Ad

Ad

20 February 2014

ຍີ່ປຸ່ນ​ໃຫ້​ທຶນ​​ກໍ່ສ້າງໂຮງຮຽນຢູ່ເຂດພາກເໜືອ.



        ລັດຖະບານ​ຍີ່ປຸ່ນ​ໄດ້​ໃຫ້​ທຶນ​ຊ່ວຍ​ເຫຼືອມູນ​ຄ່າ 636.992 ​ໂດ​ລາ​ສະຫະລັດ ​ເພື່ອ​ກໍ່ສ້າງ​ໂຮງຮຽນປະຖົມ ​ແລະ ​ໂຮງ ຮຽນມັດທະຍົມ​ຕອນ​ຕົ້ນ​ທີ່​ແຂວງ​ວຽງຈັນ ​ແລະ ກໍ່ສ້າງ​ໂຮງຮຽນມັດທະຍົມ​ຕອນ​ຕົ້ນ ຈຳນວນ 4 ​ແຫ່ງ ທີ່​ແຂວງຫຼວງພະ​ບາງ​ ​ແລະ ​ແຂວງ​ຫົວພັນ, ພາຍ​ໃຕ້​ໂຄງການ​ເສີມ​ສ້າງ​ຄວາມໝັ້ນຄົງຂອງ​ມະນຸດ​ຂັ້ນ ຮາກ​ຖານ ຫຼື GGP ​ໂດຍ​ພິທີ​ເຊັນ​ສັນຍາ​ການ​ຊ່ວຍ​ເຫຼືອດັ່ງກ່າວ ມີ​ຂຶ້ນ​ໃນ​ວັນ​ທີ 18 ກຸມພາ​ຜ່ານ​ມາ ຢູ່​ກະຊວງ​ສຶກສາ ​ແລະ ກິລາ​ລະ​ຫວ່າງ ​ທ່ານ ຮິ​ໂຣະຢຸກິ​ຄິຊິ​ໂນະ, ເອກ​ອັກ​ຄະຣາຊະທູດຍີ່ປຸ່ນປະ​ຈຳ​ລາວ ​ແລະ ທ່ານ​ຫົວໜ້າພະ​ແນ​ກສຶກສາ ​ແລະ ກິລາ ແຂວງຫຼວງພະ​ບາງ, ບັນດາ​ຫົວໜ້າຫ້ອງ ການ​ສຶກສາ ​ແລະ ກິ​ລາ ຈາກ 2 ​ເມືອງ​ຂອງ​ແຂວງ​ວຽງ ຈັນ ​ແລະ 3 ​ເມືອງ​ຂອງ​ແຂວງ​ຫົວພັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ
ດຣ ພັນ​ຄຳ ວິພາ​ວັນ, ລັດ ຖະມົນ​ຕີ​ວ່າການ​ກະຊວງ​ສຶກສາ ແລະ ກິລາ.
       ສຳລັບ​ສອງ​ໂຄງການ​ທຳ​ອິດ​ ແມ່ນ​ການກໍ່ສ້າງ​ເພື່ອ​ຂະຫຍາຍ​ໂຮງຮຽນປະຖົມ​ນາ​ສະຫວ່າງ ແລະ ​ໂຮງຮຽນມັດທະຍົມ​ຕອນ​ຕົ້ນ​ນາ​ຊຳ ​ເຊິ່ງປັດຈຸບັນ​ອາຄານ​ຮຽນມີ​ສະພາບ​ເກົ່າ​ແກ່​ຊຸດ​ໂຊມ.
       ​ໂຄງການ​ທີ​ສາມ ​ແມ່ນ​ການກໍ່ສ້າງ​ໂຮງຮຽນມັດທະຍົມ​ຕົ້ນ​ຫ້ວຍ​ຂີງ ​ແຂວງຫຼວງພະ​ບາງ ທີ່​ໂຮງຮຽນ​ໄດ້​ຮັບຜົນ​ກະທົບ​
ຈາກ​ທຳ​ມະ​ຊາດ​ໃນ​ຊຸມ​ປີຜ່ານ ມາ. ນອກ​ນັ້ນ ສະພາບ​ຂອງ​ໂຮງຮຽນປະຖົມ ຍັງ​ແອ​ອັດ​ເກີນ​ໄປຈົນ​ໄດ້​ຈັດ​ເປັນ​ກຸ່ມ​ປ່ຽນກັນ
​ຂຶ້ນ ຫ້ອງ​ຮຽນ​ເປ​ັນພາກ​ເຊົ້າ ​ແລະ ພາກ​ບ່າຍ. ສ່ວນ​ອີກ 3 ​ໂຄງ ການ​ທີ່​ເຫຼືອ ​ແມ່ນ​ການກໍ່ສ້າງ​ໂຮງຮຽນມັດທະຍົມ​ຕອນ​ຕົ້ນ​ເມືອງ​ຊຳ​ໃຕ້, ​ເມືອງ ​ແອດ ​ແລະ ​ເມືອງ​ຊຳ​ເໜືອ​ແຂວງ​ຫົວພັນ. ໂຮງຮຽນທັງ 3 ​ແຫ່ງ​ ​ແມ່ນ​ປະກອບ​ມີຫ້ອງ​ຮຽນ ​ແລະ ຫໍ​ພັກ​ນັກ ຮຽນ ​ແຕ່​ມາ​ຮອດ​ປັດຈຸບັນ​ມີ​ສະ ພາບ​ເກົ່າ​ແກ່​ຊຸດ​ໂຊມ ​ເຊິ່ງ​ໄດ້​ມີ ການ​ສ້ອມ​ແປງ​ເລື້ອຍໆ ​ແລະ ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລົມ ​ແລະ ຝົນ. ຍິ່ງ​ໄປ​ກວ່າ​ນັ້ນ ນັກຮຽນມາ​ຈາກ​ໄລຍະ​ທາງ​ໄກມີ​ຄວາມ​ລຳບາກ​ເພື່ອ​ເຂ​ົ້າຮຽນຫາກ​ໂຄງ ການ​ນີ້ສຳ​ເລັດ, ອາຄານ​ທີ່​ມີ​ຫ້ອງ​ຮຽນ, ຫ້ອງການ​ຄູ​ພ້ອມ​ໂຕະ​ຕັ່ງ​ຄົບ​ຊຸດ, ຫ້ອງ​ນ້ຳ ​ແລະ ຫໍ​ພັກ​ຈະ​ຖື​ກກໍ່ສ້າງ​ຂຶ້ນ​ໃໝ່. ຄາດ​ວ່າ​ນັກ​ຮຽນຫຼາຍ ກວ່າ 1.100 ຄົນ ຢູ່​ແຂວງ​ວຽງຈັນ, 630 ຄົນ ຢູ່​ແຂວງຫຼວງພະ​ບາງ ​ແລະ 790 ຄົນ ​ໃນແຂວງ​ຫົວພັນຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຊ່ວຍ​ເຫຼືອ​ໃນ​ຄັ້ງນີ້.
        ​ໃນ​ພິທີ​ທ່ານ​ທູດ​ຍີ່ປຸ່ນ​ປະຈຳ​ລາວ​ ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຜົນ​ປະ​ໂຫຍ​ດຂອງ​ໂຄງ​ການ​ເຫຼົ່ານີ້ ຈະ​ໄດ້​ຮັບ​ໃຊ້​ປະຊາຊົນ​ໃນ​ເຂດ​ຊຸມ​ຊົນ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ຢ່າງ​ແທ້​ຈິງ ​ເຊິ່ງ​ເປັນ​ຫົວ​ໃຈຫຼັກຂອງ​ໂຄງການ GGP.
        ລັດຖະບານ​ຍີ່​ປຸ່ນ​ໄດ້​ໃຫ້ ການ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ປັບປຸງ​ການ​ສຶກສາຂັ້ນພື້ນ ຖານ. ໂດຍ​ຜ່ານ​ໂຄງການ​ເສີມ​ສ້າງ​ຄວາມໝັ້ນຄົງ​ຂອງ​ມະນຸດ​ຂັ້ນຮາກ​ຖານ, ມາ​ຮອດ​ປັດຈຸບ​ັນນີ້ ລັດຖະບານ​ຍີ່ປຸ່ນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອລວມທັງໝົດຈຳນວນ 444 ​ໂຄງການ ຢູ່ ສປປ ລາວ ນັບ​ແຕ່​ປີ 1989 ​ເປັນຕົ້ນ​ມາ ​ໃນ​ນັ້ນ ໂຄງການ​ທາງ​ດ້ານ​ການ​ສຶກ ສາມີ​ໂຄງການ​ກໍ່ສ້າງ​ໂຮງຮຽນປະຖົມ​ຈຳນວນ 169 ​ແຫ່ງ, ໂຮງຮຽນມັດທະຍົມ 38 ​ແຫ່ງ ແລ​ະ ຫໍ​ພັກ​ນັກຮຽນ 16 ​ແຫ່ງ.

No comments:

Post a Comment