Ad

Ad

20 February 2014

ອາທິດຜ່ານມາມີລົດເສຍເພີ່ມຂຶ້ນ



         ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນອາ ທິດຜ່ານມານີ້ ຄະດີລັກຊັບພົນລະເມືອງເກີດຂື້ນ 26 ເລື່ອງ ແລະ ມີລົດໃຫຍ່ເສຍ 8 ຄັນ, ລົດຈັກ 17 ຄັນຊຶ່ງເຫັນວ່າສະພາບຫຍໍ້ທໍ້ນີ້ ຍັງເພີ່ມທະວີເກີດຂື້ນຢ່າງຕໍ່ເນື່ອງເຮັດໃຫ້ສັງຄົມ ບໍ່ມີຄວາມສະຫງົບ ໂດຍສະເພາະແມ່ນສະພາບລັກຊັບພົນລະເມືອງ ແລະ ມົ້ວສຸມຢາເສບຕິດເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນມີສະພາບລັກລົດ ໃຫຍ່ເກີດຂຶ້ນຄື: ໃນຊ່ວງທ້າຍ ເດືອນມັງກອນ ຫາ ກາງເດືອນກຸມພານີ້ ໄດ້ເກີດເຫດຄົນຮ້າຍ ລັກລົດ ບໍລິສັດ ບໍ່ແຕນແດນຄຳ ຢູ່ບ້ານວັດໄຕ ເມືອງສີໂຄດ ຕະບອງ ນະຄອນຫຼວງວຽງຈັນ ຊຶ່ງມີລົດ ໃຫຍ່ຂອງ ບໍລິສັດ ເສຍ 4 ຄັນ ແລະ ໃນວັນທີ 15 ກຸມພາ ນີ້ ໄດ້ມີຄົນຮ້າຍ 3 ຄົນ ໄດ້ ເຂົ້າໄປລັກເອົາລົດກະບະຂອງປະຊາ
ຊົນຢູ່ບ້ານຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ສະເພາະອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນ ມີ ລົດໃຫຍ່ເສຍຫາຍແລ້ວ 8 ຄັນ ຊຶ່ງທາງເຈົ້າໜ້າທີ່ກໍເລັ່ງຕິດຕາມຕົວຜູ້ກະທຳຜິດມາດຳເນີນຄະດີ.
        ເຈົ້າໜ້າທີ່ ໃຫ້ທັດສະນະວ່າ: ຜ່ານການລັກລົດດັ່ງກ່າວ ຊຶ່ງອາດຈະເປັນກຸ່ມແກ້ງໃຫຍ່, ເມື່ອ ລັກລົດໄດ້ແລ້ວກໍຈະມີ ການດັດແປງສະພາບລົດ, ຕິດປ້າຍທະບຽນປອມແລ້ວນຳໄປຂາຍຢູ່ຕ່າງແຂວງ, ເພື່ອຫຼົບຫຼີກການຕິດຕາມຂອງເຈົ້າໜ້າທີ່ ແລະ ອາດມີນາຍໜ້າຜູ້ທີ່ເປັນຄົນວ່າຈ້າງ ແລະ ຮັບຕິດຕໍ່ຊື້ຂາຍລົດ ຊຶ່ງເປັນກຸ່ມແກ້ງ ແລະ ເປັນທີມງານດຽວກັນ, ດັ່ງນັ້ນ ຈຶ່ງເຕືອນ ມາຍັງຜູ້ໃຊ້ລົດຈົ່ງມີສະຕິຮັກສາ ຊັບສົມບັດຂອງຕົນໄວ້ໃຫ້ດີເພື່ອບໍ່ເປັນຊ່ອງຫວ່າງໃຫ້ພວກມື ກາວດັ່ງກ່າວຄື: ປີຜ່ານມາຢູ່ ນະຄອນຫຼວງວຽງຈັນມີລົດເສຍກ່ວາ 300 ຄັນ ໃນນັ້ນ ມີລົດໃຫຍ່ 17 ຄັນ ຊຶ່ງທາງເຈົ້າໜ້າທີ່ສາມາດເກັບກູ້ ກັບຄືນມາໄດ້ ພຽງ 10 ກ່ວາຄັນ.

No comments:

Post a Comment