດ້
ເປັນວັນ, ເປັນອາທິດ, ເປັນເດືອນ, ເບິ່ງລາຍລະອຽດບັນຊີຝາກປະຢັດ, ບັນຊີກະແສລາຍວັນ
ແລະ ບັນຊີເງີນຝາກປະຈຳຂອງທ່ານໄດ້ແບບ Real time, ຕິດ ຕາມການນຳໃຊ້ Cheque ດ້ວຍຕົນເອງ,
ຕິດຕາມງວດຊຳລະເງິນກູ້, ພິມລາຍການບັນຊີສຳ ຮອງ ແລະ ເບິ່ງອັດຕາການແລກ ປ່ຽນປະຈຳວັນ
ແລະ ອີກຫລາຍລາຍການ.

No comments:
Post a Comment