ວັນທີ 19 ກຸມພາ 2014, ບັນດາຜູ້ນຳລາວ ຊຶ່ງປະກອບມີ
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ແລະ ທ່ານ ທອງສິງ ທຳມະວົງ ນາຍົກລັດ
ຖະມົນຕີ ແຫ່ງ ສປປ ລາວ ຕ່າງ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຫງວຽນ
ຮູ ວານ ຫົວໜ້າອົງການກວດສອບແຫ່ງລັດ ສສ ຫວຽດນາມ ແລະ ຄະນະ ໃນໂອກາດເດີນ ທາງມາຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ.
ໃນລະຫວ່າງການຕ້ອນຮັບ ແລະ ພົບປະໂອ້ລົມ
ຜູ້ນຳລາວທັງສອງ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ການມາຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ຫງວຽນ ຮູ ວານ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນປະກອບ ສ່ວນຮັດແໜ້ນສາຍພົວພັນມິດຕະພາບ
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ
ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມືລະຫວ່າງອົງການກວດສອບແຫ່ງ
ລັດລາວ-ຫວຽດນາມໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.
ທ່ານ ຫງວຽນ ຮູ ວານ ພ້ອມຄະນະໄດ້ດຳເນີນການຢ້ຽມຢາມ
ແລະ ເຮັດວຽກຢູ່ລາວ ຕາມຄຳເຊີນຂອງປະທານ ອົງການກວດສອບແຫ່ງລັດ ສປປ ລາວ ເພື່ອພົບປະປຶກສາຫາລື
ແລະ ເສີມຂະຫຍາຍການພົວພັນຮ່ວມມື ກ່ຽວກັບວຽກງານກວດສອບ ໃນຂົງເຂດການຄຸ້ມຄອງງົບປະມານແຫ່ງລັດ,
ຂົງເຂດການລົງທຶນຂອງລັດ ແລະ ການລົງທຶນຮ່ວມລະຫວ່າງລັດຖະບານ ສປປ ລາວ ກັບຜູ້ໃຫ້ທຶນອື່ນໆ
ນັບທັງການສ້າງນິຕິກຳຕິດພັນ ເຊັ່ນ: ການກຳນົດວຽກງານກວດສອບເຂົ້າໃນລັດຖະທຳມະນູນ,
ການສ້າງມາດຕະຖານກວດສອບແຫ່ງລັດ ແລະ ລະບຽບການອື່ນໆ. ພ້ອມນີ້ ຍັງໄດ້ມີການທົບທວນການຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມກັນ
ແລະ ປຶກສາຫາລືເຖິງທິດທາງການຮ່ວມມືວຽກງານກວດສອບໃນຕໍ່ໜ້າ. ທັງນ້ີກໍເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ
- ສັງຄົມ ກໍຄືການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນປີ 2015.
No comments:
Post a Comment